ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີປ້ອງກັນປະເທດສະຫະລັດ ອອກຈາກໂຮງໝໍແລ້ວ


ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ ລອຍ ອັອສຕິນ ແນມເບິ່ງ ໃນລະຫວ່າງການຖະແຫຼງຂ່າຮ່ວມກັບ ລັດຖະມົນຕີປ້ອງກັນປະເທດອິສຣາແອລ ທ່ານ ໂຢອາບ ກາລລັນ ໃນນະຄອນຫຼວງເທລ ອາວີຟ, ວັນທີ 18 ທັນວາ 2023.
ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ ລອຍ ອັອສຕິນ ແນມເບິ່ງ ໃນລະຫວ່າງການຖະແຫຼງຂ່າຮ່ວມກັບ ລັດຖະມົນຕີປ້ອງກັນປະເທດອິສຣາແອລ ທ່ານ ໂຢອາບ ກາລລັນ ໃນນະຄອນຫຼວງເທລ ອາວີຟ, ວັນທີ 18 ທັນວາ 2023.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ ລອຍ ອອສຕິນ ອອກຈາກໂຮງໝໍ ພໍດີທັນເວລາ ເພື່ອກ່າວຄຳປາໄສ ຕໍ່ບັນດາພັນທະມິດ ໃນການປະຊຸມສຳຄັນ ທີ່ແນໃສ່ການສະໜັບສະໜູນ ໃຫ້ແກ່ຢູເຄຣນຫຼາຍຂື້ນ.

ທ່ານອອສຕິນ ໄດ້ຮັບອະນຸຍາດໃຫ້ອອກຈາກສູນການແພດທະຫານແຫ່ງຊາດ ວອລເຕີ ຣີດ (Walter Reed National Military Medical Center) ໃນຕອນແລງວັນອັງຄານ ແລະໄດ້ກັບຄືນມາປະຕິບັດຫນ້າທີ່ຢ່າງເຕັມຮູບແບບຂອງທ່ານ ໃນເວລາບໍ່ຮອດ ສອງຊົ່ວໂມງຕໍ່ມາ, ອີງຕາມຄໍາຖະແຫຼງທີ່ອອກໂດຍທຳ ນຽບຫ້າແຈ.

ຖະແຫຼງການດັ່ງກ່າວ ໄດ້ກ່າວຕື່ມວ່າ ທັງທຳນຽບຂາວ, ລັດຖະສະພາ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຫົວໜ້າເສນາທິການຮ່ວມ ທັງໝົດລ້ວນແຕ່ໄດ້ຮັບແຈ້ງໃຫ້ຮູ້.

ທ່ານອອສຕິນ ໄດ້ຢູ່ ວອລເຕີ ຣີດ (Walter Reed) ຕັ້ງແຕ່ວັນອາທິດ, ໃນເວລາທີ່ທ່ານເຂົ້າຮັບການຮັກສາ ໃນໂຮງໝໍ ເນື່ອງຈາກສິ່ງທີ່ກະຊວງປ້ອງກັນປະເທດໄດ້ອະທິບາຍວ່າເປັນ "ບັນຫາພົກປັດ​ສະ​ວະທີ່ເກີດຂຶ້ນແບບສຸກເສີນ."

ບັນດາທ່ານ ໝໍ ຂອງ ທ່ານອອສຕິນ ກ່າວໃນວັນອັງຄານວານນີ້ວ່າ ບັນຫາດັ່ງກ່າວແມ່ນກ່ຽວຂ້ອງກັບການຜ່າຕັດມະເຮັງຕ່ອມນໍ້າກາມ ຂອງທ່ານລັດຖະ ມົນຕີ ໃນເດືອນທັນວາ ແຕ່ວ່າ "ມັນໄດ້ຖືກແກ້ໄຂດ້ວຍຂັ້ນຕອນທີ່ບໍ່ແມ່ນການ ຜ່າຕັດ" ໃນວັນຈັນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG