ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ຈະປຶກສາເລື້ອງ ຍຸດທະສາດ ການຕໍ່ຕ້ານລັດອິສລາມ ໃນອີຣັກ ຂັ້ນຕໍ່ໄປ

ລັດຖະມົນຕີ ກະຊວງປ້ອງກັນປະເທດ ທ່ານ Ash Carter ໄດ້ຮັບການຕ້ອນຮັບ ໂດຍ ນາຍພົນ MacFarland ໃນນະຄອນຫຼວງແບກແດດ ຂອງອີຣັກ, ວັນທີ 11 ກໍລະກົດ 2016. (C. Babb/VOA)
ລັດຖະມົນຕີ ກະຊວງປ້ອງກັນປະເທດ ທ່ານ Ash Carter ໄດ້ຮັບການຕ້ອນຮັບ ໂດຍ ນາຍພົນ MacFarland ໃນນະຄອນຫຼວງແບກແດດ ຂອງອີຣັກ, ວັນທີ 11 ກໍລະກົດ 2016. (C. Babb/VOA)

ເຈົ້າໜ້າທີ່ ອາວຸໂສ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານນຶ່ງ ກ່າວວ່າ ເມື່ອບໍ່ນານມານີ້ ກອງກຳລັງຂອງອີຣັກ ສາມາດຍຶດໄດ້ ຖານທັບອາກາດທີ່ ສຳຄັນ ຢູ່ໃກ້ກັບເມືອງ Mosul ອັນເປັນຂີດໝາຍ ຂອງການເສັດສິ້ນ “10 ພາລະກິດ ທຳອິດ” ຂອງກອງກຳລັງປະສົມ ເພື່ອນຳໄປສູ່ການຜາບແພ້ກຸ່ມ ລັດອິສລາມ.

ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi (ຜູ້ທີສອງຈາກຊ້າຍ) ພວມຍ່າງຢູ່ ໃນລະຫວ່າງການຢ້ຽມຢາມ ຖານທັບກອງທັບບົກ ຢູ່ໃນຄ້າຍ Tariq ໃກ້ກັບເມືອງ Fallujah ຂອງອີຣັກ, ວັນທີ 1 ມິຖຸນາ 2016.
ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi (ຜູ້ທີສອງຈາກຊ້າຍ) ພວມຍ່າງຢູ່ ໃນລະຫວ່າງການຢ້ຽມຢາມ ຖານທັບກອງທັບບົກ ຢູ່ໃນຄ້າຍ Tariq ໃກ້ກັບເມືອງ Fallujah ຂອງອີຣັກ, ວັນທີ 1 ມິຖຸນາ 2016.

ລັດຖະມົນຕີ ກະຊວງປ້ອງກັນປະເທດ ທ່ານ Ash Carter ໄດ້ເດີນທາງໄປ ຮອດອີຣັກ ໃນວັນຈັນມື້ນີ້ ເພື່ອປຶກສາຫາລື ກັບບັນດາຜູ້ນຳຂອງອີຣັກ ແລະ ຜູ້ບັນຊາການທະຫານ ສະຫະລັດ ຢູ່ພາກພື້ນ ກ່ຽວກັບ ພາລະກິດຂັ້ນຕໍ່ໄປ ຊຶ່ງໃນເວລານີ້ ຖານທັບອາກາດ Qayyarah ຕາເວັນຕົກ ທີ່ຕັ້ງຢູ່ຫ່າງຈາກ ເມືອງ Mosul ກ້ຳໃຕ້ ປະມານ 60 ກິໂລແມັດ ແມ່ນຢູ່ພາຍໃຕ້ການຄວບຄຸມ ຂອງກອງກຳລັງຮັກສາຄວາມປອດໄພ ອີຣັກແລ້ວ.

ທ່ານ ໄດ້ກ່າວຕໍ່ບັນດານັກຂ່າວ ກ່ອນຈະເຂົ້າໄປຍັງອີຣັກ ວ່າ “ຈຸດໝາຍຂອງ ການຍຶດເອົາເດີ່ນເຮືອບິນນັ້ນ ແມ່ນເພື່ອຈະສາມາດຈັດຕັ້ງ ພະລາທິການ ທະຫານ ແລະ ເປັນສູນກາງອາກາດ ຢູ່ໃນພື້ນທີ່ອ້ອມຮອບເມືອງ Mosul.”

ເຈົ້າໜ້າທີ່ອາວຸໂສ ຜູ້ທີ່ຂໍບໍ່ເປີດເຜີຍຊື່ ໄດ້ກ່າວວ່າ “ແນ່ນອນ ຄ້າຍ Qayyarah ເປັນປາໃຫຍ່ ຢູ່ໃນບັນຊີນັ້ນ ເພາະວ່າ ມັນເປັນຈຸດຍຸດທະສາດ ທີ່ສຳຄັນ.”

ຄວັນຈາກ ລະເບີດ ໄດ້ພຸ່ງຂຶ້ນສູ່ທ້ອງຟ້າ ຫຼັງຈາກ ການໂຈມຕີທາງອາກາດ ຈາກກຸ່ມແນວໂຮມ ທີ່ນຳພາໂດຍ ສະຫະລັດ ຕໍ່ຕ້ານພວກຫົວຮຸນແຮງ ລັດອິສລາມ ຢູ່ໃນຄຸຸ້ມບ້ານ ຢູ່ທາງພາກຕາເວັນອອກຂອງເມືອງ Mosul ຂອງອີຣັກ, ວັນທີ 29 ພຶດສະພາ 2016.

ໃນການເດີນທາງໄປຍັງອີຣັກ ເປັນເທື່ອທີ 4 ຂອງລັດຖະມົນຕີ ກະຊວງປ້ອງກັນ ປະເທດ ທ່ານ Carter ຈະພົບປະກັບ ນາຍົກລັດຖະມົນຕີ ຂອງອີຣັກ ທ່ານ Haider al-Abadi ແລະ ລັດຖະມົນຕີ ກະຊວງປ້ອງກັນປະເທດ ອີຣັກ ທ່ານ Khaled al-Obeidi ຢູ່ໃນນະຄອນຫຼວງແບກແດດ ແລະ ຈະໂທລະສັບລົມກັບ ທ່ານ Masoud Barzani ປະທານ ຊາວເຄີດຂອງອີຣັກນຳ.

ເມື່ອເດືອນທັນວາ ແລະ ເດືອນມັງກອນ ຜ່ານມາ ປະທານາທິບໍດີ ບາຣັກ ໂອບາມາ ແລະ ທ່ານຄາເຕີ ໄດ້ວາງເປົ້າໝາຍ 10 ຍຸດທະສາດ ທີ່ບາງສ່ວນ ກ່ຽວກັບພູມສາດ ບາງສ່ວນກ່ຽວກັບການນຳໃຊ້ ທີ່ຈຳເປັນຈະຕ້ອງໃຫ້ເກີດຂຶ້ນ ກ່ອນທີ່ກອງກຳລັງຮັກສາຄວາມປອດໄພອີຣັກ ພວກນັກຮົບ ຊາວເຄີດ​ Peshmer ແລະ ກຳລັງຕ້ານໄອຊີສ ຂອງຊີເຣຍຈະສາມາດຍາດເອົາ ເມືອງ ຣັກກາ ກັບ ເມືອງໂມຊູລຄືນມາໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Iraq US
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG