ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຜູ້ແທນຂອງສະຫະລັດ ຢືນຢັນການສະໜັບສະໜູນຂອງທັງສອງພັກ ຕໍ່ໄຕ້ຫວັນ ໃນລະຫວ່າງການຢ້ຽມຢາມ


ໃນຮູບຖ່າຍນີ້ ທີ່ສະໜອງໃຫ້ໂດຍ ຫ້ອງວ່າການປະທານານາທິບໍດີຂອງໄຕ້ຫວັນ ໄດ້ສະແດງໃຫ້ເຫັນປະທານາທິບໍດີຂອງໄຕ້ຫວັນ ທ່ານນາງ ໄຊ ອິງເຫວີນ ຈັບມືກັບຜູ້ແທນຂອງສະຫະລັດ ທ່ານ ມາຣີໂອ ດິແອັຊ ບາລາດ ຂອງລັດຟລໍຣີດາ ແລະ ທ່ານ ອາມິ ເບຣາ ຈາກລັດຄາລິຟໍເນຍ, ວັນທີ 25 ມັງກອນ 2024.
ໃນຮູບຖ່າຍນີ້ ທີ່ສະໜອງໃຫ້ໂດຍ ຫ້ອງວ່າການປະທານານາທິບໍດີຂອງໄຕ້ຫວັນ ໄດ້ສະແດງໃຫ້ເຫັນປະທານາທິບໍດີຂອງໄຕ້ຫວັນ ທ່ານນາງ ໄຊ ອິງເຫວີນ ຈັບມືກັບຜູ້ແທນຂອງສະຫະລັດ ທ່ານ ມາຣີໂອ ດິແອັຊ ບາລາດ ຂອງລັດຟລໍຣີດາ ແລະ ທ່ານ ອາມິ ເບຣາ ຈາກລັດຄາລິຟໍເນຍ, ວັນທີ 25 ມັງກອນ 2024.

ຄະ​ນະ​ຜູ້​ແທນ​ຈາກ​ທັງ​ສອງພັກ​ການ​ເມືອງ​ໃນ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ​ໄດ້​ຢືນ​ຢັນອີກຄັ້ງນຶ່ງ ກ່ຽວກັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ເທດ​ຕໍ່​ໄຕ້​ຫວັນ ຫຼັງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວ​ເອ​ພີ. ການໄປ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຄັ້ງ​ນີ້ ​ແມ່ນ​ເປັນຄັ້ງ​ທຳ​ອິດ ທີ່​ສະມາຊິກ​ສະພາຂອງສະຫະລັດ ເດີນທາງໄປທີ່​ເກາະ​ດັ່ງກ່າວ ນັບ​ແຕ່​ພັກ​ປະຊາທິປະ​ໄຕກ້າວໜ້າ ​ທີ່ສະໜັບສະໜູນ​ເອກະລາດ​ ໄດ້ຮັບໄຊ​ຊະນະ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ເປັນ​ສະ​ໄໝ​ທີ 3 ລຽນຕິດ. ຈີນ​ ຄັດ​ຄ້ານ​ປະ​ທາ​ນາ​ທິ​ບໍ​ດີ ຫຼາຍ ຈິງ-ເຕ ​ຜູ້ໄດ້ຮັບເລືອກເປັນປະທານາທິບໍດີ ​ແລະ​ອ້າງ​ວ່າ​ເກາະ​ດັ່ງກ່າວ ​ເປັນດິນ​ແດນ​ຂອງ​ຕົນ ທີ່​ຈະ​ຖືກລວມເຂົ້າກັນ ​ດ້ວຍການໃຊ້​ກຳລັງ​ຖ້າ​ເຫັນວ່າຈຳ​ເປັນ. ຜູ້ຕາງຫນ້າຂອງສະຫະລັດ ທ່ານມາຣີໂອ ດິແອັຊ ບາລາດ (Mario Díaz Balart) ກ່າວວ່າ "ການສະຫນັບສະຫນຸນໄຕຫວັນ ຂອງສະຫະລັດ ແມ່ນຫນັກແຫນ້ນ, ມັນເປັນ ຄວາມຈິງ, ແລະມັນແມ່ນທັງສອງພັກ 100 ເປີເຊັນ." ທ່ານ ບາລາດ ເຊິ່ງເປັນສະມາຊິກພັກຣີພັບບລີກັນ ຈາກລັດຟລໍຣີດາ, ໄດ້ເຂົ້າຮ່ວມໂດຍສະມາຊິກພັກເດໂມແຄຣັດຈາກລັດຄາລິຟໍເນຍ ທ່ານ ອາມິ ເບຣາ (Ami Bera), ຜູ້ທີ່ກ່າວວ່າ ທັງສອງປະເທດ ຈະຕ້ອງເຮັດວຽກຮ່ວມກັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG