ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຮຽກຮ້ອງໃຫ້ສືບສວນ ຢ່າງອິດສະຫຼະ ກ່ຽວກັບການສັງຫານພົນລະເຮືອນ ຢູ່ ສາທາລະນະລັດຄອງໂກ


ທ່ານ Zeid Ra’ad al-Hussein ຈາກຫ້ອງການຂ້າຫລວງໃຫຍ່ ສິດທິມະນຸດສະຫະປະຊາຊາດ ກ່າວຕໍ່ບັນດານັກຂ່າວ.
ທ່ານ Zeid Ra’ad al-Hussein ຈາກຫ້ອງການຂ້າຫລວງໃຫຍ່ ສິດທິມະນຸດສະຫະປະຊາຊາດ ກ່າວຕໍ່ບັນດານັກຂ່າວ.

ສາທາລະນະ​ລັດ ປະຊາທິປະໄຕ​ຄອງໂກ ພວມປັດ​ປ່າຍ​ຄຳ​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ທີ່​ເປັນ​ອິດສະລະ ຕໍ່​ການ​ກ່າວ​ຫາ​ສັງຫານ ພວກ​ພົນລະ​ເຮືອນ​ທີ່​ບໍ​ມີີ​ອາວຸດ​ໂດ​ຍ ກຳລັງ​ທະຫານສາທາ ລະນະ​ລັດ ປະຊາທິປະໄຕ​ຄອງໂກ (DRC) ຢູ່​ໃນ​ເຂດ Kasai.

ຮູບ​ພາບ​ວີ​ດີ​ໂອ​ໄດ້ໂພ່​ໂຕ​ອອກ​ມາ​ໃນ​ສື່​ສັງຄົມ​ໃນ​ຫລາຍ​ມື້​ທີ່​ຜ່ານ​ມາ ປາກົດ​ວ່າ​ສະ​ແ​ດງ​ໃຫ້​ເຫັນເຖິງພວກທະຫານທີ່ຍິງ​ພວກ​ຜູ້​ຊາຍ ​ແລະ​ແມ່ຍິງ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນ​ນອນ​ເລືອຢູ່​ໜ້າດິນ.

ວີ​ດີ​ໂອ​ຕອນ​ນຶ່ງ​ໄດ້​ສະ​ແດງໃຫ້​ເຫັນ​ພວກ​ເດັກນ້ອຍ​ກຳລັງຖືກ​ຍິງ.

ບັນດາ​ເຈົ້າ​ໜ້າ​ທີ່ DRC ກ່າວ​ວ່າ ວີ​ດີ​ໂອ​ເປັນ​ຂອງ​ປອມ ​ແລະ​ດັດແປງ ​ໂດຍ​ກ່າວ​ວ່າ "​ເປັນ​ກຸ່ມຝ່າຍ​ຄ້ານທີ່​ໂຫດຮ້າຍ” ດັດແປງ​ຮູບ​ພາບ​ທີ່​ເຮັດ​ໃຫ້​ກຳລັງ DRC ຖືກ​ເບິ່ງໄປໃນ​ທາງ​ບໍ່​ດີ.

ລັດຖະບານ​ກ່າວ​ວ່າ ຕົນ​ໄດ້​ທຳ​ການ​ສືບສວນ​ດ້ວຍຕົນ​ເອງແລ້ວ ​ແລະ​ຫລາຍ​ຄົນ​ໄດ້​ຖືກ​ຈັບ.

​ແຕ່​ວ່າ​ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ​ຫລາຍ​ປະ​ເທດ​ ກຳລັງ​ພາກັນ​ຮຽກຮ້ອງໃຫ້​ພິສູດ​ຢ່າງ​ລະອຽດ​ເພີ້​ມຂຶ້ນ.

​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ Mark Toner ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ມັນ​ຄວນ​ຈະປະຕິບັດ “​ໂດຍ​ການ​ປະສານ​ງານ​ກັບ​ບັນດາ​ອົງການ ສາກົນ ທີ່​ຮັບຜິດຊອບ​ຕໍ່​ການ​ສິ້ງ​ຊອມ ສິດ​ທິມະນຸດ ​ເພື່ອ​ພິສູດ​ພວກ​ທີ່​ກະ​ທຳຄວາມ​ໂຫດຮ້າຍ​ດັ່ງກ່າວ ​ແລະ​ນຳ​ເອົາ​ຄວາມ​ຮັບຜິດ​ຊອບ​ໄປສູ່​ບຸກຄົນ​ໃດໆ ກໍຕາມທີ່​ພິສູດ​ວ່າ​ໄດ້​ພົວພັນກັບ​ເລື່ອງດັ່ງກ່າວ.

ຫົວໜ້່າຫ້ອງການ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ທ່ານ Zeid Ra’ad Al Hussein ກໍ​ໄດ້​ຮຽກ ຮ້ອງ​ເອົາຄຳ​ຕອບ​ເຊັນ​ກັນ.

ຂົງ​ເຂດ Kasai ຂອງ DRC ​ໄດ້​ເກີດ​ຄວາມ​ຮຸນແຮງ​ນັບ​ແຕ່​ເດືອນ​ສິງຫາ​ປີ​ກາຍ​ນີ້ ​ເວລາ​ຜູ້ນຳ​ຊົນ​ເຜົ່າ​ຄົນ​ນຶ່ງ​ ຜູ້​ທີ່​ຕໍ່ຕ້ານ​ລັດຖະບານ Kinshasa ​ໄດ້​ຖືກ​ຂ້າ​ຕາຍ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ສູ້​ລົບກັນ​ໄດ້ເຮັດ​ໃຫ້ຫຼາຍ​ກວ່າ 200 ຄົນ​ເສຍ​ຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG