ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະຊວງ ປ້ອງກັນປະເທດ ສຫລ ເລີ້ມເອົາ ພະນັກງານ ອອກການ


ທໍານຽບຫ້າແຈ (Pentagon) ຫລື ກະຊວງປ້ອງກັນປະເທດສະຫະລັດ
ທໍານຽບຫ້າແຈ (Pentagon) ຫລື ກະຊວງປ້ອງກັນປະເທດສະຫະລັດ
ກະຊວງປ້ອງກັນປະເທດສະຫະລັດເວົ້າວ່າ ຕົນຈະເລີ້ມເອົາ
ພະນັກງານພົນລະເຮືອນຊົ່ວຄາວຫລາຍພັນຄົນອອກການ ເພື່ອກະກຽມໃສ່ການຕັດງົບປະມານທີ່ອາດມີຂຶ້ນຢູ່ທົ່ວພະ ແນກການຕ່າງໆ ຂອງລັດຖະບານກາງສະຫະລັດ.

ຮອງລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Ashton
Carter ເວົ້າວ່າ ກະຊວງປ້ອງກັນປະເທດໄດ້ເລີ້ມປົດພະນັກງານ
ຊົ່ວຄາວ ແລະສັນຍາ ຈ້າງສ່ວນໃຫຍ່ ຂອງຈໍານວນ 46 ພັນຄົນ
ອອກການແລ້ວ. ທ່ານຍັງກ່າວ ອີກວ່າ ນອກນັ້ນແລ້ວທໍານຽບຫ້າ ແຈຍັງມີແຜນການທີ່ຈະໃຫ້ພະນັກງານຖາວອນຂອງຕົນ ຈໍານວນ ນຶ່ງພັກການແລະໃຫ້ມີການໂຈະການສ້ອມແປງອາວຸດ ແລະອຸປະ ກອນທາງທະຫານອັນອື່ນໄວ້ອີກດ້ວຍ.

ທໍານຽບຫ້າແຈກໍາລັງປະເຊີນໜ້າກັບການຕັດງົບປະມານ ເກືອບຮອດ 50 ພັນລ້ານໂດລາ ໃນປີນີ້ ເວັ້ນເສຍແຕ່ວ່າ ລັດຖະສະພາສະຫະລັດ ສາມາດຕົກລົງກັນໄດ້ກ່ຽວກັບມາດຕະ ການໃນການຕັດຄ່າໃຊ້ຈ່າຍທີ່ເປັນທາງເລືອກສໍາຮອງ. ການຕັດງົບປະມານດັ່ງກ່າວ ຈະມີ ຜົນບັງຄັບໃຊ້ໃນວັນທີ 1 ມີນາ ຈະມາເຖິງນີ້.

ອົງການຂ່າວ AP ລາຍງານວ່າ ທ່ານ Carter ໄດ້ສະເໜີໃຫ້ມີການຕັດງົບປະມານ ທີ່ອາດ ຈະກະທົບກະເທືອນເຖິງການດໍາເນີນຄວາມພະຍາຍາມ ໃນການເຮັດສົງຄາມໃນອັຟກາ ນິສຖານ. ທໍານຽບຂາວເວົ້າວ່າ ຕົນຢາກຈະປົກ ປ້ອງການປະຕິບັດງານດ້ານການສູ້ລົບ ບໍ່ ໃຫ້ຖືກຕັດງົບປະມານ ບໍ່ວ່າໃນ ດ້ານໃດກໍຕາມ. ແຕ່ທ່ານ Carter ກໍເວົ້າວ່າ ການໂຈະ ການແປງອາວຸດ ແລະອຸປະກອນທາງທະຫານອື່ນໆນັ້ນ ໃນທີ່ສຸດກໍຈະເຮັດໃຫ້ຄວາມພ້ອມ
ໃນການສູ້ລົບຂອງບັນດາກົມກອງຕ່າງໆ ໃນອັຟການິສຖານ ຫລຸດໜ້ອຍລົງ.
XS
SM
MD
LG