ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້​ຜູ້​ນຳໂລກ ຕື່ນ​ຂຶ້ນ ຕໍ່​ຜົນ​ກະ​ທົບ​ຂອງ ຈີນ ຕໍ່​ບັນ​ຫາ​ໂລກ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ມາກ ເອັ​ສ​ເປີ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ດ້ານ​ຄວາມ​ໝັ້ນ​ຄົງ ມິວ​ນິກ, ປະ​ເທດ ເຢຍ​ຣະ​ມັນ, 14 ກຸມ​ພາ, 2020.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ມາກ ເອັ​ສ​ເປີ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ດ້ານ​ຄວາມ​ໝັ້ນ​ຄົງ ມິວ​ນິກ, ປະ​ເທດ ເຢຍ​ຣະ​ມັນ, 14 ກຸມ​ພາ, 2020.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ມາກ​ ເອັ​ສ​ເປີ ໄດ້​ຮຽກ​ຮ້ອງ​ບັນ​ດາ​ຜູ້​ນຳ​ດ້ານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໂລກ​ໃນ​ວັນ​ເສົາ​ວານນີ້ “ໃຫ້​ຕື່ນ​ຂຶ້ນ” ຕໍ່​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ແຊກ​ແຊງ​ບັນ​ຫາ​ຂອງ​ໂລກ​ໂດຍ ຈີນ, ຄວບ​ຄຸມ​ແຜນ​ການ​ຂອງ​ປະ​ເທດ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ໂລກ​ ໃນ​ການ​ບັ​ນ​ລຸ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ​ດ້ວຍ​ທຸກວິ​ທີ​ທີ່​ຈຳ​ເປັນ.

ທ່ານ ເອັ​ສ​ເປີ ໄດ້​ປະ​ກາດ​ທີ່ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ສາ​ກົນ ໃນ​ນະ​ຄອນ ມິວ​ນິກ ປະ​ເທດ ເຢ​ຍ​ຣະ​ມັນ ວ່າ “ມັນ​ແມ່ນ​ຄວາມ​ຈຳ​ເປັນ​ທີ່​ພວກ​ເຮົາ​ໃນ​ຖາ​ນະ​ເປັນ​ປະ​ຊາ​ຄົມ​ສາ​ກົນ ທີ່​ຈະ​ຕື່ນ​ຂຶ້ນ​ຕໍ່​ສິ່ງ​ທ້າ​ທາຍ​ຕ່າງໆ​ຈາກ ຈີນ ທີ່​ຄອບ​ງຳ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ ທີ່ອີງ​ໃສ່​ກົດ​ລະ​ບຽບ​ສາ​ກົນ​ທີ່​ມີ​ມາ​ດົນ​ນານ.”

ທ່ານ ເອັ​ສ​ເປີ ໄດ້​ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ ບໍ່​ໄດ້​ພະ​ຍາ​ຍາມ​ສ້າງ​ຄວາມ​ຂັດ​ແຍ້ງ​ກັບ ຈີນ ແຕ່​ໄດ້​ສະ​ແດງຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ສິ່ງ​ທີ່​ທ່ານ​ໄດ້​ກ່າວ​ວ່າ ເປັນ​ເປົ້າ​ໝາຍ​ຂອງ ຈີນ ທີ່​ຈະ​ພັດ​ທະ​ນາ​ກອງ​ທັບ​ຂອງ​ເຂົາ​ເຈົ້າ​ໃຫ້​ທັນ​ສະ​ໄໝ ​ພາຍ​ໃນ​ປີ 2035 ແລະ ຄອບ​ງຳ​ທະ​ວີບ ເອ​ເຊຍ ດ້ວຍກອງ​ທັບ​ພາຍ​ໃນ​ປີ 2049.

ທ່ານໄດ້​ກ່າວ​ຫາ ຈີນ ກ່ຽວ​ກັບ ການ​ມີ​ສ່ວນ​ຮ່ວມ​ຂອງ​ເຂົາ​ເຈົ້າ​ໃນ​ບັນ​ຫາ​ຕ່າງໆ​ໃນ ຢູ​ໂຣບ ແລະ ບ່ອນ​ອື່ນໆ​ນອກ​ເຂດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ​ຍິ່ງ​ຂຶ້ນ ດ້ວຍ​ຈຸ​ດ​ປະ​ສົງ​ທີ່​ຈະ “ຫາ​ຄວາມ​ໄດ້​ປຽບ​ດ້ວຍ​ທຸກວິ​ທີ ແລະ ບໍ່​ວ່າ​ຈະ​ເປັນ​ຈັ່ງ​ໃດ​ກໍ​ຕາມ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ທ່ານ ຫວັງ ຢີ້ ໄດ້​ກ່າວ​ຫຼັງ​ຈາກ​ນັ້ນ​ວ່າ ທ່ານ ເອັ​ສ​ເປີ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ, ຜູ້​ທີ່​ໄດ້​ກ່າວ​ຫາ ຈີນ ກ່ຽວ​ກັບ ການ​ໃຊ້​ “ແຜນ​ການ​ທີ່​ຊົ່ວ​ຮ້າຍ” ເພື່ອ​ໃຫ້​ໄດ້​ການ​ສະ​ໜັບ​ສະ​ໜູນ ​ສຳ​ລັບ​ຜູ້​ຜະ​ລິດ​ອຸ​ປະ​ກອນ​ເຄືອ​ຂ່າຍບໍ່​ໃຊ້​ສາຍ​ລຸ້ນ​ຕໍ່​ໄປຄື​ບໍ​ລິ​ສັດ ຫົວ​ເຫວີຍ ເທັກ​ໂນ​ໂລ​ຈີ ນັ້ນ​ວ່າ ເປັນ​ການບອກ​ຄວາມ​ຂີ້​ຕົວະ.”

ທ່ານ ພອມ​ພຽວ ໄດ້​ກ່າວ​ວ່າ, “ພວກ​ເຮົາ​ບໍ່​ສາ​ມາດ​ໃຫ້​ຂໍ້​ມູນ​ຖືກ​ສົ່ງ​ຜ່ານ​ເຄືອ​ຂ່າຍ​ທີ່​ພວກ​ເຮົາ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ວ່າ​ ຈະ​ບໍ່​ຖືກ​ລັກ​ຈີ້​ເອົາ​ໂດຍ​ພັກ​ຄອມ​ມູ​ນິ​ສ ຈີນ. ມັນ​ຮັບ​ເອົາ​ບໍ່​ໄດ້​ແທ້ໆ.”

ທ່ານ ຫວັງ ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ບໍ່​ຢາກ​ເຫັນ​ການ​ພັດ​ທະ​ນາ​ທີ່​ວ່ອງ​ໄວ ແລະ ການ​ຟື້ນ​ຕົວ​ຄືນ​ໃໝ່​ຂອງ ຈີນ” ແລະ ຈະ​ບໍ່​ມັກ​ໂດຍ​ສະ​ເພາະ “ແມ່ນ​ຄວາມ​ສຳ​ເລັດ​ຂອງ​ປະ​ເທດ​ສັງ​ຄົມ​ນິ​ຍົມ.” ທ່ານ​ໄດ້​ກ່າວ​ອີກວ່າ ມັນ “ສຳ​ຄັນ​ທີ່​ສຸດ” ສຳ​ລັບ​ສອງ​ມະ​ຫາ​ອຳ​ນາດ​ໂລກ​ທີ່​ຈະ​ເລີ່ມ​ການ​ເຈ​ລະ​ຈາ “ເພື່ອ​ຫາ​ທາງ​ສຳ​ລັບ​ສອງ​ປະ​ເທດ​ທີ່​ສຳ​ຄັນ​ຂອງ​ໂລກ ທີ່​ມີ​ສອງ​ລະ​ບົບ​ສັງ​ຄົມ​ທີ່​ແຕກ​ຕ່າງ​ກັນ ທີ່​ຈະ​ອາ​ໄສ​ຢູ່​ດ້ວຍ​ຄວາມ​ສາ​ມັກ​ຄີ​ກັນ ແລະ ຮ່ວມ​ມືກັນ​ຢ່າງ​ສະ​ຫງົບ​ສຸກ.”

ເລ​ຂາ​ທິກ​ານ​ໃຫຍ່​ອົງ​ການ NATO ທ່ານ ເຈັ​ນ​ສ໌ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄວາມ​ໝັ້ນ​ຄົງ ມິວ​ນິກ ວ່າ ຈີນ ສະ​ແດງ​ໃຫ້​ເຫັນທັງ​ສິ່ງ​ທ້າ​ທາຍ ແລະ ໂອ​ກາດ​ສຳ​ລັບ​ປະ​ເທດ​ຕາ​ເວັນ​ຕົກ. ທ່ານ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແລະ ຢູ​ໂຣບ ຕ້ອງ​ຕົກ​ລົງກັນ ກ່ຽວ​ກັບ ວິ​ທີ​ການ​ທີ່​ເປັນ​ນຶ່ງ​ດຽວ​ກັນ ເພື່ອ​ແກ້​ໄຂ​ອິດ​ທິ​ພົນ​ທີ່​ເພີ່ມ​ຂຶ້ນ​ໃນ​ທົ່ວ​ໂລກ​ຂອງ ຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG