ທ່ານ Chuck Hagel ລັດຖະມຸນຕີປ້ອງກັນປະເທດສະຫະລັດ
ທຳການຢ້ຽມຢາມເຂດປອດທະຫານ ທີ່ແບ່ງແຍກເກົາຫລີເໜືອ
ແລະເກົາຫລີໃຕ້ນັ້ນ ໃນວັນຈັນມື້ນີ້ ໂດຍກ່າວຕໍ່ບັນດານັກຂ່າວ
ວ່າ ບໍ່ມີຂອບເຂດທີ່ຜິດພາດ ໃນເຂດຊາຍແດນທີ່ມີການປ້ອງ
ກັນທາງທະຫານຢ່າງໜາແໜ້ນນັ້ນ.
ທ່ານ Hagel ໄດ້ທ່ຽວຢ້ຽມຢາມເຂດຕ່າງໆໃນໝູ່ບ້ານຊາຍແດນ Panmunjom ພາຍ
ໃຕ້ສາຍຕາສິ້ງຊອມເບິ່ງຢ່າງໃກ້ຊິດຂອງພວກທະຫານຍາມຊາຍແດນຂອງເກົາຫລີ
ເໜືອທີ່ປະຈຳການຢູ່ໃນເຂດແດນຂອງຝ່າຍເກົາຫລີເໜືອນັ້ນ ຊຶ່ງມີທ່ານ Kim Kwan
-jin ລັດຖະມຸນຕີປ້ອງກັນປະເທດເກົາຫລີໃຕ້ຕິດຕາມທ່ານໄປນຳນັ້ນ.
ຫລັງຈາກທຳການຢ້ຽມຢາມເຂດປອດທະຫານແລ້ວ ທ່ານ Hagel ໄດ້ເດີນໄປຍັງກຸງ
ໂຊນເພື່ອທຳການພົບປະຫາລືກັບປະທານາທິບໍດີ Park Geun-hye ແຫ່ງເກົາຫລີ
ໃຕ້ທີ່ບ້ານພັກທາງການຂອງທ່ານນາງ.
ລັດຖະມຸນຕີປ້ອງກັນປະເທດສະຫະລັດເດີນທາງຢ້ຽມຢາມເກົາຫລີໃຕ້ເພື່ອທຳການໂອ້
ລົມສົນທະນາກັນເລື້ອງການຄວບຄຸມປາງສົງຄາມຂອງອະເມຣິກັນແລະການບັນຊາ
ການກຳລັງທັບຂອງເກົາຫລີໃຕ້ ຕະຫລອດທັງເລື້ອງທະຫານຂອງສະຫະລັດ 28 ພັນຄົນ
ທີ່ສົ່ງໄປປະຈຳການຢູ່ໃນປະເທດດ່ັງກ່າວ. ເກົາຫລີໃຕ້ມີໝາຍກຳນົດທີ່ຈະເປັນຜູ້ບັນ
ຊາການກອງທັບຂອງຕົນເອງໂດຍເຕັມພາຍໃນປີ 2015.
ທ່ານ Hagel ຈະເຂົ້າຮ່ວມໃນພິທີໃນຕອນບ່າຍວັນຈັນມື້ນີ້ເຊ່ນກັນເພື່ອສະຫລອງ
ວັນຂີດໝາຍຄົບຮອບ 60 ປີແຫ່ງສາຍພົວພັນທາງທະຫານລະຫວ່າງສະຫະລັດ ແລະ
ເກົາຫລີໃຕ້.