ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຈີນ ຄົນນຶ່ງ ຖືກຕັດສິນໂທດ ຈຳຄຸກ 5 ປີກວ່າ ຍ້ອນສົ່ງ ຄວາມລັບ ໃຫ້ຈີນ


ທ່ານ Liu Sixing ​ຖືກ​ພົບເຫັນວ່າມີຄວາມຜິດ ​​ໂດຍສານ​ລັດ​ຖະ​ບານ​ກາງ ​ໃນປີ​ກາຍ​ນີ້ ​ໃນ​ຂໍ້​ຫາທີ່​ຮວມ​ທັງ ​ການ​ສົ່ງຂໍ້​ມູນເທັກນິກດ້ານ​ທະຫານ​ໃຫ້ຈີນ.
ທ່ານ Liu Sixing ​ຖືກ​ພົບເຫັນວ່າມີຄວາມຜິດ ​​ໂດຍສານ​ລັດ​ຖະ​ບານ​ກາງ ​ໃນປີ​ກາຍ​ນີ້ ​ໃນ​ຂໍ້​ຫາທີ່​ຮວມ​ທັງ ​ການ​ສົ່ງຂໍ້​ມູນເທັກນິກດ້ານ​ທະຫານ​ໃຫ້ຈີນ.
ສານສະຫະລັດ​ແຫ່ງ​ນຶ່ງ ​ໄດ້​ຕັດສິນ​ລົງໂທດຄົນສັນຊາດ​ຈີນ​ຜູ້​ນຶ່ງ ​
ໃຫ້ ຕິດ​ຄຸກ​ດົນ​ກວ່າຫ້າ​ປີໃນ​ຖານສົ່ງ​ຂໍ້​ມູນທີ່​ຜິດ​ກົດໝາຍພົວພັນ
​ກັບການ​ປ້ອງ​ກັນ​ປະ​ເທດ ​ໄປ​ໃຫ້​ຈີນ.

ທ່ານ Liu Sixing ​ໄດ້ຖືກ​ຕັດສິນໂທດວ່າມີຄວາມຜິດໂດຍສານ
​ລັດ​ຖະ​ບານ​ກາງ ​ໃນປີ​ກາຍ​ນີ້ ​ໃນ​ຂໍ້​ຫາ ທີ່​ຮວມ​ທັງ​ການ​ສົ່ງຂໍ້​ມູນ ເທັກນິກດ້ານ​ທະຫານ​ ໂດຍປາສຈາກ​ໃບ​ອະນຸຍາດ ​ແລະ​ຕົວະ
ເຈົ້າ​ໜ້າ​ທີ່.

ຜູ້​ຊາຍ​ອາຍຸ 49 ປີ ທີ່​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ Steve Liu ນັ້ນ ​ເປັນ​
ເຈົ້າ ໜ້າ​ທີ່ວິ​ສະວະ​ກອນຂັ້ນສູງ ຂອງບໍລິສັດສື່ສານ L-3 ທີ່ມີ​ສາ
ຂາ​ຢູ່​ລັດ New Jersey ​ຊຶ່ງ​ເຮັດ​ວຽກ​ກ່ຽວ​ກັບ​ລະບົບ​ນໍາ​ວິຖີ ລູກ​
ສອນ​ໄຟ ຈະ​ຫລວດ ​ແລະເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ.

​ໄອ​ຍະ​ການກ່າວ​ວ່າ ລາວ​ໄດ້​ລັກ​ເອົາເອກ​ກະສາ​ນລັບທາງ​ທະຫານ
​ຫຼາຍ ພັນ​ໜ້າແລະນຳໄປເຜີຍ​ແຜ່​ຢູ່​ໃນ​ກອງ​ປະຊຸມນຳ​ສະ​ເໜີຫລາຍ
​ຄັ້​ງທີ່​ປະ ​ເທດ​ຈີນ​ໃນລະຫວ່າງ​ປີ 2009 ​ຫາ 2010 ຮວມ​ທັງ​ນຶ່ງໃນ
ກອງ​ປະຊຸມ​ເທັກ​ໂນ​ໂລ​ຈີ ທີ່ລັດຖະບານ​ຈີນ​ເປັນ​ຜູ້ຈັດ​ຂື້ນ​.

ທ່ານ Liu ກ່າວ​ວ່າ ທ່ານພຽງ​ແຕ່ພະຍາຍາມໃຊ້​ການ​ນຳສະ​ເໜີດັ່ງກ່າວ ​ເພື່ອໃຫ້​ໄດ້​ວຽກ​ເຮັດຢູ່​ຈີນ. ທ່ານໂຕ້​ຖຽງ​ວ່າ ການ​ຟ້ອງ​ຮ້ອງ​ທ່ານນີ້​ແມ່ນ ມີ​ຈຸດປະສົງ​ທາງການ​ເມືອງ.

ປະທານ​ຜູ້​ພິພາກສາ​ບໍ່​ເຫັນ​ພ້ອມ​ກັບ​ທ່ານ. ​ນອກຈາກ​ການ​ຕັດສິນ​ໂທດ​ໃຫ້​ຈຳ​ຄຸກ​ແລ້ວທ່ານ Liu ​ຍັງໄດ້​ຖືກ​ສັ່ງ​ໃຫ້​ເສຍ​ຄ່າ​ປັບ​ໃໝອີກ 15,000 ໂດ​ລາ​.
XS
SM
MD
LG