ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ບິລ ຄຼິນຕັນ ຈະເປັນ ຈຸດເດັ່ນຂອງກອງປະຊຸມຫຼວງ ຄືນວັນພຸດມື້ນີ້ (ສະໄລດ໌ກັບວີດີໂອ)


ທ່ານ ບິລ ຄຼິນຕັນ ອະດີດປະທານາທິບໍດີສະຫະລັດ
ທ່ານ ບິລ ຄຼິນຕັນ ອະດີດປະທານາທິບໍດີສະຫະລັດ
ອະດີດ​ປະທານ​າທິບໍດີ​ສະຫະລັດ ບິ​ລ ຄລິນ​ຕັນ ​ຈະເປັນ​ຈຸດ​ເດ່​ນຂອງ ກອງ​ປະຊຸມ ຫຼວງ ພັກ​ເດ​ໂມ​ແຄຣທ ​ເວລາ​ທ່ານຂຶ້ນກ່າວຄໍາ​ໄປ​ໄສ​ໃນ​ແລ​ງ ວັນ​ພຸດ​ມື້​ນີ້ ທີ່​ເມືອງ Charlotte ລັດ​ແຄ​ໂຣ​ໄ​ລນາ​ເໜືອ ຊຶ່ງ​ຈະ​ເປັນ​ການ​ເພີ່ມ​ສຽງ​ສະ​ໜັບສະ​ໜຸນ​ລະດັບ​ສູງ ສໍາລັບ
ການ​ເລືອກ​ຕັ້ງ​ສະ​ໄໝ​ທີ່​ສອງ​ຂອງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ.

ທ່ານ ຄລິນ​ຕັນ ປະທານາທິບໍດີ​ຄົນ​ທີ່ 42 ຂອງ​ສະຫະລັດ ຈະເປັນ​ຜູ້​ສະ​ເໜີຊື່ຂອງ​ທ່ານ​ໂອ​ບາ​ມາ ປະທານາທິບໍ​ດີ​ຄົນ​ທີ່ 44 ຂອງ​ສະຫະ​ລັດຢ່າງ​ເປັນ​ທາງ​ການ​ ​ໃນ​ຖານະເປັນຕົວ​ແທນ​ພັກເດ​ໂມ​ແຄຣັທ ສະ​ໜັກ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ລະຫວ່າງ​ການ​ກ່າວ​ຄໍາ​ປາໄສ​ຜ່ານ​ທີ​ວີ ​ໄປ​ທົ່ວ​ປະ​ເທດ. ຄວາມ​ສໍາພັນ​ຂອງ​ບຸກຄົນ​ສໍາຄັນ​ທັງສອງ​ທ່ານນີ້​ ​ໄດ້​ດີ​ຂຶ້ນຫຼາຍ​ໃນ​ຊ່ວງ ຫຼາຍປີຜ່ານມາ ນັບ​ຕັ້ງ​ແຕ່​ທ່ານ​ໂອ​ບາ​ມາ ​ເອົາ​ຊະນະ​ທ່ານ​ນາງ​ຮິ​ລ​ແລ​ຮີ ຄລິນ​ຕັນ ພັນ​ລະ​ຍາ​ຂອງ​ທ່ານ​ບິ​ລ ຄລິນ​ຕັນ ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ​ເມື່ອ​ຄັ້ງ​ປີ 2008 ນັ້ນ.

ເບິ່ງວີດີໂອລາຍງານ: ກອງປະຊຸມຫລວງຂອງພັກເດໂມແຄຣັທແມ່ນເພື່ອແຕ່ງຕັ້ງ
ທ່ານໂອບາມາ ໃຫ້ສະໝັກເປັນສະໄໝທີສອງ:

Convention to Nominate US President for Second Term
please wait

No media source currently available

0:00 0:03:20 0:00
ລິງໂດຍກົງ

​ເທົ່າ​ເຖິງ​ປັດຈຸບັນ​ນີ້ ທ່ານ​ຄລິນ​ຕັນ ຍັງໄດ້​ຮັບ​ຄວາມ​ນິຍົມ​ສູງຈາກ​ຊາວ​ອາ​ເມ​ຣິກັນຫຼາຍໆ​ຄົນ​ ຍ້ອນ​ຜົນງານ​ເສດຖະກິດ​ດີ​ເດັ່ນ​ຂອງ​ປະ​ເທດ​ໃນ​ລະຫວ່າງການ​ດໍາລົງ​ຕໍາ​ແໜ່​ງສອງ​ສະໄໝ​ຂອງ​ທ່ານ ​ໃນ​ຊຸມ​ປີ 1990 ​ແລະ​ບັນດານັກວິ​ເຄາະ​ກ່າວ​ວ່າ ທ່ານ​ຄລິນ​ຕັນ ອາດ​ສາມາດຊ່ວຍ​ໃຫ້​ທ່ານ​ໂອ​ບາ​ມາໄດ້​ຮັບ​ສຽງ​ສະໜັບສະໜຸນ​ຈາກ​ຊາວ​ອາ​ເມຣິກັນ​ຜິວ​ຂາວ​ສູງ​ອາຍຸ ​ທີ່​ຍັງ​ທໍາ​ງານປະກອບ​ອາຊີບ​ຢູ່​ນັ້ນ ​ໄດ້ຫຼາຍສົມຄວນ.

ຈຸດ​ເດ່​ນຂອງ​ການ​ເປີດ​ກອງ​ປະຊຸມຫຼວງພັກ​ເດ​ໂມ​ແຄຣັທ​ເມື່ອ​ຕອນ​ແລງ​ວັນ​ອັງຄານ​ວານນີ້ ກໍ​ຄື ການ​ຂຶ້ນ​ກ່າວຄໍາ​ປາ​ໄສ​ຂອງ​ສະຕຣີໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ທ່ານ​ນາງ Michelle Obama ທີ່​ໄດ້​ເວົ້າ​ເຖິງ​ອຸບປະນິ​ໄສ ​ແລະຄວາມ​ສາມາດຂອງ​ສາມີຂອງ​ທ່ານ​ນາງ ​ໃນ​ການ​ທໍາ​ການຕັດສິນ​ໃຈ​ທາງ​ການ​ເມືອງ​ທີ່​ເດັດດ່ຽວນັ້ນ.

XS
SM
MD
LG