ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະ​ນະ​ຜູ້​ແທນ ສະ​ຫະ​ລັດ ເດີນ​ທາງ​ໄປ ເທີ​ກີ ເພື່ອ​ກົດ​ດັນ ໃຫ້​ຢຸດ​ຍິງ​ໃນ ຊີ​ເຣຍ


ລົດ​ຖັງ ແລະ ທະ​ຫານ ເທີ​ກີ ປະ​ຈຳການ​ຢູ່​ໃກ້​ກັບ​ເມືອງ ມານ​ບິ​ຈ໌ ຂອງ ຊ​ີເຣຍ. 15 ຕຸ​ລາ, 2019.
ລົດ​ຖັງ ແລະ ທະ​ຫານ ເທີ​ກີ ປະ​ຈຳການ​ຢູ່​ໃກ້​ກັບ​ເມືອງ ມານ​ບິ​ຈ໌ ຂອງ ຊ​ີເຣຍ. 15 ຕຸ​ລາ, 2019.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ໄດ້​ນຳພາ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ທີ່​ກຳ​ລັງ​ເດີນ​ທາງ​ໄປ​ປະ​ເທດ ເທີ​ກີ ໃນ​ວັນ​ພຸດມື້ນີ້ ເພື່ອ​ກົດ​ດັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ​ນັ້ນ ໃຫ້​ຢຸດ​ການ​ຮຸກ​ຮານ​ພາກ​ເໜືອ​ຂອງ​ປະ​ເທດ ຊີ​ເຣຍ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ທີ່​ງານ​ໃນ​ທຳ​ນຽບ​ຂາວ​ວ່າ “ພວກ​ເຮົາ​ຂໍ​ໃຫ້​ຢຸດ​ຍິງ. ພວກ​ເຮົາ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ທີ່​ໜັກ​ທີ່​ສຸດ​ທີ່​ເຈົ້າ​ສາ​ມາດ​ຈິນ​ຕະ​ນາ​ການ​ໄດ້. ພວກ​ເຮົາ​ມີໃຫ້​ເລືອກຢ່າງຫຼວງຫຼາຍ​ຖ້າ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ, ລວມ​ທັງ​ການ​ເກັບ​ພາ​ສີ​ຢ່າງ​ມະ​ຫາ​ສານ​ຕໍ່​ເຫຼັກ.”

ພ້ອມ​ກັນ​ນັ້ນ ໃນ​ການ​ເຂົ້າ​ຮ່ວມບັນ​ດາ​ຜູ້​ແທນ​ໄປ​ນະ​ຄອນຫຼວງ ອັງ​ກາ​ຣາ, ເຊິ່ງ​ແມ່ນ​ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໃນ​ວັນ​ພະ​ຫັດ​ນັ້ນ, ຈະ​ເປັນ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ທ່ານ ໂຣ​ເບີດ ໂອ​ໄບ​ຣ​ອັນ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈມ​ສ໌ ເຈັ​ຟ​ຟ​ຣີ, ຜູ້​ທີ່​ເປັນ​ທູດ​ພິ​ເສດ​ສຳ​ລັບ​ການ​ພົວ​ພັນ​ກັບ ຊີ​ເຣຍ ແລະ ພັນ​ທະ​ມິດ​ທົ່ວ​ໂລກ​ເພື່ອ​ປາບ​ກຸ່ມ​ທີ່​ເອີ້ນ​ວ່າ ລັດ​ອິ​ສ​ລາມ.

ທ່ານ ເພັນ​ສ໌ ຈະ​ກ່າວ ກ່ຽວ​ກັບ ຄຳ​ໝັ້ນ​ສັນ​ຍາ​ຂອງ​ ສະ​ຫະ​ລັດ “ເພື່ອ​ບັນ​ລຸ​ການ​ຢຸດ​ຍິງ​ໃນ​ທັນ​ທີ ແລະ ເງື່ອນ​ໄຂ​ຕ່າງໆ​ສຳ​ລັບ​ການ​ຕົກ​ລົງ​ກັນ​ໃນ​ການ​ເຈ​ລະ​ຈາ,” ອີງ​ຕາມ​ການ​ກ່າວ​ຂອງ​ຖະ​ແຫຼງ​ການ​ທຳ​ນຽບ​ຂາວ.

ຖະ​ແຫຼງ​ການ​ໄດ້​ກ່າວ​ວ່າ, ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ນັ້ນ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ກໍ​ຍັງ​ຈະ​ກ່າວ​ຢ້ຳ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ທີ່​ຈະ​ຮັກ​ສາ​ມາດ​ຕະ​ການ​ລົງ​ໂທດ​ທາງ​ເສດ​ຖະ​ກິດ​ຕໍ່ ເທີ​ກີ ຈົນ​ກວ່າ​ຈະ​ບັນ​ລຸກ​ຂໍ້​ແກ້​ໄຂ​ບັນ​ຫາ​ນຳ​ກັນ.”

ເຈົ້​າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ໃນ​ຕອນ​ເຊົ້າ​ຂອງວັນ​ອັງ​ຄານ​ວານນີ້​ວ່າ “ເປົ້າ​ໝາຍ​ອັນ​ດັບ​ນຶ່ງ​ແມ່ນ​ເພື່ອ​ດຳ​ເນີນ​ການ​ດ້ານ​ການ​ທູດ ເພື່ອ​ພະ​ຍາ​ຍາມ​ທີ່​ຈະ​ຫາທາງ​ຢຸດ​ຍິງ. ນຳ​ເອົາ​ສະ​ຖາ​ນະ​ການ​ດັ່ງ​ກ່າວ​ມາ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ. ມັນ​ສັບ​ສົນຫຼາຍໆ. ມັນ​ອັນ​ຕະ​ລາຍ​ສຳ​ລັບ​ກອງ​ກຳ​ລັງ​ຂອງ​ພວກ​ເຮົາ. ມັນ​ໄດ້​ເຮັດ​ໃຫ້​ການ​ຕໍ່​ສູ້​ກັບ​ພວກ​ລັດ​ອິ​ສ​ລາມ​ມີ​ຄວາມ​ສ່ຽງ. ມັນ​ໄດ້​ສ້າງ​ຄວາມ​ສ່ຽງ​ສຳ​ລັບ​ຄວາມ​ປອດ​ໄພ​ຂອງ​ທັກ​ໂທດ​ເກືອບ 10,000 ຄົນທີ່​ຖືກ​ກັກ​ຂັງ.”

ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ​ໄດ້​ກ່າວ​ຢ້ຳ​ວ່າ​ “ມັນ​ບໍ່​ໄດ້​ມີ​ນັກ​ໂທດ​ລັກ​ໜີ​ອອກ​ຈາກ​ຄຸກ ດ້ວຍ​ຄວາມສຳ​ເລັດ​ຢ່າງຫຼວງຫຼາຍໃນ​ປັດ​ຈຸ​ບັນ​ນີ້,” ເຊິ່ງ​ອ້າງ​ເຖິງ​ພວກ​ນັກ​ຮົບ ISIS ແລະ ຄອບ​ຄົວ​ຂອງ​ພວກ​ເຂົາ. ບັນ​ດາ​ເຈົ້າ​ໜ້າ​ທີ່​ຊາວ ເຄີດ ໃນ​ຊີ​ເຣຍ ໄດ້​ກ່າວ​ວ່າ ນັກ​ໂທດທີ່​ຖືກ​ສົງ​ໄສວ່າ​ເປັນ​ພວກ ISIS ຫຼາຍ​ຮ້ອຍ​ຄົນ​ໄດ້​ຫຼົບ​ໜີ​ອອກ​ຈາກ​ຄຸກ.

ບັນ​ດາ​ເຈົ້າ​ໜ້າ​ທີ່ໃນ ວໍ​ຊິງ​ຕັນ ກ່າວ​ວ່າ ເຮືອ​ບິນກອງ​ທັບ ອາ​ເມ​ຣິ​ກັນ ໄດ້​ດຳ​ເນີນ​ການ “ສະ​ແດງ​ແສນ​ຍາ​ນຸ​ພາບ” ໃນ ຊີ​ເຣຍ ຫຼັງ​ຈາກ​ພວກ​ນັກ​ຮົບ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ເທີ​ກີ ໄດ້​ເຄື່ອນ​ເຂົ້າ​ໃກ້​ກອງ​ກຳ​ລັງ ອາ​ເມ​ຣິ​ກັນ ຫຼາຍ​ໂພດ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຊີ​ເຣຍ.

ໃນ​ຂະ​ນະ​ທີ່​ພວກ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ຈາກ ເທີ​ກີ ເຄື່ອນ​ໄປ​ສູ່​ໂຮງ​ງານ​ຊີ​ມັງ ລາ​ຟາ​ຈ໌ (Lafarge) ນັ້ນ, ກອງ​ກຳ​ລັງ SDF ກໍ​ໄດ້​ຈູດ​ມັນ ແລະ ​ຫລັງ​ຈາກ​ນັ້ນ​ກໍ​ໄດ້​ຍ້າຍ​ສະ​ຖານ​ທີ່ ແລະ ອຸ​ປະ​ກອນ​ຂອງ​ເຂົາ​ເຈົ້າ​ໄປ, ອີງ​ຕາມ​ການ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຄົນ​ນຶ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG