ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ຢ້ຽມຢາມ ນະຄອນຫຼວງຂອງ ອັຟການິສຖານ “ເພື່ອຟັງ ແລະ ຮຽນຮູ້”


ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣາຟ ການີ, ກາງ, ພົບປະກັບລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ, ກາງຊ້າຍ ແລະ ຄະນະຜູ້ແທນຂອງທ່ານຢູ່ທຳນຽບປະທານາທິບໍດີ, ນະຄອນຫຼວງ ກາບູລ, ອັຟການິສຖານ. 21 ມີນາ, 2021.
ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣາຟ ການີ, ກາງ, ພົບປະກັບລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ, ກາງຊ້າຍ ແລະ ຄະນະຜູ້ແທນຂອງທ່ານຢູ່ທຳນຽບປະທານາທິບໍດີ, ນະຄອນຫຼວງ ກາບູລ, ອັຟການິສຖານ. 21 ມີນາ, 2021.

ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ໃນວັນອາທິດວານນີ້ໄດ້ທຳການຢ້ຽມຢາມປະເທດ ອັຟການິສຖານ ເປັນຄັ້ງທຳອິດນັບຕັ້ງແຕ່ໄດ້ເຂົ້າຮັບຕຳແໜ່ງຂອງທ່ານ, ໃນຂະນະທີ່ ວໍຊິງຕັນ ກຳລັງພິຈາລະນາວ່າ ຈະປະຕິບັດຕາມຂີດເສັ້ນຕາຍໃນວັນທີ 1 ພຶດ ສະພາ ເພື່ອຖອນກຳລັງທະຫານທັງໝົດອອກຈາກປະເທດດັ່ງກ່າວຫຼືບໍ່ ພາຍໃຕ້ຂໍ້ຕົກລົງອາຍຸນຶ່ງປີທີ່ເຂົາເຈົ້າໄດ້ເຊັນກັບກຸ່ມຕາລີບານ.

ທ່ານ ອອສຕິນ ໄດ້ຈັດກອງປະຊຸມກັບປະທານາທິບໍດີ ອາສຣາຟ ການີ ຫຼັງຈາກໄດ້ເດີນທາງຮອດນະຄອນຫຼວງ ກາບູລ ຂອງ ອັຟການິສຖານ, ຈາກການເດີນທາງໄປປະເທດ ອິນເດຍ. ລາຍງານສະບັບນຶ່ງຂອງທຳນຽບຫ້າແຈໄດ້ອ້າງຄຳເວົ້າຂອງທ່ານ ອອສຕິນ ວ່າທ່ານໄດ້ຢ້ຽມຢາມ ອັຟການິສຖານເພື່ອ “ຟັງ ແລະ ຮຽນຮູ້” ແລະ ທ່ານຢາກເຂົ້າໃຈວ່າສິ່ງທີ່ທ່ານ ການີ ເປັນຫ່ວງແມ່ນຫຍັງ.

ທ່ານຍັງໄດ້ກ່າວວ່າ ກອງປະຊຸມ “ຈະແຈ້ງການເຂົ້າຮ່ວມຂອງຂ້າພະເຈົ້າໃນການທົບທວນທີ່ພວກເຮົາກຳລັງພິຈາລະນາຢູ່ທີ່ນີ້ກັບທ່ານປະທານາທິບໍດີ. ມັນມີປະໂຫຍດຫຼາຍ.”

ຖະແຫຼງການສະບັບນຶ່ງຂອງປະທານາທິບໍດີ ອັຟການິສຖານ ກ່າວວ່າ ປະທານາທິບໍດີ ການີ ແລະ ທ່ານ ອອສຕິນ “ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ຄວາມຮຸນແຮງລະດັບສູງ” ແລະ ໄດ້ກ່າວຢໍ້າເຖິງຄວາມຕ້ອງການທີ່ຈະຊອກຫາສັນຕິພາບທີ່ “ແນ່ນອນ ແລະ ຍາວນານ” ໃນ ອັຟການິສຖານ.

ທ່ານ ອອສຕິນ ຍັງໄດ້ພົບປະກັບບັນດາຜູ້ນຳຂອງ ອາເມຣິກັນ ແລະ ພັນທະມິດໃນນະຄອນຫຼວງ ກາບູລ ເພື່ອຮຽນຮູ້ ກ່ຽວກັບ ສະຖານະການ ແລະ ຊອກຫາວິທີເພື່ອນຳເອົາສັນຕິພາບທີ່ແນ່ນອນມາສູ່ປະເທດທີ່ມີບັນຫາມາດົນນານໃນເອເຊຍໃຕ້ນັ້ນ.

ໃນການໃຫ້ຄຳເຫັນຕໍ່ບັນດານັກຂ່າວທີ່ເດີນທາງໄປກັບທ່ານນັ້ນ, ທ່ານ ອອສຕິນ ບໍ່ໄດ້ກ່າວ ກ່ຽວ ກັບວ່າ ກຸ່ມ ຕາລີບານ ໄດ້ປະຕິບັດຕາມເງື່ອນໄຂທີ່ຈຳເປັນພາຍໃຕ້ຂໍ້ຕົກລົງທີ່ຖືກເຊັນໃນນະຄອນຫຼວງໂດຮາ ປະເທດ ກາຕ້າ, ໃນເດືອນກຸມພາປີກາຍນີ້ຫຼືບໍ່.

ທ່ານໄດ້ກ່າວວ່າ “ສິ່ງທີ່ຂ້າພະເຈົ້າຈະເວົ້າກໍແມ່ນວ່າມັນເຫັນໄດ້ຊັດວ່າ ລະດັບຂອງຄວາມຮຸນແຮງ ຍັງຂ້ອນຂ້າງສູງໃນປະເທດດັ່ງກ່າວ. ພວກເຮົາຢາກເຫັນຄວາມຮຸນແຮງຫຼຸດລົງ. ຖ້າເວົ້າເຖິງການຫຼຸດລົງມັນສາມາດທີ່ຈະເລີ່ມຕັ້ງເງື່ອນໄຂ ສຳລັບວຽກງານການທູດທີ່ເປັນໝາກຜົນບາງອັນໄດ້ຢ່າງແທ້ຈິງ.”

ທ່ານໄດ້ກ່າວວ່າ ເປົ້າໝາຍແມ່ນການສິ້ນສຸດຄວາມຂັດແຍ້ງ “ຢ່າງມີຄວາມຮັບຜິດຊອບ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG