ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ຜູ້​ແທນ ​ສະ​ຫະ​ລັດ ເດີນ​ທາງ​ໄປ ​ເວ​ເນ​ຊູ​ເອ​ລາ ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ຫຼຸດ​ຜ່ອນການ​ລົງ​ໂທດ


ປ້າຍ​ທີ່​ປ້ຳ​ນ້ຳ​ມັນ​ແຫ່ງ​ນຶ່ງ ຢູ່​ທີ່ Rte. 1A ທີ່​ສະ​ແດ​ງ​ໃຫ້​ເຫັນ​ລາ​ຄາ​ນ້ຳ​ມັນ​ກາ​ຊວນ ເມື່ອ​ວັນ​ທີ 4 ມີ​ນາ​ຜ່ານ​ມາ ຢູ່​ນະ​ຄອນບອ​ສ​ຕັນ.
ປ້າຍ​ທີ່​ປ້ຳ​ນ້ຳ​ມັນ​ແຫ່ງ​ນຶ່ງ ຢູ່​ທີ່ Rte. 1A ທີ່​ສະ​ແດ​ງ​ໃຫ້​ເຫັນ​ລາ​ຄາ​ນ້ຳ​ມັນ​ກາ​ຊວນ ເມື່ອ​ວັນ​ທີ 4 ມີ​ນາ​ຜ່ານ​ມາ ຢູ່​ນະ​ຄອນບອ​ສ​ຕັນ.

ຄະ​ນະ​ຜູ້​ແທນ ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດ ​ໄດ້ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ເວ​ເນ​ຊູ​ເອ​ລາ​ໃນ​ວັນ​ເສົາ​ແລ້ວ ເພື່​ອ​ເຈ​ລ​ະ​ຈາ​ຫາ​ລື ​ກັບ​ສະ​ມາ​ຊິກ​ ຂອງ​ລັດ​ຖະ​ບານປະ​ທາ​ນາ​ທິ​ບໍ​ດີ​ນິ​ໂກ​ລັ​ສ ມາ​ດູ​ໂຣ ໃນ​ການ​ຊອກ​ຫາ​ຊ່ອງ​ທາງ​ທີ່​ເປັນ​ໄປ​ໄດ້ ເພື່ອ​ຫຼຸດ​ຜ່ອນ​ການ​ລົງ​ໂທດຂອງ​ ສະ​ຫະ​ລັດ ​ຕໍ່ປະ​ເທດ​ທີ່ຜະ​ລິດ​ນ້ຳ​ມັນ​ສຳ​ຄັນ​ດັ່ງ​ກ່າວ.

ທ່ານ​ນາງ ​ເຈັນ ຊາ​ກີ ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ​ກ່າວ​ໃນ​ວັນ​ຈັນ​ວານນີ້ວ່າ ​ຄະ​ນະ​ຜູ້​ແທນ​ຂອງ​ ສະ​ຫະ​ລັດ​ ໄດ້​ປຶກ​ສາ​ຫາ​ລືກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ຮວມ​ທັງ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ພະ​ລັງ​ງານ ຕະ​ຫຼອດ​ທັງ​ສຸ​ຂະ​ພາບ​ແລະຄວາມ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ ອາ​ເມ​ຣິກັນ​ ທີ່​ຖືກ​ຈັບ​ກຸມ​ຄຸມ​ຂັງ.

ທ່ານ​ນາງ​ກ່າວ​ວ່າບັນ​ຫາ​ທັງ​ສອງໄດ້ “ແຍກ​ຈາກ​ກັນ ແລະ ການ​ໂອ້​ລົມ​ສົນ​ທະ​ນາ​.”

ແຫຼ່ງ​ຂ່າວ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ເຈ​ລະ​ຈາ​ຫາ​ລື ​ແຈ້ງ​ໃຫ້​ສື່ມວນ​ຊົນ​ຊາບ​ ກ່ຽວ​ກັບ​ ການ​ເຈລະ​ຈາ​ຫາ​ລືນີ້​ໄດ້​ເຮັດ​ວຽກ​ຢູ່​ຫຼັງ​ສາກ ມາ​ໄດ້​ຫຼາຍ​ເດືອນ​ແລ້ວ ແຕ່​ໄດ້​ມີ​ການ​ເລັ່ງ​ຂັດ​ຄວາມ​ຮີບ​ດ່ວນ​ຂຶ້ນ​ຕື່ມ ຍ້ອນ​ການ​ລຸກ​ເຂົ້າ​ໄປ​ໃນ​ ຢູ​ເຄ​ຣນ ​ຂອງ ​ຣັດ​ເຊຍ.

ການ​ຜະ​ລິດ​ນ້ຳ​ມັນ​ຂອງ ​ເວ​ເນ​ຊູ​ເອ​ລາ​ ໄດ້​ຫຼຸດ​ລົງ ​ໃນ​ຮອບ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມານີ້ ຈາກ 3 ລ້ານ​ຖັງ​ໃນ​ປີ 2002 ລົງ​ມາ​ເປັນ 800,000 ຖັງ​ຕໍ່​ມື້ ໃນ​ຕົ້ນ​ປີນີ້ ອີງ​ຕາມ​ອົງ​ການ​ໂອ​ເປັກ. ແຕ່​ແນວ​ໃດ​ກໍ​ຕາມ ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ ​ຂອງ​ປະເທດດັ່ງ​ກ່າວ​ອາດ​ຈະ​ຊົດ​ເຊີຍ​ໃຫ້​ແກ່​ປະ​ລິ​ມານ​ທີ່​ຫຼຸດ​ລົງ​ຈາກ​ການ​ຫ້າມ​ຊື້​ນ້ຳ​ມັນ​ຂອງ ​ຣັດ​ເຊຍ​ ໄດ້. ປະ​ເທດ​ເວ​ເນ​ຊູ​ເອ​ລາ ຍັງ​ເປັນ​ພັນ​ທະ​ມິດ​ທີ່​ເຂັ້ມ​ແຂງ​ສຸດ​ຂອງປະ​ທາ​ນາ​ທິ​ບໍ​ດີ ​ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ໃນ​ຊີກ​ໂລກ​ຕາ​ເວັນ​ຕົກ.

​ສະ​ຫະ​ລັດ ພາຍ​ໃຕ້​ລັດ​ຖະ​ບານ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ໄດ້​ຕັດ​ຄວາມ​ສຳ​ພັນ​ທາ​ດ້ານ​ການ​ທູດ​ກັບ​ເວ​ເນ​ຊູ​ເອ​ລາ ໃນ​ປີ 2019 ຫຼັງ​ຈາກ​ ສະ​ຫະ​ລັດ ຮັບ​ຮູ້​ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ ຮ​ວານ ກວາ​ອີ​ໂດ​ ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຖືກ​ຕ້ອງ​ຊ​ອບ​ທຳ​ຂອງ ​ເວ​ເນ​ຊູ​ເອ​ລາ ໂດຍ​ກ່າວ​ຫາ​ລັດ​ຖະ​ບານ​ ມາ​ດູ​ໂຣ​ ວ່າສໍ້​ໂກງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ. ນອກນັ້ນແລ້ວ ລັດ​ຖະ​ບານ​ທ່ານ ​ທ​ຣຳ​ ຍັງ​ໄດ້​ຈຳ​ກັດ​ລາຍ​ໄດ້​ຈາກ​ການ​ຂາຍ​ນ້ຳ​ມັນ​ໃນ​ ສະ​ຫະ​ລັດ ຂອງ​ບໍ​ລິ​ສັດ​ນ້ຳ​ມັນ​ແຫ່ງ​ຊາດ​ຂອງ ​ເວ​ເນ​ຊູ​ເອ​ລາ.

ໜັງ​ສື​ພິມ ວອ​ລ​ສ​ຕ​ຣີດ ​ເຈີ​ໂນ ລາຍ​ງານ​ວ່າ ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມານີ້ ພວກ​ນັກ​ລົງ​ໂທດ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ທ່ານ​ ໄບ​ເດັນ ຍົກ​ເລີກ​ການລົງ​ໂທດ​ຕໍ່​ ເວ​ເນ​ຊູ​ເອ​ລາ​ ເພື່ອ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ສາ​ມາດ​ສົ່ງ​ນ້ຳ​ມັນ​ດິບ​ອອກ​ສູ່​ຕະ​ຫລາດ ແລະ​ ນັ້ນຈະ​ສາ​ມາດ​ອຸດ​ຕັນ​ຊ່ອງ​ຫວ່າງທີ່​ເກີດ​ຂຶ້ນ ຖ້າ​ປະ​ເທດ​ຕາ​ເວັນ​ຕົກ​ຕັດ​ສິນ​ໃຈ​ທີ່​ຈະ​ທຳ​ການ​ລົງ​ໂທດ ​ເພື່ອບອຍ​ຄອດ​ນ້ຳ​ມັນ ​ຣັດ​ເຊຍ. ນອກ​ນັ້ນ ບໍ​ລິ​ສັດ ​ເຊັບ​ວ​ຣອນ ຍັງ​ໄດ້​ວິ່ງ​ເຕັ້ນ​ຂໍ​ໃຫ້​ລັດ​ຖະ​ບານ​ປັບ​ປ່ຽນ​ໃບ​ອະ​ນຸ​ຍາດ​ໃຫ້​ຮັບ​ເອົາ​ແລະ​ຄ້າ​ນ້ຳ​ມັນ​ຂອງ ​ເວ​ເນ​ຊູ​ເອ​ລາ ​ໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG