ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕັດທຶນຊ່ວຍເຫຼືອ ເກັບກູ້ລະເບີດ ກຳປູເຈຍ


ສະມາຊິກຂອງອົງການເກັບກູ້ລະເບີດກຳປູເຈຍ, ຊ້າຍ, ແລະ ຕຳຫຼວດຄົນນຶ່ງ ຢືນເຝົ້າລະເບີດ Mark 82 ໃນແຂວງກັນດານ, 21 ພຶດສະພາ 2015.
ສະມາຊິກຂອງອົງການເກັບກູ້ລະເບີດກຳປູເຈຍ, ຊ້າຍ, ແລະ ຕຳຫຼວດຄົນນຶ່ງ ຢືນເຝົ້າລະເບີດ Mark 82 ໃນແຂວງກັນດານ, 21 ພຶດສະພາ 2015.

ການຕັດສິນໃຈຂອງ ສະຫະລັດ ທີ່ຈະຕັດທຶນສຳລັບໂຄງການເກັບກູ້ລະເບີດໃນ
ກຳປູເຈຍ ຂົ່ມຂູ່ທີ່ຈະພາໃຫ້ເກີດຄວາມແຕກແຍກເພີ່ມເຕີມລະຫວ່າງ ລັດຖະບານ
ພະນົມ ເປັນ ແລະ ວໍຊິງຕັນ.

ໃນວັນອັງຄານວານນີ້, ລາຍງານຂ່າວໃນທ້ອງຖິ່ນແຈ້ງວ່າ ສະຫະລັດ ໄດ້ຕັດສິນໃຈທີ່
ຈະຢຸດການໃຫ້ທຶນປະຈຳປີໃນປີ 2018, ເຊິ່ງມີມູນຄ່າປະມານ 2 ລ້ານໂດລາ, ເພື່ອ
ເກັບກູ້ລະເບີດທີ່ຕົກຄ້າງຈາກສົງຄາມໃນ ກຳປູເຈຍ.

ນາຍົກລັດຖະມົນຕີ ຮຸນ ເຊນ ມີລາຍງານວ່າໄດ້ຕອບໂຕ້ຕໍ່ການຕັດສິນໃຈທີ່ບໍ່ຄາດຄິດ
ດັ່ງກ່າວນີ້ ດ້ວຍການປະກາດວ່າ ທ່ານຈະເດີນທາງໄປທົ່ວເພື່ອຫາເງິນຊ່ວຍເຫຼືອ, ອີງ
ຕາມຄຳເວົ້າຂອງເຈົ້າໜ້າທີ່ອາວຸໂສເກັບ ກູ້ລະເບີດ ກຳປູເຈຍ.

ຍັງບໍ່ມີການອະທິບາຍຢ່າງເປີດເຜີຍສຳລັບການຕັດທຶນນີ້ເທື່ອ, ແລະທັງສູນອົງການ
ເກັບກູ້ລະເບີດ ກຳປູເຈຍ ຫຼື CMAC, ເຊິ່ງແມ່ນຜູ້ຮັບເງິນທຶນຂັ້ນສຸດທ້າຍ, ແລະອົງ
ການຊ່ວຍເຫຼືຂອງປະຊາຊົນ ນໍເວ, ເຊິ່ງເປັນຜູ້ບໍລິຫານເງິນ ກ່າວວ່າ ເຂົາເຈົ້າບໍ່ຮູ້ວ່າ
ເປັນຫຍັງການໃຫ້ທຶນນີ້ຈຶ່ງຖືກຢຸດ.

ຜູ້ອຳນວຍການໃຫຍ່ຂອງອົງການ CMAC ທ່ານ ເຮັງ ຣັດຕະນາ ໄດ້ກ່າວວ່າ ທ່ານບໍ່
ໄດ້ຮັບຄຳເຕືອນ ກ່ຽວກັບ ການຕັດໃດໆຕໍ່ທຶນນັ້ນ ກ່ອນທ່ານຈະຖືກແຈ້ງໃຫ້ຮູ້ ກ່ຽວກັບ
ການຕັດສິນໃຈດັ່ງກ່າວໃນວັນຈັນທີ່ຜ່ານມາ. ເງິນທີ່ວ່ານັ້ນຄວບຄຸມຄ່າໃຊ້ຈ່າຍ ເງິນ
ເດືອນຂອງພະນັກ ງານປະມານ 300 ຄົນ, ເຊິ່ງສ່ວນໃຫຍ່ແມ່ນພວກເກັບກູ້ລະເບີດ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ຄວາມຂັດແຍ້ງແທ້ແມ່ນຫຍັງ. ພວກເຮົາມີແຕ່ນຳ
ສະເໜີຂໍ້ເທັດຈິງ ແລະ ພວກເຮົາກໍເຮັດວຽກນຳກັນ.ເຂົາເຈົ້າບໍ່ເຄີຍລະບຸຄວາມຂັດ
ແຍ້ງໃດໆທີ່ພວກເຮົາມີ, ແຕ່ທັນໃດນັ້ນເຂົາເຈົ້າກໍຕັດການຊ່ວຍເຫຼືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG