ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດທ່ານ ລອຍດ໌ ອອສຕິນ ມີທ່າທາງວ່າ ຈະຫາລືກ່ຽວກັບການຂັດຂວາງການຮຸກຮານຂອງຈີນໃນເຂດເອເຊຍຕາເວັນອອກສຽງໃຕ້ ໂດຍຜ່ານຖະແຫລງການຂອງທ່ານ “ການລວມຕົວຢັບຢັ້ງຂັດຂວາງ” ດັ່ງທີ່ທ່ານໄດ້ກ່າວໃນຄຳປາໄສ ໃນວັນອັງຄານວານນີ້ ໃນລະຫວ່າງເດີນທາງໄປຢ້ຽມຢາມສິງກະໂປ.
ທ່ານອອສຕິນ ເປັນເຈົ້າໜ້າທີ່ລະດັບສູງຄົນທໍາອິດ ຈາກລັດຖະບານຂອງປະທາ ນາທິບໍດີໄບເດັນ ທີ່ໄປຢາມຂົງເຂດດັ່ງກ່າວ.
ຫລັງຈາກການເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງສິງກະໂປທ່ານ ນັກ ເອັງ ເຮັນ (Ng Eng Hen), ທັງສອງປະເທດໄດ້ກ່າວໃນຖະແຫຼງ ການຮ່ວມວ່າ ພວກເຂົາເຈົ້າໄດ້ຫາລື ກ່ຽວກັບປະເດັນຄວາມໝັ້ນຄົງໃນຂົງເຂດພູມິພາກ ແລະ “ຄວາມສໍາຄັນຂອງການຮັກສາ ລະບຽບຕາມກົດເກນພື້ນຖານ,” ເຊິ່ງເປັນວັດຖຸປະສົງທີ່ສໍາຄັນຂອງນະໂຍບາຍການຕ່າງປະເທດຂອງສະຫະລັດນັບຕັ້ງແຕ່ທ່ານໄບເດັນ ເຂົ້າດໍາລົງຕໍາແໜ່ງ.
ຖະແຫລງການດັ່ງກ່າວລະບຸວ່າ ລັດຖະມົນຕີປ້ອງກັນປະເທດຂອງທັງສອງຝ່າຍຍັງໂອ້ລົມກ່ຽວກັບການເພີ້ມຂອບເຂດຄວາມເປັນໄປໄດ້ຂອງຄວາມຮ່ວມມື, ເຊິ່ງ ລວມເຖິງການປ້ອງກັນທາງໄຊເບີ້, ການຊ່ວຍເຫລືອດ້ານມະນຸດສະທໍາ ແລະການບັນເທົາທຸກໄພພິບັດ.
[[https://www.defense.gov/Newsroom/Releases/Release/Article/2708174/joint-statement-by-united-states-secretary-of-defense-lloyd-j-austin-iii-and-si/]]
ການເດີນທາງຂອງທ່ານອອສຕິນໃນຄັ້ງນີ້ ລວມມີການຢຸດແວ່ທີ່ປະເທດຫວຽດ ນາມ ແລະຟີລິບປິນ ນໍາດ້ວຍ.