ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າດ້ານປ້ອງກັນປະ​ເທດຂອງສະຫະລັດ ກ່າວວ່າ ເມືອງບັກມຸດ ຂອງຢູເຄຣນ ເປັນສັນຍາລັກ ແທນທີ່ຈະເປັນຍຸດທະສາດ


ພວກທະຫານຂອງຢູເຄຣນ ຂີ່ເທິງລົດຖັງຢູ່ນອກເຂດແນວໜ້າຂອງເມືອງບັກມຸດ, ທ່າມກາງການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ, ໃນຂົງເຂດໂດເນັສ ຂອງຢູເຄຣນ, ວັນທີ 4 ມີນາ 2023.
ພວກທະຫານຂອງຢູເຄຣນ ຂີ່ເທິງລົດຖັງຢູ່ນອກເຂດແນວໜ້າຂອງເມືອງບັກມຸດ, ທ່າມກາງການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ, ໃນຂົງເຂດໂດເນັສ ຂອງຢູເຄຣນ, ວັນທີ 4 ມີນາ 2023.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ລອຍ ອອສຕິນ ໄດ້ກ່າວໃນວັນຈັນວານນີ້ ວ່າ ຖ້າກຳລັງທະຫານຂອງຣັດເຊຍ ສາມາດເຂົ້າຄວບຄຸມເມືອງບັກມຸດ ທາງພາກຕາເວັນອອກຂອງຢູເຄຣນ ໄດ້, ມັນກໍຈະບໍ່ເປັນການຕັດສິນທີ່ເດັດຂາດໃນການຫັນປ່ຽນທິດທາງຂອງບັນຫາຂັດແຍ້ງນີ້ໄດ້.

“ຂ້າພະເຈົ້າຄິດວ່າ ມັນມີຄຸນຄ່າທາງດ້ານສັນຍາລັກຫຼາຍກວ່າ ທີ່ມັນເປັນຍຸດທະສາດແລະປະຕິບັດການ” ທ່ານອອສຕິນ ໄດ້ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງ ການເດີນທາງໄປຢ້ຽມຢາມ ປະເທດຈໍແດັນ.

ເມືອງບັກມຸດ ໄດ້ກາຍເປັນສະຖານທີ່ຂອງການສູ້ລົບກັນຢ່າງດຸເດືອດ ໂດຍທີ່ຣັດເຊຍ ພວມພະ​ຍາ​ຍາມ​ເຂົ້າຄວບຄຸມພື້ນທີ່ແຫ່ງນີ້ຢູ່ໃນແຂວງໂດເນັສຂອງຢູເຄຣນ ໃຫ້ໄດ້.

ທ່ານອອສຕິນ ໄດ້ກ່າວໃນວັນຈັນວານນີ້ ວ່າ ທ່ານບໍ່ຖື ການຕັດສິນໃຈຂອງຢູເຄຣນ ທີ່ຈະຍົກ​ຍ້າຍກຳລັງທະຫານຂອງຕົນ ໄປຍັງພາກຕາເວັນຕົກຂອງເມືອງດັ່ງກ່າວ ເປັນຄວາມພ່າຍແພ້ທາງຍຸດທະສາດສຳລັບຢູເຄຣນ.

ເຖິງຢ່າງໃດກໍຕາມ ຢູເຄຣນ ໄດ້ສະເໜີແນະຢ່າງເປີດເຜີຍວ່າ ຕົນຈະສືບຕໍ່ປ້ອງກັນເມືອງບັກມຸດ ສ່ວນປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກໍໄດ້ພົບປະກັບບັນດານາຍພົນຂັ້ນສູງຂອງປະເທດ ແລະຫ້ອງການຂອງທ່ານ ໃນເວລາຕໍ່ມາ ໄດ້ເປີດເຜີຍຖະແຫລງການສະບັບນຶ່ງ ທີ່ກ່າວວ່າ “ພວກເຂົາເຈົ້າ ໄດ້ເຫັນດີເຫັນພ້ອມນຳການສືບຕໍ່ປະຕິບັດການປົກປ້ອງ ແລະເສີມກຳລັງໃຫ້ແຂງແກ່ນ ຕໍ່ຖານທີ່ໝັ້ນຂອງພວກເຮົາຢູ່ໃນເມືອງບັກມຸດ.”

ສະຖາບັນເພື່ອການສຶກສາດ້ານສົງຄາມ ຊຶ່ງເປັນອົງການຄົ້ນຄວ້າທີ່ມີຫ້ອງການຢູ່ໃນວໍຊິງຕັນ ໄດ້ກ່າວວ່າ “ກຳລັງຂອງຢູເຄຣນ ເປັນໄປໄດ້ສູງທີ່ຈະດຳເນີນການຖອນໃນດ້ານຍຸດທະວິທີຢ່າງຈຳກັດ ຢູ່ເມືອງບັກມຸດ ເຖິງແມ່ນວ່າ ມັນຍັງເປັນ​ການໄວເກີນໄປທີ່ຈະປະເມີນເຈດຕະນາທີ່ກ່ຽວກັບການຖອນກຳລັງອອກທັງໝົດຈາກເມືອງດັ່ງກ່າວ.”

ບັນດານັກວິເຄາະ ໄດ້ກ່າວວ່າ ການປ້ອງກັນເມືອງບັກມຸດຂອງຢູເຄຣນ “ຍັງຄົງເປັນຍຸດທະສາດທີ່ດີຢູ່ ໃນຂະນະທີ່ຕົນສືບຕໍ່ຕັດກຳລັງທະຫານ ແລະຍຸດໂທປະ ກອນຂອງຣັດເຊຍ ຕາບໃດທີ່ກອງກຳລັງຂອງຢູເຄຣນ ບໍ່ສູນເສຍຫຼາຍເກີນໄປ.”

ບັນດານັກວິເຄາະກ່າວຕື່ມອີກວ່າ “ກອງກຳລັງຂອງຢູເຄຣນ ບໍ່ມີແນວໂນ້ມທີ່ຈະຖອນກຳລັງອອກຈາກເມືອງບັກມຸດ ທັງໝົດໃນຄັ້ງດຽວ ແລະອາດຈະຕໍ່ສູ້ໄປເປັນໄລຍະໆໃນຕົວເມືອງ ກັບກອງກຳລັງຂອງຣັດເຊຍ ທີ່ອິດ​ເມື່ອຍນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG