ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປ​ະ​ເທດສະ​ຫະ​ລັດ ຢ​້ຽມ​ຢາມ​ອີ​ຣັກ ແບບ​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້າ


​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ຖືກ​ຕ້ອງ​ຮັບ​ໃກ້​ກັບ​ເຮືອ​ບິນ ໂດຍ​ພົນ​ຕີ ແມັດ​ທິວ ແມັກ​ຟາ​ເລນ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມນະ​ຄອນ​ຫຼວງ​ແບັກ​ແດດ ແບບ​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້າ ເມື່ອ​ວັນ​ທີ 7 ມີ​ນາ 2023.
​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ຖືກ​ຕ້ອງ​ຮັບ​ໃກ້​ກັບ​ເຮືອ​ບິນ ໂດຍ​ພົນ​ຕີ ແມັດ​ທິວ ແມັກ​ຟາ​ເລນ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມນະ​ຄອນ​ຫຼວງ​ແບັກ​ແດດ ແບບ​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້າ ເມື່ອ​ວັນ​ທີ 7 ມີ​ນາ 2023.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ​ະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້ ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ອີ​ຣັກ​ແບບ​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້າ​ວ່າ ກຳ​ລັງ​ຂອງ​ສະ​ຫະ​ລັດ​ທີ່​ປະ​ຕິບັດ​ງານ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ ແມ່ນ​ແນ​ໃສ່​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ກຳ​ລັງ​ຂອງ​ອີ​ຣັກ ແລະ​ເອົາ​ຊະ​ນະ​ກຸ່ມ​ລັດ​ອິ​ສ​ລາມ ໃນ​ຂະ​ນະ​ທີ່​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ທາງ​ດ້ານ​ຄວາມ​ປອດ​ໄພ​ທີ່​ຈະ​ຕ້ອງ​ມີ​ການ​ປະ​ຕິ​ບັດ​ງານ​ດັ່ງ​ກ່າວ.

“ການ​ຮ່ວມ​ມື​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ເຮົາ ​ເພື່ອ​ຕ້ານ​ກຸ່ມ​ດາ​ແອ​ສ​ແມ່ນເສົາ​ຄ້ຳ​ທີ່ສຳ​ຄັນໃນ​ຄວາມ​ສຳ​ພັນ​ສອງ​ຝ່າຍ​ຂອງ​ພວກ​ເຮົາແລະ​ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ມີ​ຄວາມ​ໝັ້ນ​ໝາຍ​ ໃນ​ການ​ຕໍ່​ສູ້​ເພື່ອ ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຄວາມປອດ​ໄພ​ຂອງ​ອີ​ຣັກ​ແລະ​ໝັ້ນ​ຄົງ​ຂອງ​ຂົງ​ເຂດ​ດັ່ງ​ກ່າວ​ທັງ​ໝົດ.” ທ່ານອອ​ສ​ຕິນ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ລຸນ​ຫຼັງ​ການ​ພົບ​ປະ​ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ ທ່ານ​ໂມ​ຮຳ​ເໝັດ ເຊຍ ອາ​ລ​-ຊູ​ດາ​ນີ.

ທ່ານອອ​ສ​ຕິນ​ຍັງ​ໄດ້​ຂອບ​ອົກ​ຂອບ​ໃຈ​ ພວກ​ຜູ້​ນຳ​ຂອງ​ອີ​ຣັກ ​ໃນຄວາມ​ໝັ້ນ​ໝາຍ​ຕໍ່​ການ​ຄ້ຳ​ປະ​ກັນ​ໃຫ້​ກຳ​ລັງ​ແນວ​ໂຮມທີ່ປະ​ຕິ​ບັດ​ງານ​ຢູ່​ໃນ​ປະ​ເທດ​ອີ​ຣັກ​ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ​ຈາກ “ພວກ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ ​ໂດຍ​ລັດ ແລະ​ບໍ່​ແມ່ນ​ລັດ.”

ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນແລະ​ສະ​ຖານ​ທູດ​ສະ​ຫະ​ລັດ​ຢູ່​ນະ​ຄອນ​ຫຼວງ​ແບັກ​ແດ​ດ ແມ່ນ​ເປົ້າ​ໝາຍ​ໃນ​ການ​ຍິງ​ຈະ​ຫຼວດ​ໂຈມ​ຕີ ໂດຍ​ພວກ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣັກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG