ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ທ່ານ​ໄບ​ເດັນ ກ່າວ​ວ່າ ເປັນ​ໄປ​ໄດ້ 'ສູງ​ຫຼາຍ' ​ທີ່​ຣັດ​ເຊຍ ຈະ​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ


ກຳ​ລັງ​ຮັກ​ສາ​ດິນ​ແດນ​ຢູ​ເຄ​ຣນ​ຄົນ​ນຶ່ງ ພວມ​ຍາມ​ທີ່​ດ່ານກວດ​ເຄື່ອນ​ທີ່ ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ ແລະ​ຕຳ​ຫຼວດ​ຂອງ​ຢູ​ເຄ​ຣນ ໃນ​ການ​ປະ​ຕິ​ບັດ​ງານ​ຮ່ວມ ທ​ທີ່​ເມືອງ​ກາ​ກີບ ເມື່ອ​ວັນ​ທີ 17 ກຸມ​ພາ 2022.
ກຳ​ລັງ​ຮັກ​ສາ​ດິນ​ແດນ​ຢູ​ເຄ​ຣນ​ຄົນ​ນຶ່ງ ພວມ​ຍາມ​ທີ່​ດ່ານກວດ​ເຄື່ອນ​ທີ່ ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ ແລະ​ຕຳ​ຫຼວດ​ຂອງ​ຢູ​ເຄ​ຣນ ໃນ​ການ​ປະ​ຕິ​ບັດ​ງານ​ຮ່ວມ ທ​ທີ່​ເມືອງ​ກາ​ກີບ ເມື່ອ​ວັນ​ທີ 17 ກຸມ​ພາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ “ສູງ​ຫຼາຍ” ທີ່​ຣັດ​ເຊຍຈະ​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນພາຍ​ໃນ​ຫຼາຍມື້​ຕໍ່​ໜ້ານີ້.

ທ່ານ​ໄບ​ເດັນກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳ​ນຽບ​ຂາວ​ວ່າ “ພວກ​ເຮົາ​ມີ​ເຫດ​ຜົນ​ທີ່​ເຊື່ອ​ວ່າ ພວກ​ເຂົາ​ກຳ​ລັງ​ພົວ​ພັນ​ນຳ​ ການ​ປະ​ຕິ​ບັດ​ງານ​ເພື່ອ​ຈະ​ຖິ້ມ​ໂທດ​ໃສ່​ຝ່າຍ​ອື່ນແລະ​ກໍຫາຂໍ້​ອ້າງ​ເພື່ອ​ຈະ​ບຸກ​ເຂົ້າ​ໄປ. ຮ່ອງ​ຮອຍ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ມີ ກໍ​ແມ່ນພວກ​ເຂົາ​ກຳ​ລັງ​ກະ​ກຽມ​ທີ່​ຈະ​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ໂຈມ​ຕີ​ຢູ​ເຄ​ຣນ.”

ທ່ານ​ກ່າວ​ວ່າ “ໃນ​ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ ມັນ​ຈະ​ເກີດ​ຂຶ້ນ​ພາຍ​ໃນໄລ​ຍະຫຼາຍໆ​ມື້​ຕໍ່​ໜ້ານີ້.”

ທ່ານ​ໄບ​ເດັນ​ກ່າວ​ວ່າ ແນວ​ໃດ​ກໍ​ຕາມ ທ່ານ​ຍັງ​ເຊື່ອ​ວ່າ​ມັນ​ເປັນ​ໄປ​ໄດ້ ໃນ​ການ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ທາງ​ດ້ານ​ການ​ທູດ ທີ່​ຈະ​ຫຼຸດ​ຜ່ອນ​ຄວາມ​ເປັນ​ຫ່ວງ​ກັງວົນ​ຂອງ​ຣັດ​ເຊຍ ກ່ຽວ​ກັບ​ລູກ​ສອນ​ໄຟ​ແລະ​ການ​ຊ້ອມ​ລົບ​ຂອ​ງ​ອົງ​ການ​ເນ​ໂຕ້​ໃນພາກ​ຕາ​ເວັນ​ອອກ ​ຂອງ​ຢູ​ໂຣບ. ປະ​ເທດ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ ບໍ່​ຍອມ​ຮັບ​ເອົາ​ການຮຽກ​ຮ້ອງຂອງ​ຣັດ​ເຊຍ ທີ່​ຈະ​ໃຫ້​ອົງ​ການ​ເນ​ໂຕ້ ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປໄດ້ທີ່​ຈະ​ຮັບ​ເອົາ​ຢູ​ເຄ​ຣນ ແລະ​ອະ​ດີດ​ປະ​ເທດ​ສະ​ຫະ​ພາບ​ໂຊ​ຫວຽດ​ອື່ນໆ ​ເຂົ້າ​ເປັນ​ສະ​ມາ​ຊິກ.

ທຳ​ນຽບ​ຂາວ​ກ່າວ​ວ່າ ທ່ານ​ໄບ​ເດັນ​ຈະ​ໂອ້​ລົມ ​ກັບ​ພວກ​ຜູ້​ນຳ​ຂ້າມ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ ທາງ​ໂທ​ລະ​ສັບ​ໃນ​ວັນ​ສຸກມື້ນີ້ ກ່ຽວ​ກັບ​ການ​ເສີມ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ໃກ້ໆ​ຊາຍ​ແດນ​ຢູ​ເຄ​ຣນແລະ​ການ​ສືບ​ຕໍ່​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສະ ​ກັດ​ກັ້ນ​ແລະ​ການ​ທູດ​ຂ​ອງ​ສະ​ຫະ​ລັດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໃນ​ເວ ລາຕໍ່​ມາ ກໍ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ທ່າ​ທີ​ຂອງ​ທ່ານ​ໄບ​ເດັນ ໂດຍ​ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ ໂລກສາ​ມາດ​ຄາດ​ຫວັງ​ໄດ້​ທີ່​ຈະເຫັນການ​ບຸກ​ໂຈມ​ຕີ​ຂອງ​ຣັ​ດ​ເຊຍຕໍ່​ຢູ​ເຄ​ຣນພາຍ​ໃນ​ບໍ່​ເທົ່າ​ໃດ​ມື້ ແລະ​ຂໍ້​ມູນ​ສືບ​ລັບ​ສະ​ແດງໃຫ້​ເຫັນ​ວ່າ ມັນ​ອາດ​ຈະນຳ​ໜ້າ​ດ້ວຍ ​ຂໍ້​ອ້າງ​ທີ່​ຣັດ​ເຊຍສ້າງ​ຂຶ້ນ.

ທ່ານບ​ລິງ​ເກັນ​ກ່າວ​ວ່າ “ມັນ​ອາດ​ຈະ​ເປັນ​ເຫດ​ການ​ທີ່​ຮຸນ​ແຮງ ທີ່​ຣັດ​ເຊຍ​ຈະຖິ້ມ​ໂທດ​ໃສ່​ຢູ​ເຄ​ຣນ ຫຼື​ບໍ່​ກໍ​ການ​ກ່າວ​ຫາຢ່າງ​ຮ້າຍ​ແຮງ ​ທີ່​ຣັດ​ເຊຍ​ຈະ​ຖິ້ມໃສ່​ລັດຖະ ​ບານ​ຢູ​ເຄ​ຣນ. ພວກ​ເຮົາ​ຍັງ​ບໍ່​ຮູ້​ຢ່າງ​ຄັກ​ແນ່​ເທື່ອ​ ກ່ຽວ​ກັບ​ຮູບ​ແບບ​ທີ່​ມັນ​ຈະ​ເກີດ​ຂຶ້ນ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດຂອງສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ​ໄດ້ກ່າວ​ວ່າ ທ່ານບ​ລິງ​ເກັນ “ໃຫ້​ຂໍ້​ສັງ​ເກດ ​ໃນ​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ໃນ​ມື້ນີ້​ວ່າ ຍ້ອນ​ພວກ​ເຮົາ​ເຊື່ອ​ວ່າ ຊ່ອງ​ທາງ​ທີ່​ຮັບ​ຜິດ​ຊອບ​ພຽງ​ຊ່ອງ​ທາງດຽວ​ເທົ່າ​ນັ້ນ ກໍ​ຄື​ແກ້​ໄຂວິ​ກິດ​ການນີ້ ຜ່ານ​ທາງ​ການ​ທູດ ແລະ​ການ​ສົນ​ທະ​ນາ​ຫາລື​ກັນ ທ່ານ​ໄດ້​ສະ​ເໜີ​ທີ່​ຈະ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານເຊີ​ເກ ລາວ​ຣັອ​ຟ​ ທີ່​ຢູ​ໂຣບ ໃນ​ອາ​ທິດ​ໜ້າ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG