ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ປ້ອງກັນປະເທດ ສຫລ ຢ້ຽມຢາມ ອັຟການິສຖານ ໂດຍບໍ່ປະກາດລ່ວງໜ້າ


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter ກ່າວຕໍ່ກອງທະຫານສະຫະລັດ ທີ່ຖານທັບອາກາດ Incirlik ທີ່ ປະເທດ Turkey ວັນທີ 15 ທັນວາ 2015.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter ກ່າວຕໍ່ກອງທະຫານສະຫະລັດ ທີ່ຖານທັບອາກາດ Incirlik ທີ່ ປະເທດ Turkey ວັນທີ 15 ທັນວາ 2015.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Cater
​ໄດ້​ຢຸດ​ແວ່​ຢ້ຽມຢາມອັ​ຟກາ​ນິສຖານ ​ໂດຍ​ທີ່​ບໍ່​ໄດ້​ປະກາດ​ໃຫ້
​ຊາບ​ລ່ວງ​ໜ້າ.

ການ​ຢ້ຽມຢາມ​ໃນ​ວັນ​ສຸກ​ມື້​ນີ້ ​ມີ​ຂື້ນ​ໃນ​ຂະນະ​ທີ່ອັຟກາ​ນິສຖານ
ຊຶ່ງຕັ້ງຢູ່​ໃນ​ເຂດເອ​ເຊຍ​ໃຕ້ ກຳລັງ​ປະ​ສົບ​ກັບຄວາມ​ຮຸນ​ແຮງ ທີ່​
ເພີ້ມທະວີ​ຂຶ້ນ ​ໂດຍ​ສະ​ເພາະ​ຢູ່​ໃນພາກ​ຕາ​ເວັນ​ອອກຂອງ​ປະ​
ເທດ ບ່ອນ​ທີ່​ມີ ກຸ່ມລັດ​ອິສລາມ ມີໜ້າຢູ່່​ທີ່​ນັ້ນ.

ການສຶກສາ​ຄົ້ນ​ຄວ້າ​ໃໝ່​ຂອງທຳ​ນຽບຫ້າ​ແຈກ່າວ​ວ່າ ​ໄດ້​ມີການ
​ໂຈມ​ຕີໃນ​ລະດັບ​ສູງ​ເພີ້ມຂຶ້ນ​ເຖິງ 27 ​ເປີ​ເຊັນຢູ່ໃນນະຄອນຫຼວງ
Kabul ປຽບທຽບໃສ່ໄລຍະດຽວກັນຂອງປີແລ້ວນີ້.

​ໃນ​ການ​ຕອບ​ໂຕ້​ ຕໍ່​ການ​ເພີ້​ມທະວີຂອງຄວາ​ມຮຸນ​ແຮງ ປະທານາທິບໍດີ ສະຫະລັດ ທ່ານ
Barack Obama ​ໄດ້​ຕັດສິນ​ໃຈ​ ຮັກສາ​ກຳລັງ​ທະຫານສະຫະລັດ 9,800 ຄົນ​ໄວ້ໃນອັ​ຟ
ການິສຖານໄປຈົນຮອດ ປີ 2016.

ທ່ານ Cater ມີ​ກຳນົດ​ທີ່​ຈະ​ພົບ​ປະ​ກັບບັນດາ​ຜູ້​ບັນຊາການແລະ​ກຳລັງ​ທະຫານສະຫະລັດ
​ໃນ​ຂະນະ​ທີ່ ທ່ານຢູ່​ໃນອັຟກາ​ນິສຖານ.

XS
SM
MD
LG