ຫຼັງຈາກໂສກນາດຕະກຳການຍິງສັງຫານໝູ່ຫວ່າງມໍ່ໆມານີ້ ໃນລັດໂອໄຮໂອ ແລະເທັກຊັສ ຜູ້ສະໝັກເພື່ອໃຫ້ຖືກຄັດເລືອກເຂົ້າແຂ່ງຂັນເປັນປະທານາທິບໍດີ ຂອງພັກເດໂມແຄຣັດ ໄດ້ຕຳໜິຕິຕຽນ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເພີ້ມຂຶ້ນ ໃນອັນທີ່ພວກເຂົາເຈົ້າ ເອີ້ນວ່າ ການໃຊ້ຄຳເວົ້າ ທີ່ສ້າງຄວາມແຕກແຍກ. ທ່ານທຣຳ ຍັງເປັນບັນຫາຫຼັກ ສຳລັບການແຂ່ງຂັນໃນພັກເດໂມແຄຣັດ ໃນຂະນະທີ່ພວກເຮົາຈະໄດ້ຍິນຈາກຈິມ ມາໂລນ ນັກຂ່າວແຫ່ງຊາດ ຂອງວີໂອເອ ລາຍງານຈາກວໍຊີງຕັນ ຊຶ່ງວັນນະສອນມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນການຖະແຫຼງທີ່ລັດໄອໂອວາ ອະດີດຮອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວຫາປະທານາທິບໍດີທຣຳ ຫຼິ້ນກັບແປວໄຟຂອງພວກຄົນຜິວຂາວທີ່ຖືຕົວເອງວ່າວິເສດ ຫຼື white supremacy.
ທ່ານໂຈ ໄບເດັນ ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດກ່າວວ່າ “ທ່ານທຣຳໄດ້ກ່າວຊ້ຳແລ້ວຊ້ຳອີກ, ກະຕືລືລົ້ນໂຈມຕີພວກກໍ່ການຮ້າຍກຸ່ມລັດອິສລາມ, ແຕ່ເກືອບວ່າບໍ່ເຄີຍເອີຍເຖິງຄຳເວົ້າ white supremacyກໍຄືພວກຄົນຜິວຂາວ ທີ່ຖືຕົວເອງວ່າວິເສດນັ້ນ. ແລະແມ່ນແຕ່ ຕອນທີ່ທ່ານກ່າວເຖິງມັນ ທ່ານເບິ່ງຄືວ່າ ບໍ່ເຊື່ອໃນເລື້ອງນີ້ເລີຍ. ທ່ານເບິ່ງຄືວ່າ ມີຄວາມເປັນຫ່ວງຫຼາຍກວ່າ ຕໍ່ການທີ່ຈະສູນເສຍຄະແນນສຽງໃນການປ່ອນບັດຂອງພວກເຂົາຫຼາຍກວ່າຕໍ່ຕ້ານແນວຄິດທີ່ກຽດຊັງນັ້ນ.”
ໃນປັດຈຸບັນນີ້ ທ່ານ ໄບເດັນແມ່ນຜູ້ລົງສະໝັກແຖວໜ້າໃນການທີ່ຈະຖືກເລືອກໃຫ້ເປັນຕົວແທນຂອງພັກເດໂມແຄຣັດທີ່ຈະແຂ່ງຂັນກັບທ່ານທຣຳໃນປີໜ້ານີ້.
ຄູ່ແຂ່ງຂອງທ່ານ ໄບເດັນ ຫຼາຍໆທ່ານ ແມ່ນປະນາມປະທານາທິບໍດີ ຢ່າງໄວວາ ໃນສຳນວນຄຳເວົ້າຜ່ານມາຂອງທ່ານ ຮວມທັງສະມາຊິກສະພາສູງ ຈາກລັດເວີມອນຕ໌ ທ່ານ ເບີຣ໌ນີ ແຊນເດີຣ໌ສ.
ທ່ານ ເບີຣ໌ນີ ແຊນເດີຣ໌ສ ກ່າວວ່າ “ແຕ່ວ່າ ທ່ານແມ່ນຜູ້ນຶ່ງທີ່ແບ່ງແຍກເຊື້ອຊາດຜິວພັນ, ຜູ້ຊຶ່ງແບ່ງແຍກເພດ ແລະເປັນຜູ້ທີ່ກຽດຊັງຊາດອື່ນ ຜູ້ທີ່ໃຊ້ສຳນວນຄຳເວົ້າ ຕໍ່ຕ້ານພວກຄົນເຂົ້າເມືອງ, ຊຶ່ງຂ້າພະເຈົ້າເຊື່ອວ່າ ສ້າງບັນຍາກາດທີ່ເອື້ອອຳນວຍໃຫ້ ຄວາມຮຸນແຮງສາມາດເກີດຂຶ້ນໄດ້.”
ການສັງຫານໝູ່ ໃນເມືອງ ແອລ ປາໂຊ ແລະເມືອງເດຕັນ ໄດ້ພາໃຫ້ມີຄວາມຮຽກຮ້ອງຕ້ອງການອັນໃໝ່ ໃນການຄວບຄຸມປືນ ແລະໃນພວກທີ່ຮຽກຮ້ອງໃຫ້ມີການເອົາບາດກ້າວ ກໍແມ່ນຜູ້ທີ່ລົງແຂ່ງຂັນເພື່ອໃຫ້ຖືກເລືອກເປັນຕົວແທນຂອງພັກເດໂມແຄຣັດ ໃຫ້ເປັນປະທານາທິບໍດີ ແລະສະມາສິກສະພາສູງຈາກລັດ ນິວ ເຈີຊີ ທ່ານ ຄໍຣີ ບຸກເກີ.
ທ່ານ ຄໍຣີ ບຸກເກີ ກ່າວວ່າ “ພວກເຮົາຕ້ອງເອົາບາດກ້າວ ເພື່ອປ້ອງກັນ ພວກຜູ້ຄົນທີ່ບໍ່ຄວນມີສິດມີປືນຢູ່ໃນຄວາມຄອບຄອງ ໃຫ້ເຂົ້າເຖິງມັນໄດ້.”
ປະທານາທິບໍດີ ທຣຳ ຮຽກຮ້ອງເພື່ອໃຫ້ການປອບໃຈ ແກ່ພວກເຄາະຮ້າຍ ໃນ ເມືອງແອລ ປາໂຊ ແລະລັດ ໂອໄຮໂອ ໃນສັບປະດານີ້ ແລະຍັງໄດ້ກ່າວໂຕ້ຕອບຕໍ່ພວກຄູ່ແຂ່ງຈາກພັກເດໂມແຄຣັດ.
ປະທານາທິບໍດີ ທຣຳ ກ່າວວ່າ “ສະນັ້ນ ພວກຕຳໜິຕິຕຽນແມ່ນພວກນັກການເມືອງທັງຫຼາຍ. ພວກເຂົາເຈົ້າພະຍາຍາມ ທີ່ຈະນຳເລື້ອງນີ້ຂຶ້ນມາໃຫ້ເປັນຈຸດເດັ່ນ. ໃນຫຼາຍໆກໍລະນີ, ພວກເຂົາເຈົ້າລົງແຂ່ງຂັນເປັນປະທານາທິບໍດີ ແລະມີຄະແນນທີ່ຕ່ຳ ຈາກການຢັ່ງຫາງສຽງ.”
ການຢ້ຽມຢາມຂອງທ່ານທຣຳ ໄດ້ເຮັດໃຫ້ມີພວກປະທ້ວງ ຈາກທັງສອງເມືອງເຮັດໃຫ້ທີ່ປຶກສາ ປະທານາທິບໍດີ ທ່ານນາງ ແຄລລີແອນ ຄອນເວ ອອກມາກ່າວປົກປ້ອງທ່ານ.
ທ່ານນາງ ແຄລລີແອນ ຄອນເວ ກ່າວວ່າ “ທ່ານໄດ້ກ່າວຕໍ່ປະເທດຊາດ ກ່ຽວກັບເລື້ອງນີ້ທັງໝົດ ແລະພະຍາຍາມ ທີ່ຈະເຕົ້າໂຮມກັນແລະຮຳບາດແຜ ແລະເອົາບາດກ້າວທີ່ໝັ້ນຄົງ ແລະຄູ່ແຂ່ງທາງການເມືອງຂອງທ່ານ ແມ່ນເວົ້າກ່ຽວກັບທ່ານ.”
ປະຫວັດການແບ່ງແຍກອັນຍາວນານ ແລະການອອກຄວາມເຫັນທີ່ເປັນການທ້າທາຍຂອງທ່ານ ແມ່ນຢ້ອນກັບໄປຫຼອກຫຼອນທ່ານ ຊຶ່ງນັກວິເຄາະ ແດຣ໌ໂຣລ ແວສຕ໌ ກ່າວວ່າ. “ສຳນວນຄຳເວົ້າຂອງທ່ານທຣຳ ມີສ່ວນທີ່ພາໃຫ້ເກີດບັນຫາ. ປະເທດແມ່ນແຕກແຍກກັນ ແນ່ນອນແມ່ນກ່ຽວກັບບັນຫາຂອງເຊື້ອຊາດຜິວພັນ ແລະພວກຄົນເຂົ້າເມືອງ ແລະຕອນທີ່ທ່ານຈົ່ມວ່າກ່ຽວກັບການເອົາບາດກ້າວຕໍ່ພວກຄົນເຂົ້າເມືອງ ມັນແມ່ນມີພວກຜູ້ຄົນອອກມາ ແລະເອົາບາດກ້າວ ຕໍ່ເລື້ອງດັ່ງກ່າວ.”
ແຕ່ຝ່າຍພວກລົງສະໝັກໃຫ້ຖືກເລືອກເປັນຕົວແທນຂອງພັກເດໂມແຄຣັດ ແຂ່ງ ເປັນປະທານາທິບໍດີ ບາງທ່ານ ຕ້ອງການທີ່ຈະເພັ່ງເລັງໃສ່ທ່ານທຣຳ ຫຼາຍກວ່າ ຄົນອື່ນໆ ຊຶ່ງທ່ານນາງ ວາແນັສຊາ ບີສລີ ຈາກມະຫາວິທະຍາໄລແວນເດີບິລ ກ່າວວ່າ. “ຂ້າພະເຈົ້າຄິດວ່າ ສິ່ງທີ່ເດັ່ນໆຂອງປີນີ້ ແມ່ນວ່າຊ້າງແມ່ນຢູ່ໃນຫ້ອງ ແທ້ໆແລ້ວ ກໍຄືທ່ານທຣຳ. ສະນັ້ນ ຈະເວົ້າໂຍກ ກໍແມ່ນວ່າ ບາງພວກ ຕ້ອງການທີ່ຈະກ່າວເຖິງປະທານາທິບໍດີທຣຳ ໃຫ້ຫຼາຍ ແລະບາງພວກ ກໍບໍ່ຢາກເອີຍເຖິງທ່ານເລີຍ ຊຶ່ງນັ້ນ ແມ່ນເຮັດໃຫ້ປີນີ້ ແຕກຕ່າງອອກໄປ.”
ການທົດສອບຄັ້ງໃຫຍ່ ຕໍ່ໄປ ກໍຄືການແຂ່ງຂັນຮອບທຳອິດຂອງພັກເດໂມແຄຣັດ ຊຶ່ງຈະມີຂຶ້ນໃນເດືອນກັນຍາ ບ່ອນທີ່ພວກລົງແຂ່ງຂັນທັງໝົດຈະໄປຮວມຕົວກັນ ທີ່ນະຄອນຮິວສຕັນ ລັດເທັກຊັສ ເພື່ອໂຕ້ວາທີເປັນຄັ້ງທີ 3.