ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານອອ​ສ​ຕິນ ໂທ​ລະ​ສັບ​ໂອ້​ລົມ​ ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ຈີນ


ແຟ້ມ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການກອງ​ທັບ ຂອງ​ສະ​ພາ​ຕ່ຳ ກ່ຽວ​ກັບ​ງົບ​ປະ​ມານ​ດ້ານ​ປ້ອງ​ກັນ​ປະ​ເທດ ປິ 2023 ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 5 ເມ​ສາ 2022.
ແຟ້ມ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການກອງ​ທັບ ຂອງ​ສະ​ພາ​ຕ່ຳ ກ່ຽວ​ກັບ​ງົບ​ປະ​ມານ​ດ້ານ​ປ້ອງ​ກັນ​ປະ​ເທດ ປິ 2023 ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 5 ເມ​ສາ 2022.

ທຳ​ນຽບ​ຫ້າ​ແຈ​ກ່າວ​ວ່າ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ໄດ້​ໂທ​ລະ​ສັບ​ໄປ​ໂອ້​ລົມ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ຈີນ ໃນ​ວັນ​ພຸດ​ວານນີ້ ຊຶ່ງ​ເປັນ​ການ​ຕິດ​ຕໍ່​ເທື່ອ​ທຳ​ອິດ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຂອງ​ທັງ​ສອງ​ຝ່າຍ​ນັບ​ຕັ້ງ​ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ເຂົ້າ​ຮັບ​ຕຳ​ແໜ່ງ.

ໃນ​ຖະ​ແຫຼງ​ການ ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ທ່ານ​ຈອນ ເຄີ​ບີ ​ກ່າວ​ວ່າ ທ່ານອອ​ສ​ຕິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ສ​ປ ຈີນ ນາຍ​ພົນ​ເຫວ ເຟັ້ງ​ເຫ
(Wei Fenghe) ເພື່ອ​ຕິດ​ຕາມ​ເບິ່ງ​ການ​ໂອ້​ລົມ​ເມື່ອ​ໄວ​ໆ​ມານີ້ ລະ​ຫວ່າງ​ປະ​ທາ​ນາ​ທິບ​ດີ​ໄບ​ເດັນ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ.

ຖະ​ແຫຼງ​ການ​ຂອງ​ທຳ​ນຽບ​ຫ້າ​ແຈ​ກ່າວ​ວ່າ “ລັດ​ຖະ​ມົນ​ຕີອອ​ສ​ຕິນ ແລະ​ນາຍ​ພົນ​ເຫວ ໄດ້​ຫາ​ລືກັນ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ລະ​ຫວ່າງ​ສະ​ຫະ​ລັດ ແລະ ສ​ປ​ ຈີນ ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ຂົງ​ເຂດ ແລະ​ການ​ຮຸກ​ຮາຍ​ແບບ​ບໍ່​ມີ​ການ​ທ້າ​ທາຍ​ເກາະ​ຜິດ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ.”

ເຈົ້າ​ໜ້າ​ທີ່​ດ້ານ​ປ້ອງ​ກັນ​ປະ​ເທດ​ທ່ານ​ນຶ່ງ ທີ່​ບໍ່​ປະ​ສົງ​ອອກ​ຊື່ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ທ່ານອອ​ສ​ຕິນ​ບໍ່​ໄດ້​ຄາ​ດ​ວ່າ ຈະ​ມີ​ຄວາມ​ກ້າວ​ໜ້າ ກ່ຽວ​ກັບ​ບັນ​ຫາ​ທີ່​ສຳ​ຄັນ​ໃດໆ ໃນ​ລະ​ຫວ່າງການ​ໂອ້​ລົມ ເປັນ​ເວ​ລາ 45 ນ​າ​ທີ ​ກັບ​ທ່ານ​ເຫວ. ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ພວກ​ທ່ານ​ທັງ​ສອງ​ໄດ້​ໂອ້​ລົມ​ຜ່ານ​ທາງ​ໂທ​ລະ​ສັບ​ພິ​ເສດ ທີ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2008 ໂດຍ​ທຳ​ນຽບ​ຫ້າ​ແຈ ແລະ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ໃນ​ເວ​ລານັ້ນ.

ທັງ​ທ່ານອອ​ສ​ຕິນ ແລະ​ທ່ານ​ໄບ​ເດັນ ຕ່າງ​ກໍ​ເປັນ​ຜູ້​ຕ້ອງ​ຕິ​ທີ່​ສຳ​ຄັນ​ຕໍ່​ນະ​ໂຍ​ບາຍ​ຂອງ​ຈີນ ນັບ​ແຕ່​ທ່ານ​ໄບ​ເດັນ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ. ບຸກ​ຄົນ​ທັງ​ສອງ​ໄດ້​ຕຳ​ໜິ​ຕິ

​ຕຽນ​ຊ້ຳ​ແລ້ວ​ຊ້ຳ​ອີກ ກ່ຽວ​ກັບ​ການ​ທ້າ​ທາຍ​ເກາະ​ຜິດ​ກັບ​ໄຕ້​ຫວັນ ແລະ​ທ່ານ​ໄບ​ເດັນ​ໄດ້​ກ່າວ​ຫາ​ປັກ​ກິ່ງວ່າ ລະ​ເມີດ​ສິດ​ທິ​ມະ​ນຸດ​ຕໍ່​ພວກ​ຊົນ​ກຸ່ມ​ນ້ອຍ ແລະ​ຄວາມ​ພະ​ຍາ​ຍາມເພື່ອ​ປາບ​ປາມ ​ພວກ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​ໃນ​ຮົງ​ກົງ.

ສະ​ຫະ​ລັດ ແລະ​ອອ​ສ​ເຕ​ຣ​ເລຍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ອັນ​ທີ່​ປາ​ກົດ​ວ່າ​ເປັນ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ໝັ້ນ​ຄົງ ລະ​ຫວ່າງ​ຈີນ​ກັບ​ໝູ່​ເກາະ​ໂຊ​ໂລມອນ. ຮ່າງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ອອນ​ລາຍ​ນ໌ ສະ​ແດງ​ໃຫ້​ເຫັນ​ວ່າ ແມ່ນ​ຮວມ​ທັງ​ຂໍ້​ກຳ​ນົດ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ປັກ​ກິ່ງ ສົ່ງ​ກຳ​ລັງ​ຕິດ​ຫຼວດ​ຕິດ​ອາ​ວຸດ ແລະ​ທະ​ຫານ​ໄປ​ຍັງ​ໝູ່​ເກາະ​ດັ່ງ​ກ່າວ ຕະ​ຫຼອດ​ທັງ​ການ​ສ້າງ​ຖານ​ທັບ​ສຳ​ລັບ​ກອງ​ທັບ​ເຮືອ​ຂອງ​ຈີນ​ທີ່​ໝູ່​ເກາະ​ໂຊ​ໂລມອນ.

ອອ​ສ​ເຕ​ຣ​ເລຍ​ແລະ​ສະ​ຫະ​ລັດ ມີ​ຄວາມ​ຢ້ານ​ກົວ​ວ່າ ປັກ​ກິ່ງ​ຈະ​ສ້າງ​ຕັ້ງ​ການ​ມີ​ໜ້າ​ທາ​ທະ​ຫານ​ຢູ່​ໃນ​ໝູ່​ເກາະ​ດັ່ງ​ກ່າວ ຊຶ່ງ​ຕັ້ງ​ຢູ່​ປະ​ມານ 2,000 ກິ​ໂລ​ແມັດ​ຫ່າງ​ຈາກອອ​ສ​ເຕ​ຣ​ເລຍ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທີ່​ໄດ້​ປະ​ກາດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ບໍ່​ໄດ້​ໃຫ້​ຄວ​າມ​ສຳ​ຄັນ​ໃດໆ​ຕໍ່​ການ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ແລະ​ກໍ​ກ່າວ​ຫາ​ສະ​ຫະ​ລັດ​ແລະ​ອອ​ສ​ເຕ​ຣ​ເລຍ​ວ່າ “ຕັ້ງ​ໃຈ​ທີ່​ຈະ​ສ້າງ​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ຂຶ້ນ."

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG