ທ່ານ Ashton Carter ລັດຖະມົນຕີປ້ອງກັນປະເທດຄົນໃໝ່
ຂອງສະຫະລັດ ທຳການພົບປະຫາລືກັນໃນວັນຈັນມື້ນີ້ ທີ່ຄູເວດ
ກັບບັນດາຜູ້ບັນຊາການທະຫານສູງສຸດ ແລະບັນດານັກການ
ທູດ ຂອງສະຫະລັດ ກ່ຽວກັບຄວາມພະຍາຍາມຕ່າງໆຂອງສະ
ຫະລັດ ເພື່ອຕໍ່ສູ້ກັບກຸ່ມລັດອິສລາມນັ້ນ.
ທ່ານ Carter ໄດ້ບິນໄປຍັງນະຄອນຄູເວດ ຈາກອັຟການິສຖານ
ບ່ອນທີ່ທ່ານເປັນປະທານໃນກອງປະຊຸມ ທີ່ຖານທັບ Arifjan
ຂອງກອງທັບບົກສະຫະລັດ. ນອກຈາກພວກນາຍທະຫານແລ້ວ
ຍັງມີພວກເອກອັກຄະລັດຖະທູດສະຫະລັດ ຈາກຈໍແດນ ແລະ
ແຫ່ງອື່ນໆອີກໃນພາກຕາເວັນອອກກາງ ເຂົ້າຮ່ວມກອງປະຊຸມ.
ບັນດາເຈົ້າໜ້າທີ່ກ່າວວ່າ ການພົບປະກັນດັ່ງກ່າວ ບໍ່ຄາດວ່າຈະບັນລຸຍຸດທະສາດໃໝ່
ເພື່ອຕໍ່ສູ້ກັບກຸ່ມລັດອິສລາມແຕ່ຢ່າງໃດ ແຕ່ແມ່ນເພື່ອ ອຳນວຍໃຫ້ທ່ານ Carter ເຂົ້າ
ອົກເຂົ້າໃຈດີຂຶ້ນກ່ຽວກັບຄວາມພະຍາ ຍາມຕ່າງໆ ທີ່ກຳລັງດຳເນີນການໃນປັດຈຸບັນ
ເພື່ອປາບກຸ່ມລັດອິສລາມນັ້ນ.
ໃນວັນອາທິດວານນີ້ ທ່ານ Ashton ໄດ້ຢ້ຽມຢາມພາກໃຕ້ຂອງອັຟການິສຖານ ເພື່ຶອ
ທົບທວນເບິ່ງແຜນການຕ່າງໆ ເພື່ອຖອນທະຫານສະຫະລັດອອກຈາກອັຟການິສຖານພາຍໃນສອງປີຕໍ່ໜ້ານີ້. ທ່ານໄດ້ພົບປະກັບພວກທະຫານສະຫະລັດທີ່ຖານທັບອາເມຣິກັນ
ທີ່ເມືອງກັນດາຮາ ແລະໄດ້ຮັບຟັງລາຍງານໂດຍສັງເຂບ ກ່ຽວກັບສະພາບການຂອງຄວາມ
ພະຍາຍາມຂອງແນວໂຮມ ເພື່ອເຝິກແອບ ໃຫ້ຄຳແນະນຳ ແລະຊ່ອຍກຳລັງຂອງອັຟກາ
ນິສຖານນັ້ນ.