ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີເມລ ຂອງພັກ ເດໂມແຄຣັດ ທີ່ຮົ່ວໄຫລ ອອກມາ ໄດ້ເຮັດໃຫ້ກອງປະຊຸມຫຼວງຂອງພັກ ມີຮອຍດ່າງ

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ທັກທາຍກັບຜູ້ຊົມຄົນນຶ່ງ ໃນຂະນະທີ່ ຜູ້ກ່ຽວໄປຮອດ ງານໂຄສະນາຫາສຽງ ຢູ່ທີ່ລັດ ໃນຫໍ Fairgrounds Entertainment Hall ທີ່ເມືອງ Tampa, ຂອງລັດ Florida, ວັນທີ 22 ກໍລະກົດ 2016.

ຫົວໜ້າຂອງພັກເດໂມແຄຣັດ ສະຫະລັດ ໄດ້ລາອອກຈາກຕຳແໜ່ງ ໃນວັນອາທິດວານນີ້ ກ່ອນມື້ ກອງປະຊຸມຫຼວງແຫ່ງຊາດຂອງພັກ ທີ່ມີກຳນົດ ຈະຢັ້ງຢືນເອົາ ອະດີດລັດຖະມົນຕີ ການຕ່າງປະເທດ ທ່ານນາງ Hillary Clinton ເປັນຜູ້ໄດ້ຮັບການສະເໜີຊື່ ລົງແຂ່ງຂັນ ເປັນປະທານາທິບໍດີ ປີ 2016 ຂອງພັກ.

ທ່ານນາງ Debbie Wasserman Schultz ຫົວໜ້າຄະນະກຳມາທິການພັກ ເດໂມ ແຄຣັດ ແຫ່ງຊາດ ໄດ້ລາອອກຈາກຕຳແໜ່ງ ທ່າມກາງເລື່ອງຂອງການຮົ່ວໄຫລອອກມາ ຂອງອີເມລຢ່າງຫຼາຍ ທີ່ສະແດງໃຫ້ເຫັນ ບັນດາຜູ້ນຳຂອງພັກໄດ້ເວົ້າຂວັນ ແລະ ຕຳນິ ການໂຄສະນາຫາສຽງຂອງຜູ້ເປັນຕົວເດັ່ນຂຶ້ນມາ ຄືສະມາຊິກສະພາສູງຈາກລັດ Vernont ທ່ານ Bernie Sanders ໃນຂະນະທີ່ທ່ານໄດ້ດຳເນີນ ການທ້າທາຍ ຕໍ່ທ່ານນາງ Clinton ຢ່າງໜັກ ທີ່ບໍ່ຄິດກັນເລີຍ ສຳລັບການຖືກສະເໜີຊື່ຈາກພັກ. ທ່ານນາງ Wasserman Schultz ສະມາຊິກສະພາສະຫະລັດ ຈາກລັດ Florida ໄດ້ຄາດກັນວ່າ ຈະລົງຈາກຕຳແໜ່ງຢ່າງເປັນທາງການ ໃນຕອນທ້າຍສັບປະດາ ຂອງກອງປະຊຸມຫຼວງ ໃນນະຄອນ Philadelphia.

ພວກຜູ້ສະໜັບສະໜູນ ສະມາຊິກສະພາສູງ ທ່ານ Bernie Sanders, ສັງກັດພັກອິດສະລະ ຈາກລັດ Vermont, ຖືປ້າຍ ຮຽກຮ້ອງວ່າ ທ່ານນາງ Debbie Wasserman Schultz, ປະທານຂອງ ຄະນະກຳມະການ ພັກເດໂມແຄຣັດແຫ່ງຊາດ ໃຫ້ຖືກໄລ່ອອກ ໃນວັນອາທິດ ທີ 24 ກໍລະກົດ 2016, ທີ່ນະຄອນ Philadelphia.

ທ່ານ Sanders ໄດ້ຮຽກຮ້ອງໃຫ້ທ່ານນາງ Wasserman Schultz ລາອອກຈາກ ຕຳແໜ່ງ ຫຼັງຈາກທີ່ WikiLeaks ໄດ້ເຜີຍແບ ອີແມລເກືອບ 20,000 ອີເມລ ຈາກບັນດາ ຜູ້ນຳພັກເດໂມແຄຣັດ ໃນໄລຍະ ນຶ່ງປີເຄິ່ງກ່ອນນີ້.

ຫຼັງຈາກ ໄດ້ມີການປະກາດ ການລາອອກຂອງທ່ານນາງ Wasserman Schultz ແລ້ວ ທ່ານ Sanders ກໍໄດ້ອອກຖະແຫລງການສະບັບນຶ່ງທີ່ກ່າວວ່າ “ທ່ານນາງ Debbie Wasserman Schultz ໄດ້ຕັດສິນໃຈທີ່ຖືກຕ້ອງ ສຳລັບ ອານາຄົດຂອງພັກ ເດໂມແຄຣັດ. ໃນຂະນະດຽວກັນ ທ່ານນາງ ກໍຄວນໄດ້ຮັບການຂອບອົກຂອບໃຈ ສຳລັບການຮັບໃຊ້ພັກມາເປັນເວລາຫຼາຍປີ ບັດນີ້ພັກຕ້ອງການຜູ້ນຳຄົນໃໝ່ ທີ່ຈະ ເປີດປະຕູຕ່າງໆ ຂອງພັກ ແລະ ຕ້ອນຮັບເອົາພວກທີ່ເຮັດວຽກ ແລະພວກຄົນ ໜຸ່ມນ້ອຍ. ການນຳຂອງພັກ ຍັງຈະຕ້ອງເປັນກາງຢູ່ສະເໝີ ໃນການດຳເນີນການ ສະເໜີຊື່ ຜູ້ແຂ່ງຂັນເປັນປະທານາທິບໍດີ ອັນເປັນສິ່ງ ທີ່ບໍ່ໄດ້ເກີດຂຶ້ນໃນການແຂ່ງຂັນ ປີ 2016.”

ຢູ່ໃນການໃຫ້ສຳພາດຕໍ່ ຕາໜ່າງຂ່າວ CNN ສະມາຊິກສະພາສູງຈາກລັດ Vermont ໄດ້ເອີ້ນຄຳເຫັນຢູ່ໃນອີເມລຕ່າງໆນັ້ນ ວ່າ “ເປັນຕາໜ່າຍຫຼາຍ” ແຕ່ໄດ້ກ່າວວ່າ ທ່ານບໍ່ ຕື່ນຕົກໃຈເລີຍ ໂດຍພວກອີເມລນັ້ນ. ທ່ານເວົ້າຕື່ມວ່າ “ມັນເປັນສິ່ງທີ່ພວກເຮົາໄດ້ ເວົ້າເຖິງ ເມື່ອ 6 ເດືອນກ່ອນແລ້ວ ທີ່ຄະນະກຳມະການພັກເດໂມແຄຣັດແຫ່ງຊາດ ໄດ້ສະໜັບສະ ໜູນ ທ່ານນາງ Hillary Clinton ແລະ ໄດ້ຄັດຄ້ານຕໍ່ການໂຄສະນາ ຫາສຽງ ຂອງຂ້າພະເຈົ້າ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Democrats Prepare to Open National Convention in Philadelphia
please wait

No media source currently available

0:00 0:02:29 0:00

XS
SM
MD
LG