ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ພົບ​ປະ​ກັບ​ພັນ​ທະ​ມິດ​ ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຢູ່​ລັດ ຮາ​ວາຍ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ລາຍ​ງານ​ຢູ່​ທຳ​ນຽບ​ຫ້າ​ແຈ, 1 ກຸມ​ພາ 2024.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ລາຍ​ງານ​ຢູ່​ທຳ​ນຽບ​ຫ້າ​ແຈ, 1 ກຸມ​ພາ 2024.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ເດີນ​ທາ​ງ​ໄປ​ລັດ ຮາ​ວາຍ ໃນ​ວັນ​ພະ​ຫັດ​ວານນີ້ ​ເພື່ອ​ພົບ​ປະ​ກັບ​ບັນ​ດາ​ຜູ້​ນຳ​ຈາກ ອອ​ສ​ເຕ​ຣ​ເລຍ, ຍີ່​ປຸ່ນ ແລະ ຟີ​ລິບ​ປິນ ທ່າມ​ກາງ​ຄວາມ​ເປັນ​ຫ່ວງ​ທີ່​ເພີ່ມ​ຂຶ້ນ ກ່ຽວ​ກັບການຮຸກຮານ​ຂອງກອງ​ທັບ ຈີນ ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.

ບັນ​ດາ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ ​ການ​ເຈ​ລະ​ຈາ​ຈະ​ສືບ​ຕໍ່ “ຄວາມ​ກ້າວ​ໜ້າ​ຄັ້ງ​ປະ​ຫວັດ​ສາດ” ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ປະ​ເທດ ແລະ ກິດ​ຈະ​ກຳ​ທາງ​ທະ​ຫານ​ຂອງພວກ​ເຂົາ​ເຈົ້າ, ລວມ​ທັງ​ການ​ປ້ອງ​ກັນທາງ​ອາ​ກາດ ແລະ ລູກ​ສອນ​ໄຟ.

ທ່ານ ແບ​ຣດ​ລີ ໂບ​ແມນ, ຜູ້​ອຳ​ນວຍ​ການ​ອະ​ວຸໂສ​ຂອງ​ສູນ​ກາງ​ທະ​ຫານ ແລະ ອຳ​ນາດ​ທາງ​ການ​ເມືອງ​ ຢູ່ທີ່​ມູ​ນ​ນິ​ທິ​ເພື່ອ​ການ​ປ້ອງ​ກັນ​ປະ​ຊາ​ທິ​ປະ​ໄຕ, ໄດ້​ເອີ້ນ​ກຸ່ມ​ດັ່ງ​ກ່າວ​ວ່າ “ພັນ​ທະ​ມິດ​ຕໍ່​ຕ້ານ​ການ​ຮຸກ​ຮານ” ເຊິ່ງ​ການ​ປະ​ຕິ​ບັດ​ການ​ຂອງ​ເຂົາ​ເຈົ້າ​ຈະ​ປົກ​ປ້ອງ “ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ ​ຜູ້​ທີ່​ເພິ່ງ​ພາ​ອາ​ໄສ​ຄວາມ​ສາ​ມາດ​ຂອງ​ກຳ​ປັ່ນ​ການ​ຄ້າ​ເພື່ອ​ເດີ​ນ​ທາງ​ຢ່າງ​ເສ​ລີ ແລະ ບໍ່​ຖືກ​ຂັດ​ຂວາງ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ ແລະ ທະ​ເລ​ຈີນ​ໃຕ້.”

ທ່ານ ໂບ​ແມນ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ເຫດ​ຜົນ​ດຽວ​ທີ່​ໃຫຍ່​ທີ່​ສຸດ​ທີ່​ພວກ​ເຮົາ​ກຳ​ລັງ​ເປັນ​ພະ​ຍານ​ໃນ ຮາ​ວາຍ ໃນ​ອາ​ທິດນີ້​ ກໍ​ແມ່ນ​ການ​ປະ​ພຶດ​ທີ່ຮ້າຍແຮງ​ຫຼາຍ​ຂຶ້ນ​ຂອງ ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ.”

ທ່ານ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ຍີ່​ປຸ່ນ, ອອ​ສ​ເຕ​ຣ​ເລຍ ແລະ ຟີ​ລິບ​ປິນ ເຂົ້າ​ໃຈ​ວ່າ​ການ​ລົງ​ທຶນ​ໃນ​ການ​ຂັດ​ຂວາງ​ແມ່ນ​ມີ​ຄ່າ​ໃຊ້​ຈ່າຍ​ໜ້ອຍຫຼາຍກວ່າ​ການ​ຮັບ​ມື​ກັບ​ສົງ​ຄາມ​ນຶ່ງ ທີ່​ສາ​ມາດ​ຖືກ​ປ້ອງ​ກັນ​ໄດ້, ແລະ ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ ການ​ຂັດ​ຂວາງ​ນັ້ນ​ຈະ​ແຂງ​ແກ່ນກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ ຖ້າພວກ​ເຂົາ​ເຈົ້າ​ດໍາເນີນງານ​ກັບ ສະ​ຫະ​ລັດ, ແລະ ເຂົາ​ເຈົ້າເຮັດ​ວຽກ​ຮ່ວມ​ກັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG