ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີປ້ອງກັນປະເທດສະຫະລັດ ເສັດສິ້ນການຢ້ຽມຢາມທະວີບອາຟຣິກາ ເທື່ອທຳອິດ


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍ ອັອສຕິນ ຈັບມືກັບ ປະທານາທິບໍດີອັງໂກລາ ທ່ານ ຈາວ ບູຣັງໂກ ໃນເມືອງລວນດາ ປະເທດອັງໂກລາ ວັນທີ 27 ກັນຍາ 2023
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍ ອັອສຕິນ ຈັບມືກັບ ປະທານາທິບໍດີອັງໂກລາ ທ່ານ ຈາວ ບູຣັງໂກ ໃນເມືອງລວນດາ ປະເທດອັງໂກລາ ວັນທີ 27 ກັນຍາ 2023

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ກັບຄືນມາສະຫະ ລັດ ໃນວັນພະຫັດມື້ນີ້ ຫລັງຈາກສະຫລຸບການເດິນທາງເທຶື່ອທຳອິດທົ່ວທະວີບອາຟຣິກາ ໃນນາມຫົວໜ້າທຳນຽບຫ້າແຈ.

ທ່ານອອສຕິນໄດ້ເລີ້ມການຢ້ຽມຢາມຂອງ​ທ່ານ​ທີ່ຈີບູຕີ ຖານທັບຕົ້ນ​ຕໍຂອງກອງ ທັບສະຫະລັດຢູ່ທະວີບອາຟຣິກາ. ຢູ່ທີ່ນັ້ນທ່ານໄດ້ພົບປະກັບບັນດາຜູ້ນຳຈີບູຕີ ແລະປະທານາທິບໍດີຂອງໂຊມາລີ ທີ່ກຳລັງທະຫານຂອງທ່ານ ທ່ານອອສຕິນ ກ່າວວ່າ ໄດ້ທຳຄວາມຄືບໜ້າ ໃນ​ການ​ຕໍ່ຕ້ານກຸ່ມກໍ່ການຮ້າຍອາລ-ຊາບັບ ໃນ ປີກາຍນີ້ ຫລາຍກວ່າໄລ​ຍະ​ຫ້າ​ປີ​ໄລ່​ຮວມກັນ.

ຫລັງຈາກນັ້ນ ທ່ານອອສຕິນ ໄດ້ໄປເຄນຢາ ​ເພື່ອຢ້ຽມຢາມຄ້າຍທະຫານແຫ່ງນຶ່ງໃນ​ເມືອງມັນດາ ເບ ໃກ້ກັບຊາຍແດນໂຊມາລີ ບ່ອນທີ່ພວກກໍ່ການຮ້າຍໂຈມຕີ ໃນປີ 2020 ສັງຫານຊາວອາເມຣິກັນສາມຄົນ.

“ສານຢູ່ທີ່ນີ້ ກຳລັງເປັນທີ່ແຈ້ງຂາວວ່າ ສົງຄາມຕໍ່ການກໍ່ການຮ້າຍ ເປັນບູລິມະສິດສູງຂອງລັດຖະບານອາເມຣິກັນ” ທີ່ທ່ານວິນເສິນ ກິໂມຊົບ ນັກວິເຄາະນະ ໂຍບາຍຂອງ​ອົງ​ການ​ຂໍ້​ມູນອະທີິປະໄຕ ໄດ້ກ່າວ.

ບັນດາລັດຖະມົນຕີປ້ອງກັນປະເທດສະຫະລັດແລະເຄນຢາ ໄດ້ເຊັນສັນຍາ​ດ້ານ ຄວາມ​ໝັ້ນ​ຄົງຫ້າປີ ເພື່ອສະໜັບສະໜູນການປະຕິບັດງານຮ່ວມກັນ ຕໍ່ຕ້ານການຂົ່ມຂູ່ຂອງ​ພວກ​ກໍ່​ການ​ຮ້າຍ​ທົ່ວ​ໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG