ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຄວາມປອດໄພ ທີ່ສິງກະໂປ


ລັດຖະມມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter.
ລັດຖະມມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກຳລັງ​ຢູ່ທີ່​ປະ​ເທດ​ສິງກະໂປ ​ເພື່ອ​ເຂົ້າຮ່ວມ​ກອງ​ ປະ​ຊຸມຄວາມ​ປອດ​ໄພ​ປະຈຳ​ປີ​ໃນ​ເຂດເອ​ເຊຍທີ່ໃຫຍ່ທີ່​ສຸດ ທີ່​ມີບັນດາ​ລັດຖະມົນຕີປ້ອງ​ ກັນ​ປະ​ເທດ ​ແລະ​ຜູ້​ບັນຊາ​ການ​ກອງທັບ​ຕ່າງໆ​ ຈາກ​ທົ່ວ​ໂລກ​ເຂົ້າຮ່ວມ​ນັ້ນ.

ທ່ານ Ash Carter ​ພວມ​ເຂົ້າຮ່ວມ ​ກອງ​ປະຊຸມ​ສຸດ​ຍອດສາມ​ວັນ ທີ່​ຮ້ອງວ່າ Shangri- La Dialogue ບ່ອນ​ທີ່​ທ່ານ​ຈະ​ກ່າວ​ຄຳ​ປາ​ໄສ​ໃນ​ວັນ​ເສົາຈະ​ມາ​ເຖິງ​ນີ້.

ການ​ສົນທະນາ​ຫາລື​ທີ່​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວທີ່ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ອາທິດ ມີ​ທ່າ ​ທາງ​ວ່າ​ ຈະ​ຄອບ​ງຳ​ໂດຍ​ການ​ສືບ​ຕໍ່​ເສີມ​ສ້າງ​ກຳ​ລັງ​ຂອງຈີນ ​ຢູ່​ທະ​ເລ​ຈີນ​ໃຕ້.

ທ່ານ Carter ​ໄດ້​ເຕືອນ​ໃນ​ອາທິດ​ແລ້ວ​ນີ້​ວ່າ ຈີນ​ກຳລັງຕົກ​ຢູ່​ໃນ​ອັນຕະລາຍຕໍ່​ “ການ ​ສ້າງກຳ​ແພງ​ໃຫຍ່ເພື່ອໂດດ​ດ່ຽວ​ຕົນ​ເອງ” ດ້ວຍການ​ປະຕິບັດ​ງານຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ຈີນ​ໄດ້​ອ້າງເອົາກຳມະສິດ​ເກືອບ​ທັງ​ໝົດ​ໃນ​ທະ​ເລ​ຈີນ​ໃຕ້​ ​ແລະ​ນັບ​ແຕ່ປີ​ແລ້ວ​ນີ້ເປັນຕົ້ນມາ ໄດ້​ເລີ້ມ​ສ້າງຄ້າຍທະຫານ​ຢູ່ຕາມ​ບັນ​ດາ​ເກາະ​ນ້ອຍໆ ທີ່​ຕົນ​ໄດ້ຖົມ​ ​ດິນ​ໃຫ້​ພົ້ນຈາກທະ​ເລ ນັ້ນ. ຂົງ​ເຂດ​ດັ່ງກ່າວ​ຍັງ​ໄດ້​ອ້າງ​ເອົາ​ກຳມະສິດ​ໂດຍຟິລິບ​ປີນ ​ແລະຫວຽດນາມ. ທັງ​ໝົດ​ມີ ​ຫົກ​ປະ​ເທດ​ທີ່​ໄດ້​ອ້າງ​ເອົາບາງ​ພາກສ່ວນ​ຂອງ ຂົງ​ເຂດ​ທີ່​ອຸດົມສົມບູນໄປ​ດ້ວຍ​ຊັບພະ​ຍາ ກອນທີ່​ວ່າ​ນີ້.

​ເຖິງ​ຢ່າງໃດ​ກໍ​ດີ ບໍ່​ມີ​ການ​ປະຊຸມ​ຢ່າງ​ເປັນ​ທາງ​ການ​ໃດໆ ລະຫວ່າງສະຫະລັດ ​ແລະ​ຈີນ ຢູ່​ ໃນ​ລາຍການ​ສົນທະນາກັນ.

ນອກຈາກ​ທະ​ເລ​ຈີນ​ໃຕ້​ແລ້ວ ຂົງ​ເຂດ​ສົນອຶ່ນໆຂອງ​ການ​ສົນທະນາ​ຫາລື​ກັນ​ອາດ​ຈະ​ຮວມ​ ກັບ​ຄວາມ​ເຄັ່ງ​ຕືງຢູ່​ໃນ​ແຫລມ​ເກົາຫຼີ ຄວາມສຳພັນ​ລະຫວ່າງສະຫະລັດ ກັບຈີນ ​ແລະ ​ການມີ​ອິດ​ທິພົນ​ເພີ້ມຂຶ້ນ​ຂອງ​ຂະ​ບວນການ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່​ໃນເຂດເອ​ເຊຍ.

ທ່ານ Carter ​ໄດ້ກ່າວ​ວ່າ ຂົງ​ເຂດເອ​ເຊຍ​ປາຊີຟິກ​ເປັນ “ຂົງ​ເຂດທີ່​ມີ​ຄວາມສຳ ຄັນສຸດ​” ​ສຳລັບ​ສະຫະລັດ​ອາ​ເມຣິກາ​ໃນ​ອະນາຄົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Carter Defense Talks
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG