ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີປ້ອງກັນປະເທດ ສຫລ ເຫັນດີຖອນການດຳເນີນຄະດີ ກ່ຽວກັບ ການທຳຮ້າຍທາງເພດ ອອກຈາກລະບົບບັງຄັບບັນຊາ


ລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອອສຕິນ ລະຫວ່າງການ ລາຍງານຕໍ່ພວກນັກຂ່າວ ທີ່ທຳນຽບຫ້າແຈ ວັນທີ 6 ມິຖຸນາ 2021.
ລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອອສຕິນ ລະຫວ່າງການ ລາຍງານຕໍ່ພວກນັກຂ່າວ ທີ່ທຳນຽບຫ້າແຈ ວັນທີ 6 ມິຖຸນາ 2021.

ລັດຖະມົນຕີປ້ອງກັນປະເທດ ທ່ານ ລອຍດ໌ ອອສຕິນ ໄດ້ກ່າວໃນໃນວັນອັງຄານ ວານນີ້
ວ່າ ທ່ານຈະເຮັດວຽກກັບສະພາເພື່ອຫັນປ່ຽນການລົງໂທດ ກ່ຽວກັບ ການທຳຮ້າຍທາງ
ເພດອອກຈາກບັນດາຜູ້ບັນຊາການທະຫານ.

ຢູ່ໃນຖະແຫຼງການທີ່ສະແດງສະໜັບສະໜູນການແນະນຳໂດຍຄະນະ ກຳມະການທົບ
ທວນທີ່ເປັນອິດສະຫຼະນັ້ນ, ທ່ານ ອອສຕິນ ໄດ້ກ່າວວ່າ ທ່ານຍັງໄດ້ສະໜັບສະໜູນການ
ປ່ຽນແປງຂັ້ນຕອນການດຳເນີນການລົງໂທດ ທີ່ພົວພັນກັບການກະທຳຜິດເຊັ່ນວ່າ ທຳ
ຄວາມຮຸນແຮງດ້ານຮ່າງກາຍ.

ທ່ານອອສຕິນ ກ່າວວ່າ “ຂ້າພະເຈົ້າໃຫ້ການສະໜັບສະໜູນສິ່ງນີ້ເຊັ່ນກັນ ຍ້ອນການ
ເຊື່ອມໂຍງທີ່ແຂງແຮງ ລະຫວ່າງ ການກະທຳຜິດພວກນີ້ ກັບຄວາມແຜ່ຫຼາຍຂອງການ
ທຳຮ້າຍທາງເພດ.”

ຜູ້ນຳຂອງທຳນຽວຫ້າແຈ ຫຼືກະຊວງປ້ອງກັນປະເທດດັ່ງກ່າວ ແມ່ນມີກຳນົດ ທີ່ຈະປາກົດ
ໂຕຕໍ່ໜ້າຄະນະກຳມະການກອງທັບຕິດອາວຸດສະພາຕໍ່າ ເພື່ອໃຫ້ການ ກ່ຽວກັບ ງົບປະ
ມານຂອງກະຊວງດັ່ງກ່າວ.

ການທຳຮ້າຍທາງເພດ ຢູ່ໃນກອງທັບສະຫະລັດໄດ້ເປັນເປົ້າໝາຍສຳລັບ ການປະຕິຮູບ
ມາດົນນານ ໂດຍລວມມີສະມາຊິກສະພາສູງ ທ່ານນາງ ເຄີສເຕັນ ກິລລີແບຣນ (Kirsten
Gillibrand) ຜູ້ທີ່ໄດ້ສະເໜີຮ່າງກົດໝາຍນິຕິບັນຍັດ ທີ່ຈະຕັ້ງໄອຍະການ ອິດສະຫຼະ ຮັບ
ຜິດຊອບໃນການຮັບມືກັບຄະດີທຳຮ້າຍ ທາງເພດ ພ້ອມທັງອາຊະຍະກຳທີ່ສຳຄັນອື່ນໆ.

ການສຳຫຼວດຂອງທຳນຽບຫ້າແຈປີ 2018 ໄດ້ຄາດຄະເນວ່າ ສະມາຊິກ ກອງທັບ ສະຫະ
ລັດ ຫຼາຍກວ່າ 20,000 ຄົນ ໄດ້ປະສົບການທຳຮ້າຍທາງ ເພດໃນປີນັ້ນ.

ທ່ານ ອອສຕິນ ກ່າວໃນວັນອັງຄານວານນີ້ວ່າ ບັນຫາດັ່ງກ່າວໄດ້ຮຽກຮ້ອງໃຫ້ມີ ຄວາມຮັບ
ຜິດຊອບຫຼາຍຂຶ້ນ ແລະ ສຳລັບທຳນຽບຫ້າແຈ ທີ່ຈະປ່ຽນແປງວິທີ ການຕ່າງໆຂອງເຂົາເຈົ້າ
ໃນການປ້ອງກັນ ແລະ ການບໍລິການສຳລັບຜູ້ ເຄາະຮ້າຍ.

ທ່ານ ອອສຕິນ ກ່າວວ່າ “ຂ້າພະເຈົ້າຂໍຂອບໃຈການສະໜັບສະໜູນທີ່ ບັນດາຜູ້ນຳພົນລະ ເຮືອນ ແລະ ຫະຫານຂອງກະຊວງໄດ້ສະໜອງໃຫ້ແກ່ ຄະນະກຳມາທິການດັ່ງກ່າວ, ແລະ
ຄວາມຫ່ວງໃຍ ທີ່ເຂົາເຈົ້າໄດ້ແນະນຳ ຕໍ່ຂ້າພະເຈົ້າ ໃນຂະນະທີ່ພວກເຮົາພັດທະນາວິທີ່
ທາງທີ່ມີປະສິດທິຜົນ ເພື່ອປະຕິບັດການປ່ຽນແປງຕ່າງໆທີ່ພວກເຮົາຕ້ອງການເພື່ອກຳຈັດ
ການທຳຮ້າຍທາງເພດ ແລະ ການລະເມີດທາງເພດຈາກຖັ້ນແຖວຂອງພວກເຮົາ. ດັ່ງທີ່ຂ້າ
ພະເຈົ້າໄດ້ກ່າວຢ່າງແຈ່ມແຈ້ງໃນວັນທຳອິດຂອງການດຳລົງຕຳແໜ່ງຂອງຂ້າພະເຈົ້າ, ນີ້
ແມ່ນບັນຫາລະດັບການນຳ. ແລະ ພວກເຮົາຈະເປັນຜູ້ນຳພາ. ຄົນຂອງພວກເຮົາອາໄສ
ມັນ.ເຂົາເຈົ້າສົມຄວນໄດ້ຮັບຫຼາຍກວ່ານີ້. "

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG