ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ກ່າວຄຳປາໄສ ຮັບເອົາການແຕ່ງຕັ້ງ ຂອງພັກ (ສະໄລດ໌ກັບວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ຮັບເອົາການແຕ່ງຕັ້ງ ທີ່ກອງປະຊຸມຫຼວງແຫ່ງຊາດ ຂອງພັກເດໂມແຄຣັທ (6 ກັນຍາ 2012)
ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ຮັບເອົາການແຕ່ງຕັ້ງ ທີ່ກອງປະຊຸມຫຼວງແຫ່ງຊາດ ຂອງພັກເດໂມແຄຣັທ (6 ກັນຍາ 2012)
ໃນຄຳປາໄສຮັບເອົາການແຕ່ງຕັ້ງຂອງພັກເດໂມແຄຣັທ ເພື່ອໃຫ້ ເປັນຜູ້ສະມັກປະທານາທິບໍດີຂອງພັກໃນຄືນວັນພະຫັດວານນີ້ປະ
ທານາທິບໍດີບາຣັກ ໂອບາມາ ກ່າວຕໍ່ບັນດາຜູ້ມີສິດປ່ອນບັດຊາວ
ອາເມຣິກັນວ່າ ເຂົາເຈົ້າມີທາງເລືອກຈະແຈ້ງທີ່ສຸດແບບທີ່ບໍ່ເຄີຍ
ມີມາກ່ອນ ສຳຫຼັບຮຸ້ນຄົນນີ້ ເວລາພວກເຂົາເຈົ້າ ພາກັນໄປປ່ອນ
ບັດໃນເດືອນພະຈິກ ຊຶ່ງເປັນທາງເລືອກລະຫວ່າງສອງເສັ້ນທາງ ທີ່ແຕກຕ່າງກັນສຳຫຼັບອາເມຣິກາ.

ປະທານາທິບໍດີ ໂອບາມາ ໄດ້ຂຶ້ນກ່າວຄຳປາໄສ ຕໍ່ກອງປະຊຸມ
ຫຼວງແຫ່ງຊາດ ຂອງພັກເດໂມແຄຣັທ ທີ່ເມືອງ Charlotte ລັດ
Carolina ເໜືອ ໃນຄໍ່າຄືນວັນພະຫັດວານນີ້ ທ່າມກາງສຽງໂຮ
ຮ້ອງວ່າ “ຕື່ມອີກສີ່ປີ”. ທ່ານເວົ້າວ່າ ມັນຈະໃຊ້ເວລາຫຼາຍໄປ ກວ່າສອງສາມປີເພື່ອແກ້ໄຂບັນຫາທ້າທາຍຕ່າງໆຂອງປະເທດ
ຊາດໂດຍເວົ້າວ່າ ເສັ້ນທາງທີ່ພວກເຮົານຳສະເໜີນີ້ອາດເປັນເສັ້ນທາງທີ່ຍຸ່ງຍາກກວ່າ ແຕ່
ກໍຈະນຳໄປສູ່ບ່ອນທີ່ດີຂຶ້ນກວ່າເກົ່າ.



ທ່ານໂອບາມາກ່າວວ່າ ທ່ານໄດ້ຮ້ອງຂໍໃຫ້ປະເທດຊາດ ສຸມໃສ່ເປົ້າໝາຍຈຳນວນ ນຶ່ງໃນ
ດ້ານການຜະລິດ ພະລັງງານ ການສຶກສາ ຄວາມໝັ້ນຄົງແຫ່ງຊາດ ແລະການຂາດດຸນງົບ ປະມານ ຊຶ່ງຈະນຳໄປສູ່ການສ້າງວຽກເຮັດງານທຳໃໝ່ ການມີໂອກາດຫຼາຍຂຶ້ນ ແລະຟື້ນ ຟູເສດຖະກິດຂອງປະເທດ ບົນພື້ນຖານທີ່ເຂັ້ມແຂງກວ່າເກົ່າ.

ການກ່າວຄຳປາໄສຂອງທ່ານໂອບາມາ ມີຂຶ້ນພຽງ 9 ອາທິດທໍ່ນັ້ນ ກ່ອນການເລືອກຕັ້ງທົ່ວ ໄປຂອງສະຫະລັດ ຊຶ່ງຈະມີຂຶ້ນໃນວັນທີ 6 ພະຈິກ. ທ່ານໂອບາມາແລະທ່ານ Mitt Rom- ney ຜູ້ທ້າທາຍ ຈາກພັກຣີພັບບລີກັນ ມີຄະແນນເກືອບວ່າສະເໝີກັນໃນການຢັ່ງຫາງສຽງ ຂອງປະຊາຊົນ.

ສ່ວນນຶ່ງຂອງເປົ້າໝາຍ ທີ່ທ່ານໂອບາມາໄດ້ຕັ້ງໄວ້ ໃນການກ່າວຄຳປາໄສຂອງທ່ານແມ່ນ ຮວມທັງ ການສ້າງວຽກເຮັດງານທຳໃໝ່ ໃນດ້ານການຜະລິດ ຢູ່ຕາມໂຮງຈັກໂຮງງານ 1 ລ້ານໜ້າວຽກ ພາຍໃນທ້າຍປີ 2016, ເພີ້ມການສົ່ງອອກຂຶ້ນເປັນສອງເທົ່າ ພາຍໃນທ້າຍ ປີ 2014 ແລະຫຼຸດການນຳເຂົ້ານໍ້າມັນລົງໃຫ້ໄດ້ເຄິ່ງນຶ່ງພາຍໃນປີ 2020. ນອກນັ້ນປະທາ ນາທິບໍດີໂອບາມາ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະຕັດການຂາດດຸນງົບປະມານຂອງປະເທດ ລົງຫຼາຍກວ່າ 4 ພັນຕື້ໂດລາ ພາຍໃນໄລຍະ 10 ປີຕໍ່ໜ້າ.

XS
SM
MD
LG