ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີ ກະຊວງປ້ອງກັນປະເທດ ສຫລ ກ່າວຢ້ຳເຖິງ ສຳພັນທະມິດກັບ ອິສຣາແອລ


ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານໂລຍດ໌ ອັອສຕິນ ກ່າວຕໍ່ບັນດາພະນັກງານກະຊວງປ້ອງກັນປະເທດ ຢູ່ທີ່ທຳນຽບຫ້າແຈ ໃນເມືອງອາຣລິງຕັນ ລັດເວີຈີເນຍ, ວັນທີ 10, ກຸມພາ 2021.
ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານໂລຍດ໌ ອັອສຕິນ ກ່າວຕໍ່ບັນດາພະນັກງານກະຊວງປ້ອງກັນປະເທດ ຢູ່ທີ່ທຳນຽບຫ້າແຈ ໃນເມືອງອາຣລິງຕັນ ລັດເວີຈີເນຍ, ວັນທີ 10, ກຸມພາ 2021.

ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ໂລຍດ໌ ອັອສຕິນ ໄດ້ພົບປະກັບຄູ່ຕຳແໜ່ງຂອງທ່ານຈາກ ອິສຣາແອລ ທ່ານ ເບັນນີ ແກັນສ໌ ເມື່ອວັນອາທິດວານນີ້ ໃນລະຫວ່າງການເດີນທາງໄລຍະສອງວັນ ໄປຍັງປະເທດໃນຕາເວັນອອກການດັ່ງກ່າວ.

ທ່ານ ອັອສຕິນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາໄດ້ແກ້ໄຂບັນຫາການປ້ອງກັນປະເທດໃນຫຼາຍດ້ານ ທີ່ລວມມີແຜນການຊື້ອຸປະກອນດ້ານການປ້ອງກັນໄລຍະຍາວຂອງອິສຣາແອລ ແລະບັນຫາທ້າທາຍດ້ານຄວາມປອດໄພຢູ່ໃນພາກພື້ນ ແລະການສະໜັບສະໜຸນຂອງສະຫະລັດເພື່ອຄວາມພະຍາຍາມໃນການປັບຄວາມສຳພັນລະຫວ່າງອິສຣາແອລ ກັບ ອາຣັບ ແລະ ບັນດາປະເທດທີ່ມີ ຊາວມຸສລິມເປັນສ່ວນໃຫຍ່ ໃຫ້ເປັນປົກກະຕິ.”

ທ່ານອັອສຕິນ ຍັງໄດ້ກ່າວຢ້ຳວ່າ ຄວາມໝັ້ນໝາຍຂອງສະຫະລັດແມ່ນເພື່ອເປັນພັນທະມິດທີ່ແຂງແກ່ນກັບອອິສຣາແອລ ແລະໄດ້ໃຫ້ຂໍ້ສັງເກດວ່າ ການມາຢ້ຽມຢາມໄລຍະສັ້ນຫຼັງຈາກວັນແຫ່ງການລະນຶກເຖິງພວກທະຫານທີ່ເສຍຊີວິດ ຊຶ່ງເປັນກຽດໃຫ້ແກ່ຊາວຢິວ 6 ລ້ານຄົນທີ່ໄດ້ສູນເສຍຊີວິດໃນລະຫວ່າງ ຮໍໂລຄອດສ໌ ຫຼືການຂ້າລ້າງຊາວຢິວໂດຍພວກນາຊີ.

ທ່ານອັອສຕິນ ເປັນເຈົ້າໜ້າທີ່ຂັ້ນສູງຄົນທຳອິດຈາກຄະນະລັດຖະບານຂອງປະທານາທິບໍດີ ໂຈ ໄບເດັນ ທີ່ເດີນທາງໄປຍັງ ອິສຣາແອລ ນັບຕັ້ງແຕ່ລັດຖະບານ ໄດ້ປະກາດວ່າ ຕົນຈະເຂົ້າຮ່ວມເຈລະຈາເພື່ອຟື້ນຟູຂໍ້ຕົກລົງນິວເຄລຍກັບອີຣ່ານປີ 2015.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ເປັນຜູ້ຕ້ອງຕິຢ່າງແຂງຂັນຕໍ່ຂໍ້ຕົກລົງດັ່ງກ່າວ ແລະໄດ້ມີຄວາມປິຕິຍິນດີນຳການຖອນໂຕອອກຈາກສົນທິສັນຍານັ້ນໂດຍອະດີດປະທານາທິບໍດີ ດໍໂນລ ທຣຳ.

ແຕ່ທ່ານ ແກັນສ໌ ໄດ້ກ່າວໃນວັນອາທິດວານນີ້ວ່າ ອິສຣາແອລ ຈະຮ່ວມໄມ້ຮ່ວມມືກັບ ສະຫະລັດ ກ່ຽວກັບ ອີຣ່ານ.

ທ່ານ ແກັນສ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ອິສຣາແອລ ເຫັນວ່າ ສະຫະລັດເປັນຄູ່ພາຄີເຕັມຮູບແບບໃນການປະຕິບັດການທົ່ວທຸກສະມໍລະພູມ ບໍ່ພຽງແຕ່ຢູ່ໃນອີຣ່ານ.”

ທ່ານ ອັອສຕິນ ໄດ້ຂຽນຂໍ້ຄວາມລົງໃນທວິດເຕີ້ ເມື່ອວັນອາທິດວານນີ້ວ່າ “ຂ້າພະເຈົ້າໄດ້ມີໝັ້ນໝາຍທີ່ຈະສືບຕໍ່ການປຶກສາຫາລືກັນຢ່າງໃກ້ຊິດກ່ຽວກັບໄພຂົ່ມຂູ່ທີ່ມາຈາກ ອີຣ່ານ ແລະເພື່ອເສີມຂະຫຍາຍດ້ານຄວາມປອດໄພຂອງ ອິສຣາແອລ ໃຫ້ເຂັ້ມແຂງ.”

https://twitter.com/SecDef/status/1381279441637285888?s=20

ເມື່ອອາທິດແລ້ວນີ້ ທ່ານ ເນຕັນຢາຮູ ໄດ້ກ່າວວ່າ ຂໍ້ຕົກລົງກັບອີຣ່ານ “ຈະແຜ້ວທາງໄປສູ່ການມີອາວຸດນິວເຄລຍ-ອັນເປັນອາວຸດທີ່ເປັນໄພຂົ່ມຂູ່ຕໍ່ການສູນພັນຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG