ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະມາຊິກສະພາ ກ່າວວ່າ ຍັງມີຫຼາຍຄຳຖາມ ທີ່ຄ້າງຄາ ບໍ່ໄດ້ຮັບຄຳຕອບ ກ່ຽວກັບ ໄນເຈີ


ສະມາຊິກສະພາສູງ John McCain (ຊ້າຍ) ສັງກັດພັກຣີພັບລິກັນ ຈາກລັດ Arizona ປະທານຄະນະກຳມະການກອງທັບ ມາເຖິງກອງປະຊຸມປິດລັບ.
ສະມາຊິກສະພາສູງ John McCain (ຊ້າຍ) ສັງກັດພັກຣີພັບລິກັນ ຈາກລັດ Arizona ປະທານຄະນະກຳມະການກອງທັບ ມາເຖິງກອງປະຊຸມປິດລັບ.

ຫົວໜ້າ​ກຳມະການ​ກອງທັບທີ່ມີອິດທິພົນຂອງສະພາ​ສູງ ກ່າວ​ວ່າ ຍັງ​ມີ​ຄຳ​ຖາມ​ທີ່​ບໍ່ໄດ້
ຮັບຄຳ​ຕອບ​ຫລາຍໆ​ຢ່າງ ກ່ຽວກັບການ​ດັກ​ສະກັດ​ຍິງ​ຢູ່ປະເທດ​ໄນ​ເຈີໃນ ວັນ​ທີ 4 ຕຸລາ
ທີ່​ໄດ້​ສັງຫານ​ທະຫານ​ສະຫະລັດ​ສີ່​ຄົນ.

​ເຈົ້າ​ໜ້າ​ທີ່​ຂັນ​ສູງ​ປະ​ຈຳ​ທຳນຽບຫ້າ​ແຈ​ສອງທ່ານ ​ໄດ້​ລາຍ​ງານ​ຕໍ່​ສະມາຊິກ​ພັກ ຣີພັບ​ບລິ
​ກັນ ທ່ານ John McCain ​ແລະ​ຄະນະ​ກຳມະການ​ຄົນ​ອື່ນໆ​ໃນ​ກອງ​ປະ​ຊຸມ​ປິດ​ລັບ​ໃນ​ວັນ​ພະຫັດ​ວານ​ນີ້. ​ເຂົາ​ເຈົ້າ​ໄດ້​ຟັງລາຍງານ​ຈາກທ່ານ Robert Karem ລັດຖະມົນຕີຊ່ວຍ ຮັບຜິດຊອບກິດຈະການດ້ານ​ຄວາມ​ປອດ​ໄພ​ສາກົນ ​ແລະ​ນາຍ​ພົນອາກາດ​ຕີ​ທະຫານ​
Albert Elton ຮອງ​ຫົວໜ້າ​ການ​ປະຕິບັດ​ງານ​ພິ​ເສດ ​ແລະ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ.

ທ່ານ McCain ກ່າວ​ວ່າ ທ່ານ​ມີ​ຄວາມພໍ​ໃຈ​ກັບ​ການ​ຮ່ວມ​ມື​ຈາກ​ທຳນຽວຫ້າ​ແຈ ​ແຕ່​ວ່າ​
ຍັງ​ມີ​ອີກ​ຫລາຍຢ່າງ​ທີ່​ທ່ານ​ຕ້ອງການ​ຮູ້.

ທະຫານກຳລັງພິເສດ ຈາກຊ້າຍໄປຫາຂວາ ສິບເອກ Jeremiah Johnson ສິບເອກ Bryan Black ສິບເອກ Dustin Wright ແລະສິບເອກ La David Johnson ທີ່ຖືກລັກສະກັດຍິງສັງຫານຢຸ່ໄນເຈີ ວັນທີ 4 ຕຸລາ 2017.
ທະຫານກຳລັງພິເສດ ຈາກຊ້າຍໄປຫາຂວາ ສິບເອກ Jeremiah Johnson ສິບເອກ Bryan Black ສິບເອກ Dustin Wright ແລະສິບເອກ La David Johnson ທີ່ຖືກລັກສະກັດຍິງສັງຫານຢຸ່ໄນເຈີ ວັນທີ 4 ຕຸລາ 2017.

ທ່ານ McCain ກ່າວຕໍ່​ບັນດາ​ນັກ​ຂ່າວ​ວ່າ “ຍຸດ​ທະ​ສາດ​ແມ່ນ​ຫຍັງ ​ເປັນ​ຫຍັງ​ພວກ​ເຮົາ​
ຕົກ​ໃຈ? ມີ​ຢູ່ 100 ຄຳ​ຖາມ​ທີ່​ຕ້ອງການທີ່​ຈະ​ຕອບ.” ທ່ານ​ກ່າວ​ວ່າ ການເສຍຊີວິດ​ຢູ່
ປະເທດ​ໄນ​ເຈີ ​ໄດ້​ເປັນ​ຜົນ​ຂອງ​ໂຊກ​ບໍ່​ດີ ​ແລະ​ຍຸດ​ທະ​ສາດ​ບໍ່​ດີ.

ທ່ານ McCin ກ່າວ​ວ່າ ທ່ານຍັງຢາກ​ຮູ້​ວ່າ​ເປັນ​ຫຍັງ​ໃຊ້​ເວລາ​ສອງ​ມື້ ​ໃນ​ການ​ເກັບ​ກຳ​ເອົາ
​ຊາກ​ສົບ​ສິບ​ເອກ La David Johnson.

ສະມາຊິກສະພາສູງ ທ່ານ Richard Blumenthal ສັງກັດພັກເດໂມແຄຣັດ ຈາກລັດ Connecticut ກ່າວຕໍ່ບັນດານັກຂ່າວ.
ສະມາຊິກສະພາສູງ ທ່ານ Richard Blumenthal ສັງກັດພັກເດໂມແຄຣັດ ຈາກລັດ Connecticut ກ່າວຕໍ່ບັນດານັກຂ່າວ.

ສະມາຊິກ​ສະພາ​ພັກຣີພັບ​ບລິ​ກັນ ຈາກ​ລັດ Texas ທ່ານ Ted Cruz ກ່າວ​ວ່າ ທ່ານ​ໄດ້​
ອອກ​ມາ​ຈາກ​ລາຍ​ງານ​ດ້ວຍ​ການ​ລົງ​ຄວາມ​ເຫັນ​ຂັ້ນ​ຕົ້ນ​ວ່າ “ບໍ່ມີບາດ ກ້າວອັນສຳຄັນທີ່
ສາມາດປ້ອງກັນການໂຈມຕີດັ່ງກ່າວ.”

ສະມາຊິກສະພາຕໍ່າ ທ່ານ Marc Veasey ສັງກັດພັກເດໂມແຄຣັດ ຈາກລັດ Texas ໂອ້ລົມກັບສື່ມວນຊົນ.
ສະມາຊິກສະພາຕໍ່າ ທ່ານ Marc Veasey ສັງກັດພັກເດໂມແຄຣັດ ຈາກລັດ Texas ໂອ້ລົມກັບສື່ມວນຊົນ.

ແຕ່ວ່າ ທ່ານ Richard Blumenthal ທີ່ສັງກັດພັກເດໂມແຄຣັດ ຈາກລັດ Connecticut ໄດ້ຕິຕຽນໃນອັນທີ່ທ່ານຮ້ອງວ່າ ການຂາດການສືບລັບແລະການສະໜັບສະໜູນທາງອາ
ກາດ ທີ່ເຮັດໃຫ້ຊາວອາເມຣິກັນເສຍຊີວິດຢູ່ໄນເຈີ.

່ນາງໝ້າຍ Myeshia Johnson ພັນລະຍາຂອງມື້ລາງ ສິບເອກ La David Johnson ຜູ້ທີ່ຖືກລອບດັກສະກັດສັງຫານຢູ່ໄນເຈີ.
່ນາງໝ້າຍ Myeshia Johnson ພັນລະຍາຂອງມື້ລາງ ສິບເອກ La David Johnson ຜູ້ທີ່ຖືກລອບດັກສະກັດສັງຫານຢູ່ໄນເຈີ.

​ທ່ານ Blumenthal ກ່າວວ່າ “ຂ້າພະເຈົ້າບໍ່ສາມາດເບິ່ງຕາຂອງບັນດາຄອບຄົວເຫລົ່າ
ນັ້ນ ແລະກ່າວວ່າ ພວກເຮົາທຳທຸກສິງທຸກຢ່າງ ທີ່ພວກເຮົາຕ້ອງ ເຮັດເພື່ອສະໜອງ
ການສືບລັບໃຫ້ພຽງພໍ ເພື່ອຈະຊ່ວຍເຂົາເຈົ້າໃຫ້ໄດ້ຮັບຜົນ ສຳເລັດໃນການປະຕິບັດ
ງານເຂົາເຈົ້າ ແລະຫລີກລ່ຽງຄວາມພິນາດ່ດັ່ງກ່າວ ທີ່ພວກເຮົາໄດ້ເຫັນ.”

ທ່ານ Blumenthal ສະຫລຸບການສືບສວນກ່ອນເຮັດການຕັດສິນໃຈດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Niger Ambush
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG