ສະຫະລັດໄດ້ຮຽກຮ້ອງໃນວັນອັງຄານວານນີ້ ໃຫ້ພວກຫົວ
ຮຸນແຮງລັດອິສລາມ ປ່ອຍໂຕຊາວ Assyrian ທີ່ນັບຖືສາ
ສະໜາຄຣິສ ຫຼາຍກວ່າ 90 ຄົນ ທີ່ພວກເຂົາໄດ້ລັກພາໂຕໄປ
ໃນລະຫວ່າງການບຸກໂຈມຕີທາງພາກຕາເວັນອອກສຽງເໜືອ
ຂອງຊີເຣຍ.
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Jen
Psaki ໄດ້ປະນາມການໂຈມຕີດັ່ງກ່າວນັ້ນ ແລະ ກ່າວວ່າ ພວກ
ຫົວຮຸນແຮງຕ້ອງປ່ອຍໂຕພົນລະເຮືອນໝົດທຸກຄົນ ທີ່ພວກເຂົາ
ຄວບຄຸມໂຕຢູ່ໃນເວລານີ້.
ທ່ານນາງ Psaki ທີ່ເອີ້ນຊື່ກຸ່ມລັດອິສລາມໂດຍໂຕຫຍໍ້ວ່າ ISIL ນັ້ນ ກ່າວວ່າ “ເປົ້າໝາຍຂອງກຸ່ມ ISIL ທີ່ແນໃສ່ສາສະໜາກຸ່ມນ້ອຍແມ່ນເປັນສິ່ງທີ່ພິສູດໃຫ້ເຫັນ ຢ່າງຈະແຈ້ງ ຕື່ມອີກເຖິງຄວາມໂຫດຮ້າຍຂອງພວກເຂົາ ແລະການປະຕິບັດແບບໄຮ້ມະນຸດສະທຳ ຕໍ່ໝົດທຸກຄົນທີ່ບໍ່ເຫັນດີນຳຈຸດໝາຍ ເພື່ອສ້າງຄວາມແຕກແຍກ ແລະຄວາມເຊື່ອທີ່ເປັນພິດເປັນໄພຂອງພວກເຂົານັ້ນ. ກຸ່ມ ISIL ສືບຕໍ່ທຳຄວາມຊົ່ວຮ້າຍຢູ່ຄືເກົ່າ ຕໍ່ພວກຄົນທີ່ບໍລິສຸດ ຈາກທຸກໆສາສະໜາ ແລະພວກເຄາະຮ້າຍ ໂດຍສ່ວນໃຫຍ່ ກໍເປັນຊາວມຸສລິມອີກດ້ວຍ.”
ທ່ານນາງ Psaki ຍັງໄດ້ເນັ້ນຢ້ຳໃຫ້ເຫັນເຖິງການກໍ່ຄວາມຮຸນແຮງໂດຍກຳລັງຂອງລັດ
ຖະບານຊີເຣຍ ທີ່ຍັງມີຢູ່ຕໍ່ໄປ ໂດຍກ່າວວ່າ ສະຫະລັດແມ່ນຍັງໝັ້ນໝາຍເພື່ອຊອກຊ່ອງ
ຫາທາງແກ້ໄຂໂດຍທາງການເມືອງ ຕໍ່ບັນຫາສົງຄາມກາງເມືອງ ໃນປະເທດດັ່ງກ່າວທີ່ຍືດ
ເຍື້ອ ມາໄດ້ເກືອບ 3 ປີ ຊຶ່ງໄດ້ເຮັດໃຫ້ຫຼາຍກວ່າ 200,000 ຄົນເສຍຊີວິດໄປແລ້ວ.