ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານມາກ ແອສເປີ ກ່າວວ່າ ຂັ້ນຕອນສັນຕິພາບຢູ່ໃນອັຟການິສຖານບໍ່ໄດ້ມີຄວາມກ້າວໜ້າຢ່າງວ່ອງໄວດັ່ງ ທີ່ໄດ້ຄາດໝາຍໄວ້ ຍ້ອນພວກກະບົດຕາລີບານທີ່ບໍ່ໄດ້ຫລຸດຜ່ອນການກໍ່ຄວາມ ຮຸນແຮງ ຢູ່ໃນປະເທດທີ່ປະສົບກັບໄພສົງຄາມດັ່ງກ່າວ.
ທ່ານແອສເປີ ໄດ້ກ່າວຢູ່ໃນພິທີ ທີ່ສະຖານບັນ Brooking ໃນວັນຈັນວານນີ້ ວ່າ “ໄດ້ມີການຫລ້າຊ້າ ບໍ່ເປັນໄປຕາມກຳນົດ ພວກເຮົາຍັງສືບຕໍ່ການເຈລະຈາ ກັບສອງກໍ້າສອງຝ່າຍ ກ່ຽວກັບວ່າ ແມ່ນຫຍັງທີ່ເຂົາເຈົ້າຕ້ອງໄດ້ເຮັດ ເພື່ອຈັດ ຕັ້ງປະຕິບັດຂໍ້ຕົກລົງໃຫ້ຄົບຖ້ວນ.”
ພວກເຈົ້າໜ້າທີ່ໄດ້ມີຄວາມຫວັງແບບລະມັດລະວັງ ຕໍ່ຂໍ້ຕົກລົງສັນຕິພາບ ທີ່ໄດ້ ເຊັນກັນໃນເດືອນກຸມພາຜ່ານມາ ລະຫວ່າງສະຫະລັດ ແລະພວກກະບົດຕາລີ ບານ ທີ່ຈະນຳໄປສູ່ການເຈລະຈາພາຍໃນລະຫວ່າງພັກຝ່າຍໃນອັຟການິສຖານ ທີ່ສາມາດໃຊ້ເປັນພື້ນຖານໃໝ່ຂອງສັນຕິພາບ ໃຫ້ແກ່ປະເທດ ທີ່ໄດ້ປະສົບກັບ ໄພສົງຄາມຕິດຕໍ່ກັນມາເປັນເວລາກວ່າ 18 ປີ.
ຄວາມພະຍາຍາມເພື່ອສ້າງສັນຕິພາບລະຫວ່າງພັກຝ່າຍໃນອັຟການິສຖານເຫຼົ່ານັ້ນ ໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ເຖິງຢ່າງໃດກໍດີ ໃນຂະນະທີ່ປະທານາທິບໍດີ ອາສຣັຟ ການີ ແລະ ຫົວໜ້າບໍລິຫານຂອງປະເທດ ທ່ານອັຟດູລລາ ອັຟດູລລາ ຍັງຕໍ່ສູ້ກັນທາງດ້ານການເມອງເພື່ອແຍ່ງຊິງອຳນາດ.
ໃນຂະນະທີ່ພວກກະບົດຕາລິບານ ໄດ້ຮັກສາຄຳເວົ້າຂອງເຂົາເຈົ້າທີ່ຈະບໍ່ໂຈມຕີ ກຳລັງນາໆຊາດ ອີງຕາມທ່ານແອສເປີ ແຕ່ການໂຈມຕີຂອງພວກກະບົດຕາລີ ບານ ຕໍ່ກຳລັງລັດຖະບານອັຟການິສຖານ ໄດ້ເພີ້ມຂຶ້ນ.