ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກັບເກົາຫຼີເໜືອ ເຂົ້າຮ່ວມ ເຈລະຈາ ກ່ຽວກັບ ກອງປະຊຸມ ສຸດຍອດ ລະຫວ່າງປ. ທຣຳ ກັບ ທ. ກິມ


Trump North Korea
please wait
Embed

No media source currently available

0:00 0:00:39 0:00

ບັນດາເຈົ້າໜ້າທີ່ ຂອງສະຫະລັດ ແລະ ເກົາຫຼີເໜືອ ໄດ້ພົບປະກັນ ຢູ່ທີ່ເຂດປອດ
ທະຫານ ໃນວັນອາທິດວານນີ້ ເພື່ອການເຈລະຈາ ກ່ຽວກັບ ກອງປະຊຸມສຸດຍອດ
ລະຫວ່າງ ປະທານາ ທິບໍດີ ດໍໂນລ ທຣຳ ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ
ທີ່ອາດເປັນໄປໄດ້.

ຫຼັງຈາກທີ່ ໄດ້ຍົກເລີກການເຈລະຈາ ໄປແລ້ວ ເມື່ອວັນພະຫັດຜ່ານມາ ທ່ານທຣຳ
ກໍໄດ້ກ່າວວ່າ ກອງປະຊຸມສຸດຍອດ ໃນວັນທີ 12 ມິຖຸນາ ຢູ່ທີ່ສິງກະໂປ ນັ້ນ ແມ່ນ
ອາດຈະມີຂຶ້ນ ຕາມກຳນົດຄືເກົ່າ.

ທ່ານທຣຳ ໄດ້ຂຽນທວີດ ໃນວັນອາທິດວານນີ້ວ່າ “ຂ້າພະເຈົ້າ ເຊື່ອໝັ້ນແທ້ໆວ່າ
ເກົາຫຼີເໜືອ ມີທ່າແຮງ ທີ່ສົດໃສ ແລະຈະເປັນປະເທດ ທີ່ມີເສດຖະກິດ ແລະການເງິນ ທີ່ຍິ່ງໃຫຍ່ ໃນມື້ນຶ່ງ. ທ່ານກິມ ຈົງ ອຶນ ກໍເຫັນດີ ນຳຂ້າພະເຈົ້າກ່ຽວກັບເລື້ອງນີ້. ມັນຈະ
ເກີດຂຶ້ນຢູ່.”

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ຟີລິບປິນ ທັງ ເປັນອະດີດ ເອກອັກຄະລັດ
ຖະທູດ ປະຈຳ ເກົາຫຼີໃຕ້ ທ່ານ ຊັງ ກິມ ແມ່ນນຳພາ ຄະນະຜູ້ແທນ ສະຫະລັດ ໄປຮ່ວມ
ໃນການເຈລະຈາ ກ່ຽວກັບການກະກຽມນີ້. ລາຍງານທັງຫຼາຍ ກ່າວວ່າ ການພົບປະກັນ
ດັ່ງກ່າວ ແມ່ນຄາດວ່າ ຈະດຳເນີນໄປຈົນຮອດວັນອັງຄານມື້ອື່ນ.

ທ່ານທຣຳ ໄດ້ກ່າວວ່າ “ພວກເຮົາຈະສາມາດເຮັດໃຫ້ປະສົບຜົນສຳເລັດ ໃນການ
ເຮັດໃຫ້ ແຫຼມເກົາຫຼີ ປາດສະຈາກອາວຸດນິວເຄລຍ ເຊິ່ງອັນນັ້ນ ຈະເປັນສິ່ງທີ່ດີຍິ່ງ
ສຳລັບເກົາຫຼີເໜືອ ມັນຈະເປັນສິ່ງທີ່ດີຍິ່ງ ສຳລັບ ເກົາຫຼີໃຕ້ ມັນຈະເປັນສິ່ງທີ່ດີຍິ່ງ
ສຳລັບ ຍີ່ປຸ່ນ ມັນຈະເປັນສິ່ງທີ່ດີຍິ່ງ ສຳລັບໂລກ ມັນຈະເປັນສິ່ງທີ່ດີຍິ່ງ ສຳລັບ
ສະຫະລັດ ມັນຈະເປັນສິ່ງທີ່ດີຍິ່ງສຳລັບຫຼາຍໆຄົນ. ມັນກຳລັງດຳເນີນໄປເລື້ອຍໆ
ຢ່າງສວຍສົດງົດງາມ.”

ມັນບໍ່ມີຄວາມຈະແຈ້ງວ່າ ແມ່ນຫຍັງເຮັດໃຫ້ທ່ານທຣຳ ປ່ຽນໃຈແທ້ໆ ກ່ຽວກັບ ການຢາກ
ຈະພົບປະກັບທ່ານກິມ ພຽງນຶ່ງວັນ ຫຼັງຈາກທີ່ທ່ານໄດ້ຍົກເລີກ ການເຈລະຈາ ຂອງພວກ
ເພິ່ນແລ້ວ.

ທ່ານທຣຳ ບໍ່ພໍໃຈ ກ່ຽວກັບການດູຖູກຮອງປະທານາທິບໍດີ ໄມຄ໌ ເພັນສ ຂອງເກົາຫຼີເໜືອ
ແລະການຂົ່ມຂູ່ ທີ່ຈະໃຊ້ກຳລັງນິວເຄລຍ. ຄຳເຫັນຂອງທ່ານເພັນສ ເມື່ອສັບປະດາ
ແລ້ວນີ້ ທີ່ວ່າ ເກົາຫຼີເໜືອ ອາດເປັນຄືກັນກັບ ປະເທດລີເບຍ ເຊິ່ງເປັນປະເທດນຶ່ງ ທີ່ໄດ້
ຕົກຢູ່ໃນຄວາມວຸ້ນວາຍ ນັບຕັ້ງແຕ່ ປະເທດນີ້ໄດ້ຍົກເລີກຄວາມໄຝ່ຝັນຢາກມີນິວເຄລຍ
ແລະໄດ້ເຫັນຜູ້ນຳຜະເດັດການຍາວນານຂອງຕົນຖືກສັງຫານ.

ແຕ່ທ່ານທຣຳ ໄດ້ກ່າວໃນວັນສຸກຜ່ານມາ ວ່າ “ໝົດທຸກຄົນ ຫຼິ້ນເກມນີ້” ແລະ ໃຫ້ຂໍ້ສັງ
ເກດວ່າ ການມີປະຕິກິລິຍາທີ່ “ອົບອຸ່ນ ແລະມີຜົນທີ່ດີ” ຂອງເກົາຫຼີເໜືອ ຕໍ່ໜັງສືທີ່ຂຽນ
ຫາທ່ານກິມຈາກທ່ານ ໃນການຍົກເລີກການເຈລະຈານັ້ນ.

ສື່ມວນຊົນຂອງທາງການເກົາຫຼີເໜືອ ໄດ້ລາຍງານ ກ່ຽວກັບ “ຄວາມຕັ້ງໃຈທີ່ຍຶດໝັ້ນ”
ຂອງທ່ານ ກິມ ທີ່ວ່າ ກອງປະຊຸມສຸດຍອດ ກັບ ທ່ານທຣຳ ຄວນກ້າວໜ້າຕໍ່ໄປ.

Trump Holds Washington in Suspense Over North Korean Summit
please wait

No media source currently available

0:00 0:02:49 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG