ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຮຽກຮ້ອງ ໃຫ້ໄທ ກັບຄືນໄປສູ່ ການປົກຄອງ ແບບ ປະຊາທິປະໄຕ (ສະໄລດ໌/ວີດີໂອ)


ລັດຖະມົນຕີ ປ້ອງກັນປະເທດ ທ່ານ Chuck Hagel ຢູ່ທີ່ກອງປະຊຸມ ຄວາມ​​ໝັ້ນຄົງ​​ເອ​ເຊຍ ທີ່ສິງກະ​ໂປ ຮຽກຮ້ອງໃຫ້ໄທ ກັບຄືນສູ່ການປົກຄອງແບບປະຊາທິປະໄຕ
ລັດຖະມົນຕີ ປ້ອງກັນປະເທດ ທ່ານ Chuck Hagel ຢູ່ທີ່ກອງປະຊຸມ ຄວາມ​​ໝັ້ນຄົງ​​ເອ​ເຊຍ ທີ່ສິງກະ​ໂປ ຮຽກຮ້ອງໃຫ້ໄທ ກັບຄືນສູ່ການປົກຄອງແບບປະຊາທິປະໄຕ
ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Chuck Hagel
​ໄດ້​ຮຽກຮ້ອງ​ໃຫ້​ຜູ້ນຳ​ໃນການກໍ່ລັດຖະປະຫານ​ໃນ​ປະ​ເທດ​ໄທ
ປ່ອຍ​ໂຕ​ບັນດາ​ຜູ້​ທີ່ຖືກ​ຄຸມຂັງ​ ​ແລະຈັດໃຫ້ມີ​ການ​ເລືອກ​ຕັ້ງ​ທົ່ວ
ໄປ​ໂດຍ​ທັນທີີ ຫລັງ​ຈາກຜູ້ນຳ​ທະຫານນາຍ​ພົນ ປຣະຍຸດ ຈັນ​
ໂອຊາ ກ່າວ​ວ່າ ການ​ກັບ​ຄືນ​ໄປສູ່ການປົກຄອງ​ຂອງ​ພົນລະ​ເຮືອນ
ອາດ​ຈະໃຊ້​ເວລາ​ຢ່າງ​ໜ້ອຍອີກ​ນຶ່ງ​ປີ.

ໃນການຖະແຫຼງ​ທີ່​ກອງ​ປະຊຸມຄວາມໝັ້ນຄົງເອ​ເຊຍ ທີ່ສິງກະ​ໂປ
​ໃນ​ວັນ​ເສົາມື້ນີ້ ທ່ານ Hagel ຍັງ​ໄດ້​ຮຽກຮ້ອງ​ໃຫ້​ທະຫານ​ຍຸດຕິ
ການບັ່ນທອນສິດເສລີພາບ ໃນການ​ປາກ​ເວົ້າ ຮວມ​ທັງ​ການ​ຫ້າມ
ບໍ່ໃຫ້ໂຮມ​ຊຸມ​ນຸມທາງ​ການ​ເມຶ​ອງ ທີ່ມີຫຼາຍ ກວ່າ​ຫ້າ​ຄົນຂຶ້ນ ​ແລະ​ການ​ຄວບ​ຄຸມສື່​ມວນ​ຊົນຢ່າງເຄັ່ງຄັດ.
US THAILAND CNPK
please wait
Embed

No media source currently available

0:00 0:02:02 0:00

ໃນການປະນາມ ​ຕໍ່ “ການຖອຍຫລັງ​ຂອງ​ປະຊາທິປະ​ໄຕ” ຢູ່ໃນປະເທດໄທນັ້ນ ທ່ານ
Hagel ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ຕາງໜ້າທີ່ເຂົ້າຮ່ວມກອງ​ປະຊຸມ Shagri-La ວ່າ ສະຫະລັດ
​ໄດ້​ໂຈະເປັນການຊົ່ວຄາວ ຄວາມ​ສຳພັນທາງ​ທະຫານທີ່​ມີ​ມາເປັນ​ເວລາດົນນານ​ກັບ​ໄທ.

ຢູ່​ໃນ​ຄຳ​ປາໄສຕໍ່ປະເທດຊາດທາງ​ໂທລະພາບ ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ນາຍ​ພົນ
ປຣະຍຸ​ດ ກ່າວ​ວ່າ ຂັ້ນຕອນໃນການສ້າງຄວາມປອງດອງຊາດ ແລະການ​ປະ ຕິ​ຮູບທາງ
ດ້ານ​ການ​ເມືອງນັ້ນ ຕ້ອງ​ມີ​ຂື້ນ​ກ່ອນ​ການ​ເລືອກ​ຕັ້ງ. ທ່ານ​ໄດ້​ໃຊ້​ເວລາ​ ສ່ວນ​ໃຫຍ່ຂອງ
ຄຳປາໄສ ຄໍ້າປະກັນ​ຕໍ່​ສາທາລະນະ​ຊົນ​ວ່າ ​ເສດຖະກິດ​ຂອງ​ໄທ​ຍັງມີຄວາມເຂັ້ມ​ແຂງ​ ​ແລະ
​ບັນດາ​ນັກ​ລົງທຶນ​ຄວນຍັງ​ຄົງມີຄວາມ​ເຊື່ອໝັ້ນ.

​ເຖິງ​ຢ່າງໃດ​ກໍ​ດີ ທ່ານ​ຍັງ​ໄດ້​ເຕືອນ​ພວກ​ປະ​ທ້ວງໃຫ້ຢຸດ​ການ​ເດີນຂະບວນຕໍ່​ຕ້ານ​ການ
ກໍ່ລັດຖະປະຫານ​ຂອງພວກທະຫານ ທີ່​ທ່ານ​ໄດ້​ເປັນ​ຜູ້ນຳ​ພາ​ໃນອາທິດ​ແລ້ວ​ນີ້ ​ເພາະ
ທ່ານເວົ້າວ່າ ການ​ຂັດ​ແຍ້​ງກັນ ຈະ​ເຮັດ​ໃຫ້ຂັ້ນຕອນໃນການຟື້ນຟູການ ປົກຄອງຂອງ
ພົນລະເຮືອນ ມີການຊັກຊ້າ.
THAILAND POLITICS CNPK
please wait

No media source currently available

0:00 0:01:20 0:00

XS
SM
MD
LG