ຄະນະກໍາມະການພິເສດຂອງສະພາຕໍ່າສະຫະລັດທີ່ພະຍາຍາມຫາຊ່ອງທາງຕັດການ
ຂາດດຸນງົບປະມານຂອງລັດຖະບານກາງລົງ 1200 ຕື້ໂດລາ ໃນຊ່ວງທົດສະວັດຕໍ່ໜ້າ
ບໍ່ສາມາດບັນລຸການຕົກລົງກັນໄດ້.
ພວກປະທານຮ່ວມຂອງຄະນະກໍາມະການຮ່ວມທີ່ປະກອບດ້ວຍສະມາຊິກ 12 ທ່ານວ່າ
ດ້ວຍການລົດການຂາດດຸນງົບປະມານລົງໄດ້ປະກາດໃຫ້ຮູ້ໃນຖະແຫລງການສະບັບນຶ່ງ
ໃນວັນຈັນວານນີ້. ພວກສະມາຊິກຂອງຄະນະກໍາມະການດັ່ງກ່າວເວົ້າວ່າ ເຖິງແມ່ນພວກ
ເຮົາບໍ່ສາມາດເກ້ຍກ່ອມຄວາມເຫັນທີ່ແຕກຕ່າງກັນຢ່າງຫລວງຫລາຍ ຂອງຄະນະກໍາມະ
ການດັ່ງກ່າວກໍຕາມ ແຕ່ພວກເຮົາໄດ້ຍຸດຕິການນໍາເນີນຂັ້ນຕອນດັ່ງກ່າວໃນຄວາມເຊື່ອຖື
ຂອງພວກເຮົາວ່າ ວິກິດການດ້ານງົບປະມານແຫ່ງຊາດຈະຕ້ອງໄດ້ຮັບການແກ້ໄຂ ແລະວ່າ
ພວກເຮົາບໍ່ສາມາດທີ່ຈະປະປ່ອຍເລື້ອງນີ້ໄວ້ໃຫ້ຄົນລຸ້ນຕໍ່ໄປແກ້ໄຂ.
ຄະນະກໍາມະການທີ່ປະກອບດ້ວຍສະມາຊິກສັງກັດພັກ Republican 6 ທ່ານແລະ
ພັກເດໂມກຣັດ 6 ທ່ານ ຄວນຈະບັນລຸການຕົກລົງກັນໄດ້ໃນວັນພຸດມື້ອື່ນ ແຕ່ພວກສະ
ມາຊິກເຫລົ່ານີ້ຍອມຮັບວ່າບໍ່ສາມາດບັນລຸການຕົກລົງກັນໄດ້ໃນວັນຈັນວານນີ້. ໃນເມື່ອ
ວ່າ ບໍ່ມີການຕົກລົງກັນໄດ້ ຈະມີການຕັດຄ່າໃຊ້ຈ່າຍລົງຢ່າງມະຫາສານໂດຍອັດຕະໂນ
ມັດຕໍ່ໂຄງການໃຊ້ຈ່າຍໃນດ້ານປ້ອງກັນປະເທດແລະພາຍໃນປະເທດ ຊຶ່ງຈະເລີ້ມໄປຕັ້ງ
ແຕ່ເດືອນມັງກອນປີ 2013 ເປັນຕົ້ນໄປ.
ໃນເວລາຕໍ່ມາໃນແລງວັນຈັນວານນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ
ກ່າວໃຫ້ຄໍາໜັ້ນສັນຍາວ່າ ທີ່ຈະໃຊ້ສິດຍັບຍັ້ງຕໍ່ຄວາມພະຍາຍາມໃດໆເພື່ອເລີກລົ້ມ
ການຕັດຄ່າໃຊ້ຈ່າຍລົງຢ່າງອັດຕະໂນມັດນັ້ນ.
ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດກໍໄດ້ອອກຖະແຫລງການສະບັບ
ນຶ່ງເຊ່ນກັນ ໂດຍເຕືອນວ່າ ການຕັດຄ່າໃຊ້ຈ່າຍລົງໃນກະຊວງປ້ອງກັນປະເທດຈະທໍາ
ລາຍການປ້ອງກັນປະເທດນັ້ນ.
ຍັງເວລາເຫລືອຢູ່ອີກປີນຶ່ງກ່ອນການຕັດຄ່າໃຊ້ຈ່າຍນີ້ຈະມີຜົນບັງຄັບໃຊ້ ພວກນັກຊ່ຽວ
ຊານກ່າວວ່າ ການເອົາມາດຕະການທາງເລືອກອື່ນໆນັ້ນສາມາດຈັດຂຶ້ນໄດ້.