ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງ ໃຫ້ມີ ການຄ້າ ທີ່ສົມດຸນ ຫຼາຍຂຶ້ນ ກັບ ຈີນ

ຮອງນາຍົກລັດຖະມົນຕີຈີນ ທ່ານ Wang Yang, ຊ້າຍ, ແລະ ລັດຖະມົນຕີ ກະຊວງການເງິນ ທ່ານ Steven Mnuchin, ເຂົ້າຮ່ວມ ກອງປະຊຸມ ການປຶກສາຫາລື ກ່ຽວກັບເສດຖະກິດຮອບດ້ານ ລະຫວ່າງ U.S.-China ຢູ່ທີ່ກະຊວງການເງິນ ໃນວໍຊິງຕັນ, ວັນທີ 19 ກໍລະກົດ 2017.

ການ​ເຈລະຈາ​ທີ່​ແນ​ໃສ່ ​ເພື່ອທັບ​ມ້າງ​ກຳ​ແພງ​ການ​ຄ້າ ລະຫວ່າງ ​ສະຫະລັດ ​ແລະ
ຈີນ ປາກົດ​ວ່າ​ ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ທີ່​ນະຄອນ​ວໍ​ຊິງ​ຕັນ​ ​ໃນ​ວັນ​ພຸດວານນີ້ ​
ໃນ​ຂະນະ​ທີ່ ​ທັງ​ສອງ​ຝ່າຍ​ ໄດ້​ຍົກ​ເລີກການ​ຖະ​ແຫຼງຂ່າວ ທີ່​ມີ​ກຳນົດ​ຈະຈັດ​ຂຶ້ນ​ ໃນ
​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ​ນັ້ນ.

​ໃນ​ຂະນະ​ທີ່ ​ການ​ເຈລະຈາ​ເລີ້ມຂຶ້ນ ຢູ່​ນະຄອນຫຼວງວໍ​ຊິງ​ຕັນ ລັດຖະມົນຕີ​ກະຊວງ​
ການ​ເງິນ​ຂອງ​ສະຫະລັດ ທ່ານ Steve Mnuchin ​ໄດ້​ຮຽກຮ້ອງ​ໃຫ້​ ສະຫະລັດ
​ແລະ ​ຈີນ ມີ​ຄວາມ​ສຳພັນ​ທາງ​ດ້ານ​ເສດຖະກິດ ທີ່​ “​ເປັນ​ທຳ​ແລະ​ມີ​ຄວາມ​ສົມ​ດູ​ນ
ກວ່າ​ເກົ່າ.”

ຮອງນາຍົກລັດຖະມົນຕີ ຈີນ ທ່ານ Wang Yang ກ່າວຢູ່ທີ່ພິທີເປີດ ການປຶກສາຫາລື ກ່ຽວກັບເສດຖະກິດ ຮອບດ້ານ ລະຫວ່າງ U.S.-China ຢູ່ທີ່ກະຊວງການເງິນ ໃນວໍຊິງຕັນ, ວັນທີ 19 ກໍລະກົດ 2017.
ຮອງນາຍົກລັດຖະມົນຕີ ຈີນ ທ່ານ Wang Yang ກ່າວຢູ່ທີ່ພິທີເປີດ ການປຶກສາຫາລື ກ່ຽວກັບເສດຖະກິດ ຮອບດ້ານ ລະຫວ່າງ U.S.-China ຢູ່ທີ່ກະຊວງການເງິນ ໃນວໍຊິງຕັນ, ວັນທີ 19 ກໍລະກົດ 2017.

ຮອງ​ນາຍົກລັດຖະມົນຕີຈີນ ທ່ານ Wang Yang ກ່າວ​ວ່າ ການ​ຮ່ວມ​ມື​ທາງ​ດ້ານ
​ການ​ຄ້າ​ລະຫວ່າງ​ປະ​ເທດ​ທັງ​ສອງ “​ເປັນ​ທາງ​ເລືອກ​ໂຕ​ຈິງ​ສຳລັບ​ທັງ​ສອງຝ່າຍ”
ແຕ່​ທ່ານ​ກໍ​ໄດ້​ເຕືອນ​ວ່າ “ການ​ປະ​ເຊີນ​ໜ້າ​ ຈະ​ສ້າງ​ຄວາມ​ເສຍ​ຫາຍ​ ໃນ​ທັນທີ​
ຕໍ່​ຜົນ​ປະ​ໂຫຍ​ດ ຂອງ​ທັງ​ສອງ​ຝ່າຍ.”

ວໍ​ຊິງ​ຕັນ​ແລະ​ປັກ​ກິ່ງ ​ແມ່ນ​ປະກອບ​ເປັນ​ສອງ​ເສດຖະກິດ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ ແຕ່
​ຈີນ​ ໄດ້​ຂາຍ​ສິນຄ້າ​ຂອງ​ຕົນ ​300 ຕື້​ໂດ​ລາ ໃຫ້ແກ່ພວກ​ລູກ​ຄ້າ​ ສະຫະລັດ ຫຼາຍກວ່າ
​ທີ່​ບໍ່​ລິ​ສັດ​ຂອງ​ສະຫະລັດ ​ໄດ້​ຂາຍ​ສິນຄ້າ​ຂອງ​ຕົນ​ ໃຫ້​ແກ່​ຈີນ​.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG