ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະໝັກ ປະທານາທິບໍດີ ພັກເດໂມແຄຣັດ ເປີດເຜີຍ ປະຫວັດ ເສຍພາສີ


ຜູ້ສະໝັກປະທານາທິບໍດີພັກເດໂມແຄຣັດ ທ່ານນາງ Hillary Clinton ຈັບມືກັບຜູ້ຄົນ ລະຫວ່າງໂຄສະນາຫາສຽງ
ຜູ້ສະໝັກປະທານາທິບໍດີພັກເດໂມແຄຣັດ ທ່ານນາງ Hillary Clinton ຈັບມືກັບຜູ້ຄົນ ລະຫວ່າງໂຄສະນາຫາສຽງ

ຜູ້​ສະໝັກ​ປະທານາທິບໍດີ​ ຂອງ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ​ໄດ້​ເປີດ​ເຜີຍ​ປະຫວັດ​ການ​ເສຍ​ພາສີທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ​ໄດ້ເສຍພາສີ​ໃຫ້​ລັດຖະບານ​ກາງ​ໃນ​ອັດຕາ 34.2 ​ເປີ​ເຊັນ ​ໃນ​ປີ​ກາຍ​ນີ້ ​ໃນ​ຂະນະ​ທີ່​ຜູ້ສະໝັກ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນທ່ານ Donald Trump ພວມ​ໄດ້​ຮັບ​ການ​ກົດ​ດັນ​ຫຼາຍຂຶ້ນ ​ໃຫ້​ເປີດ​ເຜີຍ​ປະ​ຫວັດ​ການ​ເງິນ​ຂອງ​ທ່ານ.

ທ່ານ​ນາງ Clinton ​ແລະ​ຜູ້​ສະໝັກ​ເປັນ​ຮອງ​ປະທານາທິບໍດີ​ຮ່ວມ​ກັບ​ທ່ານ​ນາງ ທ່ານ Tim Kaine ​ໄດ້​ເປີດ​ເຜີຍ​ການ​ເສຍ​ພາສີ​ຂອງ​ພວກ​ທ່ານ​ໃນ​ວັນ​ສຸກ​ວານນີ້. ທ່ານ Kaine ​ໄດ້​ເສຍ​ພາສີ​ໃນ​ອັດຕາ 20.3 ​ເປີ​ເຊັນ ​ໃນ​ປີ 2015.

ຜູ້​ຊ່ອຍ​ໃນ​ການ​ໂຄສະ​ນາ​ຫາ​ສຽງ ຍານາງ Jennifer Palmieri ກ່າວ​ຢູ່​ໃນ​ຖະແຫຼງການ​ສະບັບ​ນຶ່ງ​ວ່າ ທ່ານ​ນາງ Clinton ​ແລະ​ທ່ານ Kaine ຍັງ​ສື​ບຕໍ່​ກຳນົດມາດຕະຖານ​ສຳລັບ​ຄວາມ​ໂປ່​ງ​ໃສ​ທາງ​ດ້ານ​ການ​ເງິນ ແລະ​ໄດ້​ຮຽກຮ້ອງ​ໃຫ້ທ່ານ Trump ​ເປີດ​ເຜີຍ​ປະຫວັດ​ໃນ​ການ​ເສຍ​ພາສີ​ຂອງ​ທ່ານ ດັ່ງ​ທີ່​ຜູ້​ສະໝັກ​ປະທາ​ນາ​ທິບໍດີຄົນ​ອື່ນໆ​ໄດ້ກະທຳ ​ໃນ​ໄລຍະ​ສີ່​ທົດ​ສະ​ວັດ​ຜ່ານ​ມາ.

ທ່ານ Trump ​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ການ​ເງິນ​ຂອງ​ທ່ານ​ກຳລັງ​ຖືກ​ກວດ​ສອບແລະ​ປະຕິ​ເສດ​ບໍ່​ຍອມ​ເປີດ​ເຜີຍ​ໃຫ້​ຮູ້​ຈົນ​ກວ່າ​ການກວດ​ສອບ​ຈະ​ແລ້ວ​ສຳ​ເລັດ.

​ແຕ່​ເປັນ​ເວລາ​ຫຼາຍ​ເດືອນ​ມາ​ແລ້ວທີ່ພວກ​ນັກ​ຊ່ຽວຊານ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ບໍ່​ມີ​ຫຍັງທີ່​ຈະ​ຂັດ ຂວາງ​ບໍ່​ໃຫ້​ບຸກຄົນ​ໃດ​ບຸກຄົນ​ນຶ່ງເປີດ​ເຜີຍ​ປະຫວັດ​ການ​ເສຍ​ພາສີ​ຂອງຜູ້ກ່ຽວ​ໄດ້ ໃນຂະນະ ​ທີ່​ຖືກ​ກວດ​ສອບ​ຢູ່​ນັ້ນ.

ພວກ​ນັກ​ຊ່ຽວຊານ​ຍັງ​ຊີ້​ໃຫ້​ເຫັນ​ວ່າ ພວກ​ນັກ​ພັດທະນາ​ອະສັງຫາລິມະ​ຊັບໄດ້​ຊົມ​ໃຊ້ການ​ຜ່ອນຜັນ​ພາສີ​ຈຳນວນ​ນຶ່ງ ​ທີ່​ອາດ​ຈະ​ຍັງ​ຜົນ​ໃຫ້ ​ທ່ານ Trump ​ເສຍ​ພາສີ ​ໃນ​ອັດຕາ​ທີ່​ຕ່ຳ ກວ່າ​ປະຊາຊົນ​ທຳ​ມະ​ດາ​ສາມັນ​ ຫຼືອາດ​ເປັນ​ໄປ​ໄດ້​ທີ່​ຜູ້ກ່ຽວ​ບໍ່​ໄດ້ເສຍ​ພາສີ​ເລີຍ.

ທ່ານ Steven Rosenthal ຈາກ​ສູນ​ກາງ Urban-Brooking Tax Policy ກ່າວ​ຕໍ່​ອົງ ການ​ຂ່າວ​ເອພີ​ວ່າ ຂ້າພະ​ເຈົ້າຄິດ​ວ່າ ທ່ານ​ອາດຈະເສຍ​ພາສີ​ພຽງ​ເລັກ​ນ້ອຍ​ຫຼືບໍ່​ໄດ້​ເສຍ​ເລີຍ​ກໍ​ເປັນ​ໄດ້. ອະສັງຫາລິມະ​ຊັບ​ແມ່ນ​ມີ​ຊື່​ສຽງ​ບໍ່​ຄ່ອຍ​ດີ​ປານ​ໃດ​ໃນ​ການ​ນຳ​ໃຊ້​ການຫຼຸດ ຜ່ອນ​ພາສີ.

ທ່ານ Daniel Shaviro ອາຈານ​ສອນ​ທີ່​ສະ​ຖາ​ບັນ​ກົດໝາຍ​ຂອງ​ມະຫາວິທະຍາ​ໄລ​ນິວ ຢອກ ກ່າວ​ຕໍ່​ວິທະຍຸ NPR ວ່າ ທະນາຍຄວາມ​ຂອງ​ທ່ານ Trump ອາດ​ຈະ​ແນະນຳ​ບໍ່​ໃຫ້​ທ່ານ​ເປີດ​ເຜີຍ​ປະຫວັດ​ການ​ເສຍ​ພາສີຈົນ​ເທົ່າ​ການກວດສອບ​ເສັດ​ສິ້ນລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG