ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ຢ້ຳຄືນ ຄຳເຕືອນ ຂອງ ປ. ທຣຳ ຕໍ່ອົງການເນໂຕ້


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ທີ່ກອງບັນຊາການ ອົງການ NATO ໃນນະຄອນ Brussels.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ທີ່ກອງບັນຊາການ ອົງການ NATO ໃນນະຄອນ Brussels.

ໃນ​ເດືອນກໍລະກົດ​ທີ່​ຜ່ານ​ມາ ທ່ານ Donald trump ​ຊຶ່ງ​ໃນເວລາ​ນັ້ນ ຍັງ​ເປັນ​ອະດີດ​ຜູ້
​ສະ​ໝັກ​ປະທານາທິບໍດີ ​ໄດ້​ສ້າງ​ເຫດການ​ສັ່ນ​ສະ​ເທືອ​ນ ​ໄປ​ທົ່ວ​ຢູ​ໂຣບ ​ເວລາ​ທ່ານ​ໄດ້
​ສະ​ເໜີ​ວ່າ ສະຫະລັດ​ອາດ​ຈະ​ບໍ່​ປ້ອງ​ກັນບັນດາ​ປະ​ເທດພັນທະ​ມິດ​ອົງການ NATO ຕໍ່​
ການ​ໂຈມ​ຕີ​ຂອງຣັດ​ເຊຍ ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ຈ່າຍເງິນ​ສ່ວນ​ແບ່ງ​ໃນ​ດ້ານ​ປ້ອງ​ກັນປະ​
ເທດ​ຂອງເຂົາ​ເຈົ້າ.ໃນ​ວັນ​ພຸດ​ວານ​ນີ້ ປາກົດ​ວ່າ ບັດ​ນີ້​ປະທານາທິບໍດີ Trump ​ອາດ​
ຈະ​ປະຕິບັດ ຕາມ​ຄຳ​ໝັ້ນສັນຍາ​ນັ້ນ ​ເວລາ​ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ
James Mattis ​ໄດ້​ເຕືອນ​ບັນດາ​ພັນທະ​ມິດອົງການ NATO ວ່າ ວໍ​ຊິງ​ຕັນ “ຈະຫລຸດ
ຜ່ອນ​ໃນ​ການປະຕິບັດ​ຕາມ​ຄຳ​ໝັ້ນ​ໝາຍ​ຂອງ​ຕົນ​” ​ຕໍ່​ກຸ່ມ​ພັນທະ​ມິດ ຖ້າ​ຫາກ​ບັນດາ
​ພັນທະ​ມິດ​ບໍ່​ໄດ້​ໝັ້ນ​ໝາຍໃນ​ການ​ຈ່າຍ​ຢ່າງ​ໜ້ອຍສອງ​ເປີ​ເຊັນ​ຂອງຍອດຜະລິດ​ຮວມ
ຫຼື GDP ຂອງ​ເຂົາ​ເຈົ້າ ເຂົ້າ​ໃນ​ງົບປະມານດ້ານ​ປ້ອງກັນປະ​ເທດ.

ທ່ານ Mattis ​ໄດ້​ກ່າວ​ຕໍ່​ບັນດາ​ພັນທະ​ມິດ​ ລະຫວ່າງ​ກອງ​ປະຊຸມ​ລັບ ທີ່​ກອງ​ບັນຊາ​
ການອົງການ NATO ​ໃນ​ວັນ​ພຸດ​ວານ​ນີ້ວ່າ “ອາ​ເມຣິກາ​ຈະ​ປະຕິບັດ​ຕາມຄວາມ​ຮັບຜິດຊອບຂອງ​ຕົນ ​ແຕ່​ຖ້າ​ຫາກ​ວ່າ ປະ​ເທດ​ຂອງ​ພວກທ່ານ​ບໍ່​ຕ້​ອງການ​ເຫັນ​ອາ​ເມຣິກາຫລຸດຜ່ອນ​ຄວາມ​ໝັ້ນ​ໝາຍ​ຂອງ​ຕົນຕໍ່​ບັນດາ​ພັນທະ​ມິດ ນະຄອນ ຫຼວງ
ຂອງ​ແຕ່ລະ​ປະ​ເທດ ຈະ​ຕ້ອງສະ​ແດງການ​ສະໜັບສະໜູນ​ໃນ​ດ້ານ​ປ້ອງ​ກັນ​ປະ​
ເທດທີ່ີ​ເຫັນ​ພ້ອມ​ນຳ​ກັນ.”

ທ່ານ Mattis ບໍ່​ໄດ້​ກ່າວ​ວ່າ ວໍ​ຊິງ​ຕັນອາດ​ຈະດັດແປງການ​ໃຫ້ຄວາມໝັ້ນ​ໝາຍ​ຕໍ່
​ບັນດາ​ສະມາ​ຊິກ 28 ປະ​ເທດ​ແຕ່​ຢ່າງ​ໃດ.

ຮວມຢູ່​ໃນ​ສະມາຊິກ​ຫ້າ​ປະ​ເທດອົງການ NATO ທີ່ປະຕິບັດ​ຕາມຄວາ​ມໝັ້ນ​ໝາຍ
ນັ້ນ ກໍ​ມີ ກຣິສ ທີ່​ໄດ້​ຈ່າຍ​ເກືອບ 2.5 ​ເປີ​ເຊັນ ​ແລະ​ໂປ​ແລນ ​ແອັສ​ໂທ​ເນຍ ​ແລະ​ອັງ
ກິດ ຈ່າຍເງິນ​ກາຍ​ສອງ​ເປີເຊັນໜ້ອຍ​ນຶ່ງ. ​ໃນ​ອີກດ້ານ​ນຶ່ງນັ້ນ ​ເຢຣະມັນ ​ແມ່ນ​ຈ່າຍ
​ແຕ່​ພຽງ​ 1.19 ​ເປີ​ເຊັນ ​ແລະ​ທັງ​ໝົດຮວມທັງ​ກາ​ນາ​ດາອີ​ຕາ​ລີ ​ແລະ​ສະ​ເປ​ນ ​ແມ່ນ
​ຈ່າຍ​ຕ່ຳ​ກວ່ກຳນົດ​ທີ່​ຕັ້ງ​ໄວ້. ຝຣັ່ງຈ່າຍ​ຫລຸດ​ສອງ​ເປີ​ເຊັນໜ້ອຍ​ນຶ່ງ.

ສະຫະລັດ​ຈ່າຍ​ຫລາຍ​ກວ່າ 3.6 ​ເປີ​ເຊັນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ກ່າວ​ຕໍ່​ບັນດາ​ລັດຖະມົນຕີ​ອົງການ NATO ​ໃນ​ວັນ​ພຸດ
​ວ່າ​ນນີ້​ວ່າ “ຂ້າພ​ະ​ເຈົ້າ​ເປັນ​ໜີ້​ຕໍ່​ພວກ​ທ່ານ​ທັງ​ໝົດ ​ເພື່ອ​ບອກ​ໃຫ້ເປັນ​ທີ່ແຈ່ມ​ແຈ້ງ
​ເຖິງ​ຄວາ​ມຈິງ​ທາງການ​ເມືອງ​ຢູ່ໃນ​ສະຫະລັດ ​ແລະ​ໃນ​ຄຳ​ຮ້ອງ​ຂໍ​ທີ່ເປັນທຳ​ຈາກ​
|ປະຊາຊົນ​ປະ​ເທດ​ຂອງ​ຂ້າພະ​ເຈົ້າ ​ດ້ວຍທ່າ​ທີອັນ​ໜັກ​ແໜ້ນ.”

ສະຫະລັດ​ໄດ້​ກົດ​ດັນ​ບັນດາ​ພັນທະ​ມິດ​ອົງການ NATO ມາ​ເປັນ​ເວລາ​ນານ​ແລ້ວ
​ເພື່ອເພີ້ມການ​ຈ່າຍ​ເງິນ​ສ່ວນ​ແບ່ງ​ຂອງ​ເຂົາ​ເຈົ້າ ຊຶ່ງ​ການ​ຮຽກຮ້ອງ​ດັ່ງກ່າວ​ແມ່ນ​ມີ​
ຂຶ້ນຕັ້ງ​ແຕ່​ລັດຖະບານ ທ່ານ Obama ​ແລະດົນໄປ​ກວ່າ​ນັ້ນອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG