ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ປ້ອງກັນປະເທດ ສະຫະລັດ ສືບຕໍ່ຢ້ຽມຢາມ ອັຟການິສຖານ


ທ່ານ Ashton Carter ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ໂອ້ລົມກັບທະຫານສະຫະລັດ ທີ່ເດີ່ນເຮືອບິນເມືອງ Kandahar ຂອງອັຟການິສຖານ, ວັນທີ 22 ກຸມພາ 2015.
ທ່ານ Ashton Carter ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ໂອ້ລົມກັບທະຫານສະຫະລັດ ທີ່ເດີ່ນເຮືອບິນເມືອງ Kandahar ຂອງອັຟການິສຖານ, ວັນທີ 22 ກຸມພາ 2015.

ທ່ານ Ashton Carter ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່
​ຂອງ​ສະຫະລັດ ​ເດີນທາງ​ໄປ​ຍັງ​ພາກ​ໃຕ້​ຂອງ​ອັຟກາ​ນິສຖານ
​ ໃນ​ວັນ​ອາທິດມື້​ນີ້ ​ເພື່ອທົບ​ທວນ​ເບິ່ງ​ແຜນການ​ຕ່າງໆ​ໃນ​ການ
​ຖອນ​ທະຫານ​ຂອງ​ສະຫະລັດ​ອອກ​ຈາກ​ປະ​ເທດ​ດັ່ງກ່າວ ​ພາຍ
​ໃນ 2 ປີ​ຕໍ່ໜ້າ​ນີ້.

​ໃນ​ການ​ຢ້ຽມຢາມ​ມື້​ທີ​ສອງ​ທີ່​ອັຟກາ​ນິສຖານ ທ່ານ Carter ​ໄດ້
​ບິນ​ຈາກນະຄອນຫຼວງ​ຄາ​ບູລ ​ໄປ​ຍັງ​ເມືອງ Kandahar ບ່ອນ​ທີ່​
ທ່ານ​ໄດ້​ທຳ​ການ​ປຶກສາ​ຫາລື​ກັນ​ຫຼາຍ​ບັ້ນ​ ກັບ​ບັນດາ​ຜູ້ນຳ​ອັຟກາ
​ນິສຖານ ​ແລະ​ພວກ​ຜູ້​ບັນຊາ​ການ​ທະຫານ​ອາ​ເມຣິກັນ​ຢູ່​ທີ່​ນັ້ນ.

ທ່ານ Carter ​ເດີ​ນທາງ​ໄປ​ຍັງ​ເມືອງ Kandahar ​ເພື່ອຮັບຟັງລາຍ​ງານ​ໂດຍ​ສັງ​ເຂ​ບ ຈາກ​ບັນດາ​ຜູ້​ບັນຊາ​ການ​ທະຫານ​ສະຫະລັດ ​ແລະ​ຂອງ​ອັຟກາ​ນິສຖານ ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ເຝິກ​ແອບ​ພວກກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນິສຖານຢູ່​ທີ່​ນັ້ນ.

ທ່ານ Carter ກ່າວວ່າ ສະຫະລັດ “ກຳລັງ​ຄິດພິຈາລະນາຄືນ​ໃໝ່ລາຍ​ລະອຽດ” ຂອງ
ການ​ປະກອບ​ພາລະກິດ ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ຕົນ​ໃນອັຟກາ​ນິສຖານ ຮວມທັງ
ເລື້ອງ​ທີ່​ວ່າ ຄວນ​ຈະຊັກ​ຊ້າໃນການ​ຖອນ​ທະຫານ​ສະຫະລັດ ​ອອກ​ໄປ​ນັ້ນ​ຫລື​ບໍ່? ພາລະ
ກິດ​ຂອງທະຫານ​ສະຫະລັດທີ່​ຍັງ​ເຫລືອ​ຢູ່​ໃນ​ອັຟກາ​ນິສຖານ ​ໄດ້​ຫັນປ່ຽນ​ຈາກ​ສູ້​ລົບ ມາ​
ເປັນ​ການ​ເຝິກ​ແອບ ​ໃນ​ຂະນະ​ທີ່​ພວກ​ທະຫານ​ຂອງ​ອັຟກາ​ນິສຖານ​ເປັນ​ຜູ້​ຮັບຜິດຊອບ
​ໃນ​ການ​ຕໍ່ສູ້​ກັບ​ກຸ່ມ​ຕາ​ລີ​ບານ​ນັ້ນ.

ທ່ານ Carter ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ​ເລື້ອງ​ນີ້​ແມ່ນ​ຢູ່​ໃນ​ລາຍການ​ສົນທະນາ ເວລາ​ປະທານາທິບໍດີ Ashraf Ghani ​ແຫ່ງ​ອັຟການິສຖານ ​ໄປ​ຢ້ຽມຢາມນະຄອນຫຼວງວໍ​ຊິງ
​ຕັນ ​ໃນ​ເດືອນ​ໜ້ານີ້.

ທ່ານ Carter ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Ghani ​ໂດຍ​ໄດ້​ປຶກສາ​ຫາລື​ກັນ​ທັງ​ເລື້ອງ​
ການ​ຖອນ​ທະຫານ ​ແລະ​ຄວາມ​ພະຍາຍາມ​ຕ່າງໆຂອງອັຟກາ​ນິສຖານ ​ເພື່ອ​ຕໍ່ສູ້​ກັບ​ກຸ່ມ​
ຕາ​ລີ​ບານ​ນັ້ນ​ນຳ. ປະທານາທິບໍດີ Ghani ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຊ່ອງ​ທາງ​ໃນ​ການ​ບັນລຸ​ສັນຕິພາບ​ກັບ​ກຸ່ມຕາ​ລີ​ບານ ​ໃນ​ປັດຈຸບັນ ແມ່ນດີຂຶ້ນກວ່າເມື່ອຫວ່າງ 3 ທົດ​ສະ​ວັດ​ຜ່ານ​ມາ ແຕ່​ທ່ານບໍ່​ໄດ້​ໃຫ້​ລາຍ​ລະອຽດ​ອື່ນ​ໃດ. ທ່ານ​ກ່າວ​ວ່າທ “ທິດ​ທາງແມ່ນ​ດຳ​ເນີນ​
ໄປ​ໃນ​ທາງ​ບວກ”
​ແຕ່​ກໍກ່າວ​ຕື່​ມວ່າ ​ທ່ານ​ບໍ່​ຢາກ “ປະກາດ​ເລື້ອງ​ນີ້​ໃຫ້​ຮູ້ລ່ວງ​ໜ້າ ກ່ອນ​ເວລາ​ອັນ​ຄວນ.”

XS
SM
MD
LG