ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງ ດ້ານປ້ອງກັນປະເທດ ສະຫະລັດ ປະຊຸມ ເລື້ອງຢູເຄຣນ ທີ່ ເຢຍຣະມັນ


ພວກກະບົດແບ່ງແຍກດິນແດນ ທີ່ສະໜັບສະໜຸນຣັດເຊຍ ຢືນຍາມຢູ່ນອກເມືອງ Donetsk ທາງພາກຕາເວັນອອກຂອງ ຢູເຄຣນ.
ພວກກະບົດແບ່ງແຍກດິນແດນ ທີ່ສະໜັບສະໜຸນຣັດເຊຍ ຢືນຍາມຢູ່ນອກເມືອງ Donetsk ທາງພາກຕາເວັນອອກຂອງ ຢູເຄຣນ.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ກະຊວງປ້ອງ​ກັນ​ປະ​ເທດ ສະຫະລັດ
​ແລະ​ນັກ​ການ​ທູດ ກຳລັງ​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນ Stuttgart
ປະ​ເທດ​ເຢຣະມັນ ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ສົນທະນາ​ວ່າ ຈະ​ຕອບ
ໂຕ້ແບບໃດ ກັບການປະຕິບັດງານທາງ​ທະຫານ​ຂອງຣັດ​ເຊຍ
ໃນຢູ​ເຄຣນ ​ແລະ​ແກ້ໄຂເລື້ອງ​ຄວາມ​ເປັນ​ຫ່ວງໃນໝູ່ບັນດາ​ພັນ
ທະ​ມິດກ່ຽວ​ກັບ​ການຮຸກຮານ​ຂອງມົສກູ ຫລັງ​ຈາກ​ໄດ້ມີການສູ້
​ລົບ​ທີ່ເພີ້ມທະວີ ຂຶ້ນ ລະຫວ່າງທະຫານ​ຢູ​ເຄຣນ ​ແລະ​ພວກ​ກະ
ບົດ​ແບ່ງ​ແຍກ​ດິນ​ແດນນິຍົມຣັດ​ເຊຍ.

ລັດຖະມົນ​ຕີ​ ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ashton Carter
ຈະ​ພົບ​ປະ​ກັບ ບັນດາ​ນາຍ​ພົນ ​ແລະ​ເອກອັກຄະລັດຖະ​ທູດ ຢູ່​ໃນ
ຢູ​ໂຣບ ຢູ່ທີ່​ກອງ​ບັນ​ຊາ​ການ ທະຫານສະຫະລັດ-ຢູ​ໂຣບ ​ໃນ​ວັນ​ສຸກ​ມື້​ນີ້. ທ່ານຈະ​ທົບ​ທວນ​ເຖິງ​ເບິ່ງປະ ສິດທິຜົນ​ໃນການ​ລົງໂທດທາງ​ດ້ານ​ເສດຖະກິດຂອງຢູໂຣບ ແລະ​ ສະຫະລັດ​ໃນ ​ປັດຈຸບັນ ​ແລະ​ຍຸດ​ທະ​ສາດຂອງອົງການ NATO ໃນການຢັບຢັ້ງການເອົາບາດກ້າວເພີ້ມ ຕື່ມຂອງຣັດ​ເຊຍ ຢູ່​ໃນ ຢູ​ເຄຣນ.

New Reported Russian Moves Into Ukraine Prompt Emergency Meetings
please wait

No media source currently available

0:00 0:02:21 0:00

ທ່ານ Brent Colburn ຊຶ່ງໂຄສົກ​ທຳ​ນຽບຫ້າ​ແຈ​ໄດ້​ກ່າວວ່າ “ກອງ​ປະຊຸມນີ້ມີ ​ຈຸດປະສົງ
ທີ່ຈະ​ບອກ​ໃຫ້ຮູ້​ເຖີງ​ແນວ​ຄິດ​ຂອງລັດຖະມົນຕີ ​ໃນ​ຂະນະ​ທີ່​ທ່ານເດີນ ທາງໄປຮ່ວມ​ກອງ​
ປະ​ຊຸມລະດັບລັດຖະມົນຕີ ເທື່ອທຳອິດຂອງອົງການ NATO ​ ​ໃນ​ທ້າຍ​ເດືອນ​ມິຖຸນາ. ຈຸດ
​ນຶ່ງ​ທີ່ຈະມີການ​ເນັ້ນ​ໜັກ​ ກໍຈະ​ແມ່ນ ບົດບາດ​ຂອງ ຣັດ​ເຊຍ ​ໃນໄລຍະນຶ່ງປີເຄິ່ງ​ຜ່າ​ນມານີ້
ຮວມທັງ​ການ​ປະຕິບັດ​ງານ​ຂອງ​ເຂົາ​ເຈົ້າ​ຢູ່​ໃນຢູ​ເຄຣນ".

​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີຢູ​ເຄຣນ ​ໄດ້​ເຕືອນ​ບັນດາ​ສະມາຊິກ​ສະ​ພາ ​ໃຫ້​ຕຽມ
​ປ້ອງ​ກັນໃນອັນທີ່​ "​ອາດ​ເປັນ​ການບຸກລຸກ​ຢ່າງ​ເຕັມອັດຕາ” ​ຂອງຣັດ​ເຊຍ ຫລັງ​ຈາກ​ການ​ສູ້
​ລົບເພີ້ມຂຶ້ນ ຢູ່​ເຂດທີ່​ເວົ້າ​ພາສາຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ ​ຢູ​ເຄຣນ. ທ່ານກ່າວ
ອ້າງວ່າ ເປັນ “ການ​ຂົ່ມຂູ່ອັນ​ໃຫຍ່​ຫລວງ” ທີ່ຈະເກີດ ການ​ສູ້​ລົບ​ຂະໜາດ​ໃຫຍ່. ທ່ານກ່າວ​
ວ່າ ທະຫານຣັດ​ເຊ​ຍ 9,000 ຄົນ​ໄດ້​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູເຄຣນ ​ເປັນ​ທີ່ຮຽບ
ຮ້ອຍ​ແລ້ວ.

ການ​ສູ້​ລົບ​ລະຫວ່າງ ພວກ​ກະບົດ ​ແລະ​ກຳລັງລັດຖະບານ ຢູ່​ໃນ​ຂົງ​ເຂດ ​ໄດ້​ທະວີ​ຂື້ນ​ໃນ​ອາທິດ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 18 ຄົນ ​ແລະ​ເຮັດ​ໃຫ້ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ຈັດ​ກອງ​ປະຊຸມ​ສຸ​ກ​ເສີນຂຶ້ນ ​ໃນ​ວັນ​ສຸກ​ມື້​ນີ້.

ເພື່ອຮັບມືກັບ​ຄວາມ​ຮຸນ​ແຮງ​ຮອບໃໝ່ ທຳນຽບຂາວ​ ​ໃນ​ວັນ​ພະຫັດ​ວານ​ນີ້ ກ່າວ​ວ່າ ປະທາ
ນາທິບໍດີ Barack Obama ວາງ​ແຜນ​ຈະຮຽກຮ້ອງ​ໃຫ້ບັນດາ​ຜູ້ນຳ ສະຫະພາບ​ຢູ​ໂຣບ ທີ່
ຈະ​ມີ​ກອງ​ປະຊຸມ​ສຸດ​ຍອດ ​ຢູ່​ທີ່​ເຢຍຣະມັນ ​ໃຫ້​ສືບຕໍ່ຮັກສາ​ການ​ລົງ​ໂທດ​ຕໍ່ ມົສກູ ຍ້ອນ “ການ​ຮຸກຮານຂອງປະເທດດັ່ງກ່າວຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.”

Ukraine
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG