ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ປ້ອງກັນ ປະເທດ ສະຫະລັດ ຢ້ຽມຢາມ ເຂດ DMZ ເກົາຫຼີໃຕ້


ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ກ່າວຕໍ່ສື່ມວນຊົນທີ່ເຂດຊາຍແດນ Panmunjom, ເຊິ່ງໄດ້ແບ່ງແຍກສອງປະເທດ ເກົາຫຼີ ອອກຈາກກັນນັບຕັ້ງແຕ່ສົງຄາມ ເກົາຫຼີ ໃນເມືອງ Paju, ເກົາຫຼີໃຕ້. 1 ພະຈິກ, 2015.
ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ກ່າວຕໍ່ສື່ມວນຊົນທີ່ເຂດຊາຍແດນ Panmunjom, ເຊິ່ງໄດ້ແບ່ງແຍກສອງປະເທດ ເກົາຫຼີ ອອກຈາກກັນນັບຕັ້ງແຕ່ສົງຄາມ ເກົາຫຼີ ໃນເມືອງ Paju, ເກົາຫຼີໃຕ້. 1 ພະຈິກ, 2015.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໄດ້ ຮຽກຮ້ອງໃຫ້ ເກົາຫຼີເໜືອ ຢຸດໂຄງການອາວຸດນິວເຄລຍ ຂອງພວກ ເຂົາໃນລະຫວ່າງການຢ້ຽມຢາມເຂດປອດ ອາວຸດ DMZ ທີ່ໄດ້ແບ່ງ ແຍກສອງປະເທດ ເກົາຫຼີ ອອກຈາກກັນ​ໃນວັນອາທິດມື້ນີ້.

ທ່ານ Carter ໄດ້ເດີນທາງໄປທີ່ເຂດ DMZ ຈາກນະຄອນຫຼວງ ໂຊລ ແລະ ຍ່າງຂຶ້ນໄປຈຸດ ສັງເກດການ Ouellette, ເຊິ່ງເປັນຈຸດທີ່ໃກ້ທີ່ສຸດ ບ່ອນທີ່ຟາກ DMZ ຂອງ ເກົາຫຼີໃຕ້ ເຊື່ອມຕໍ່ກັບ ເກົາຫຼີ
ເໜືອນັ້ນ.

ນະຄອນຫຼວງ Pyongyang ໄດ້ລະຖິ້ມການເຈລະຈາກ່ຽວກັບ ໂຄງການນິວເຄລຍຂອງ ຕົນໃນປີ 2009 ທີ່ໄດ້ນຳພາໂດຍ 5 ປະເທດອື່ນໆ ລວມມີ ຈີນ, ຍີ່ປຸ່ນ, ຣັດເຊຍ, ເກົາຫຼີໃຕ້ ແລະ ສະຫະລັດນັ້ນ. ທ່ານ Carter ໄດ້ກ່າວວ່ານະຄອນຫຼວງ ວໍຊິງຕັນ ຍັງມີຄວາມມຸ່ງໝັ້ນ ຕໍ່ກັບການເຈລະຈາດັ່ງກ່າວ ແລະ ໄດ້ຮຽກຮ້ອງໃຫ້ປະເທດ ຄອມມູນິສດັ່ງກ່າວກັບມາ ເຈລະຈານຳກັນຄືນ.

ທ່ານ Carter ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຂົາເຈົ້າຄວນຢູ່ໃນທິດທາງການຫຼຸດ ຜ່ອນ, ແລະ ປັບໃຫ້ລົງເປັນສູນ, ໃນເລື້ອງນິວເຄລຍ.”

ທ່ານ Carter ຈະເຂົ້າຮ່ວມໃນການປະຊຸມດ້ານຄວາມໝັ້ນຄົງຮ່ວມ ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ທີ່ນະຄອນຫຼວງ ໂຊລ ຕໍ່ໄປໃນວັນອາທິດມື້ນີ້.

XS
SM
MD
LG