ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ ​ປ້ອງ​ກັນ​ປະ​ເທດ ສ​ຫລ ກ່າວ​ວ່າ ການ​ຍົກ​ເລີກ​ ຂໍ້​ຕົກ​ລົງທາງທະ​ຫານ ກັບຟີ​ລິບ​ປິນ ແມ່ນ​ການ​ເຄື່ອ​ນ​ໄຫວ ​ໃນ​ທາງ​ທີ່​ຜິດ


ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ສະ​ຫະ​ລັດ ນັ່ງ​ຢູ່​ເທິງ​ລົດຖັງ ໃນ​ລະ​ຫວ່າງ​ການ​ຊ້ອມ​ໂຈມ​ຕີ ​ກັບ​ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ຟີ​ລິບ​ປິນ.
ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ສະ​ຫະ​ລັດ ນັ່ງ​ຢູ່​ເທິງ​ລົດຖັງ ໃນ​ລະ​ຫວ່າງ​ການ​ຊ້ອມ​ໂຈມ​ຕີ ​ກັບ​ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ຟີ​ລິບ​ປິນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ມາກ ເອັ​ສ​ເປີ ເວົ້າ​ວ່າ ການ​ສິ້ນ​ສຸດ ​ຂໍ້​ຕົກ​ລົງ​ສອງ​ຝ່າຍ​ກັບ ຟີ​ລິບ​ປິນ ທີ່​ປົກ​ຄຸ​ມ​ການປະ​ຈຳ​ການ​ຂອງ ກອງ​ທັບ ສະ​ຫະ​ລັດ ຢູ່​ທີ່​ນັ້ນ “ຈະ​ເປັນ​ການ​ເຄື່ອນ​ໄຫວ​ໃນ​ທາງ​ທີ່​ຜິດ.”

ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ໂຣດ​ຣິ​ໂກ ດູ​ເຕີ​ເຕ ໄດ້​ອອກ​ແຈ້ງ​ການ​ຢ່າງ​ເປັນ​ທາງ​ການ​ຕໍ່ ສະ​ຫະ​ລັດ ກ່ຽວ​ກັບ ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​ທີ່​ຈະ​ຍົກ​ເລີກ​ຂໍ້​ຕົກ​ລົງກອງ​ກຳ​ລັງ​ປະ​ຈຳ​ການ​ໃນຕ່າງ​ປະ​ເທດ ໃນ​ຕອນ​ແລງວັນ​ອັງ​ຄານ​ທີ່​ຜ່ານ​ມາ ຫຼັງ​ຈາກ​ໄດ້​ຂົ່ມ​ຂູ່​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ ວ່າ​ຈະຫຼຸດ​ລະ​ດັບ​ການ​ເປັນ​ພັນ​ທະ​ມິດ​ທາງ​ທະ​ຫານ​ຂອງ​ສອງ​ປະ​ເທດ​ນັ້ນ. ຂໍ້​ຕົກ​ລົງ​ປີ 1998 ດັ່ງ​ກ່າວ​ ໄດ້​ສະ​ໜອງ​ການ​ອະ​ນຸ​ຍາດ​ທາງ​ກົດ​ໝາຍ ສຳ​ລັບ​ກອງ​ທະ​ຫານ ສະ​ຫະ​ລັດ ຫຼາຍ​ພັນ​ຄົນ ຜູ້​ທີ່​ຖືກ​ສັ​ບ​ປ່ຽນ​ໄປ​ປະ​ເທດ ຟີ​ລິບ​ປິນ ສຳ​ລັບ​ການ​ຝຶກ​ຊ້ອມ​ທາງ​ທະ​ຫານ ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ​ໃນ​ແຕ່​ລະ​ປີ.

ທ່ານ ເອັ​ສ​ເປີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ ອົງ​ການ NATO ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ວ່າ “ພວກ​ເຮົາ​ຫາ​ກໍ່​ໄດ້​ຮັບ​ແຈ້ງ​ການ​ໃນ​ຕອນ​ເດິກ​ຂອງ​ຄືນ​ວານນີ້. ພວກ​ເຮົາ​ຕ້ອງ​ໄດ້ທຳ​ຄວາມ​ເຂົ້າ​ໃຈ​ກັບ​ມັນ.”

ທ່ານລັດ​ຖະ​ມົນ​ຕີປ້ອງ​ກັນ​ປະ​ເທດ​ໄດ້​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ, ມີ​ກຳ​ນົດ​ຖືກ​ບັງ​ຄັບ​ໃຊ້​ພາຍ​ໃນ 180 ວັນ, ເປັນ​ການ​ຂັດ​ແຍ້ງ​ຕໍ່​ຄວາມ​ພະ​ຍາ​ຍາມ​ສອງ​ຝ່າຍ​ກັບ ຟີ​ລິບ​ປິນ ແລະ ຄວາມ​ພະ​ຍາ​ຍາມ​ໂດຍ​ລວມ​ກັບ​ບັນ​ດາ​ພັນ​ທະ​ມິດ​ໃນ​ພາກ​ພື້ນ ເພື່ອ​ຜັກ​ດັນໃຫ້ ຈີນ ຍຶດ​ຖື​ລະ​ບຽບ​ການ​ສາ​ກົນ​ໃນ​ພາກ​ພື້ນ​ດັ່ງ​ກ່າວ.

ທ່ານ ເອັ​ສ​ເປີ ໄດ້​ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ພວກ​ເຮົາ​ພະ​ຍາ​ຍາມ​ເສີມ​ຂະ​ຫຍາຍ​ການ​ມີ​ໜ້າ​ຂອງ​ພວກ​ເຮົາ ແລະ ແຂ່ງ​ຂັນ​ກັບ ຈີນ ໃນ​ຍຸກ​ແຫ່ງການ​ແຂ່ງ​ຂັນ​ເພື່ອ​ອຳ​ນາດ​ສູງ​ສຸດນີ້, ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ເປັນ​ການ​ເຄື່ອນ​ໄຫວ​ໃນ​ທາງ​ທີ່​ຜິດ, ແລະ ເພື່ອ​ສາຍ​ພົວ​ພັນ​ທີ່​ມີ​ມາ​ຍາວ​ນານ ທີ່​ພວກ​ເຮົາ​ມີ​ກັບ ຟີ​ລິບ​ປິນ, ສຳ​ລັບ​ສະ​ຖານ​ທີ່​ຍຸດ​ທະ​ສາດ​ຂອງ​ເຂົາ​ເຈົ້າ, ສຳ​ລັບ​ສາຍ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ ແລະ ປະ​ເທດ​ຂອງ​ພວກ​ເຮົາ.”

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ ​ກໍໄດ້​ກ່າວ​ຢ້ຳ​ຄຳ​ເຫັນ​ຂອງ​ທ່ານ ເອັ​ສ​ເປີ ເຊັ່ນ​ກັນ.

ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ​ໄດ້​ເວົ້າ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ພວກ​ເຮົາ​ຜິດ​ຫວັງ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ ຟີ​ລິບ​ປິນ.”

ລາວ​ໄດ້​ກ່າວ​ຕື່ມ​ວ່າ “ສະ​ຫະ​ລັດ ໄດ້​ມີ​ປະ​ຫວັດ​ທີ່​ຍາ​ວ​ນານ​ກັບ​ລັດ​ຖະ​ບານ​ ແລະ ປະ​ຊາ​ຊົນ​ຂອງ ຟີ​ລິບ​ປິນ ແລະ ໄດ້​ຮັບ​ຮູ້​ວ່າຄວາມ​ປອດ​ໄພ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ​ແມ່ນຈະ​ມີ​ການ​ຕອບ​ສະ​ໜອງຫຼາຍ​ທີ່​ສຸດ ​ຜ່ານ​ການ​ເປັນ​ຄູ່​ຮ່ວມ​ທີ່​ໄດ້​ຮັບຖືກມອບ​ສິດ​ໃຫ້​ໂດຍ​ຂໍ້​ຕົກ​ລົງ​ ກອງ​ກຳ​ລັງ​ປະ​ຈຳ​ການ​ໃນ​ຕ່າງ​ປະ​ເທດ.” ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ ຄູ່​ຮ່ວມ​ລັດ​ຖະ​ບານ ຟີ​ລິບ​ປິນ ຂອງ​ພວກ​ເຮົາ ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ນີ້ ໃນ​ວິ​ທີ​ທີ່​ເປັນ​ຜົນ​ປະ​ໂຫຍດ​ຕໍ່​ສອງ​ປະ​ເທດ​ຂອງ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG