ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Chuck Hagel ຢ້ຽມຢາມ ອີຣັກ ເພື່ອປຶກສາຫາລື ກ່ຽວກັບລັດອິສລາມ


Ikipe y'Ubudage
Ikipe y'Ubudage

ລັດຖະມົນຕີ ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Chuck
Hagel ກຳລັງ​ຢູ່ທີ່ ປະ​ເທດອີຣັກ ​ເພື່ອ​ພົບ​ປະ​ກັບ ນາຍົກລັດ
ຖະມົນຕີ Haider al-Abadi ​ແລະ​ບັນດາ​ຜູ້​ບັນຊາ​ການ​ທະ
ຫານສະຫະລັດ ສີ່​ເດືອນ​ຫລັງຈາກສະຫະລັດ ​ໄດ້​ເລີ້ມ ປະຕິ
ບັດ​ງານໂຈມຕີ​ທາງ​ອາກາດ ຕ້ານ​ພວກ​ຫົວ​ຮຸນ​ແຮງ​ອິສລາມ.

ຫລັງ​ຈາກເດີນທາງ​ໄປ​ຮອດ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ກາ​ນ​ຢ້ຽ​ມ
ຢາ​ມນະຄອນຫລວງ Baghdad ​ແບບບໍ່​ໄດ້​ປະກາດ​ລ່ວງ​ໜ້າ
ນັ້ນ ທ່ານ Hagel ​ໄດ້ກ່າວ​ຕໍ່ ທະຫານ​ອາ​ເມຣິກັນ ​ແລະ​ອອສ​
ເຕຣ​ເລຍ ກຸ່ມ​ໜຶ່ງ​ປະມານ 200 ຄົນ​ວ່າ​ ​ໃນ​ທີ່​ສຸດ​ແລ້ວ ມັນ​ຂຶ້ນ
​ຢູ່​ກັບ​ ອີຣັກ ​ເອງ ທີ່​ຈະ​ຕ້ອງ​ປ້ອງ​ກັນ​ແລະ​ສະໜັບສະໜຸນ​ຕົນ​ເອງ.

​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ກ່າວ​ວ່າ ກອງ​ກຳລັງ​ຂອງ​ອິຣັກ ​ໄດ້​ຮັບ​ພະລັງ​ເຄື່ອນ​ໄຫວ​ໃໝ່ ​ໃນ
ຄວາມພະຍາຍາມຂອງ​ເຂົາ​ເຈົ້າ ​ເພື່ອຈະ​ກອບ​ກູ້​ເອົາ​ຄືນ​ມາ ​ດິນ​ແດນທີ່​ກຸ່ມ​ອິສລາມ​ໄດ້​ຍຶດ
​ເອົາໄປ ​ໃນ​ພາກ​ເໜືອ​ ແລະ​ພາກ​ຕາ​ເວັນ​ຕົກ​ຂອງອີຣັກ ເມື່ອ 3-4 ​ເດືອນ​ກ່ອນ​ໜ້າ​ນີ້.

ກອງກຳລັງ​ປະສົມ​ ທີ່​ນຳພາ​ໂດຍສະຫະລັດ ​ໄດ້​ທຳການ​ໂຈມ​ຕີ​ທາງ​ອາ​ກາດ ກ່າວ 600
ຖ້ຽວ​ບິນ ​ໃນ​ອີຣັກ ນັບ​ຕັ້ງ​ແຕ່​ຕົ້ນ​ເດືອນສິງຫາມາ ​ໃນ​ຄວາມ​ພະຍາຍາມ​ຊ່ວຍ​ເຫລືອ​ກຳລັງ​
ທະຫານ​ອີຣັກ. ການ​ໂຈມ​ຕີ​ທາງ​ອາກາດ ອີກ​ 500 ຖ້ຽວ​ບິນ ​ໄດ້​ແນ​ເປົ້າ​ໝາຍ ​ໃສ່ພວກ​ນັກ​
ລົບ​ອິສລາມ ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ​ ຊີ​ເຣຍ.

ປະທານ​າທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້ອະນຸມັດ​ໃຫ້​ສົ່ງ ທະຫານ​ຈຳນວນ
3,100 ຄົນ​ໄປ​ຍັງອີຣັກ ​ເພື່ອ​ໃຫ້ການ​ເຝິກ​ຫັດ​ແລະ​ແນະນຳ.

ຜູ້​ບັນຊາ​ການ ກອງ​ກຳລັງປະ​ສົມ ທີ່​ນຳພາ​ໂດຍສະຫະລັດ ນາຍ​ພົນ​ໂທກອງທັບ​ບົກ
James Terry ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ ບັນດາ​ພາຄີ​ໃນ​ກອງ​ກຳລັງ​ປະສົມ ກໍ​ໄດ້​ໃຫ້ຄຳ
​ໝັ້ນສັນຍາ​ທີ່​ຈະ​ສົ່ງ ທີ່​ປຶກສາ​ດ້ານທະຫານ​ໄປ​ສົມທົບ 1,500 ຄົນ ​ເຊັ່ນ​ກັນ.

ທ່ານ​ກ່າວ​ວ່າ ​ເວລາ​ນີ້ ກຸ່ມລັດ​ອິສລາມກຳລັງ​ຢູ່​ໃນ​ທ່າ​ປ້ອງ​ກັນ ​ແລະ​ພະຍາຍາມ​ຈະຍຶດ
​ເອົາ​ພາກສ່ວນ​ຂອງອີຣັກ ທີ່​ຕົນ​ຄວບ​ຄຸມ​ຢູ່​ນັ້ນ​ໄວ້. ​ແຕ່​ທ່ານ​ກ່າວຕື່ມ​ວ່າ ​ແນວ​ໃດ​ກໍ​ຕາມ
ພວກ​ຫົວ​ຮຸນ​ແຮງ​ຍັງ​ມີ​ຄວາ​ມສາມາດ ທຳ​ການໂຈ​ມຕີຢູ່.

ເບິ່ງວີດີໂອ ກ່ຽວກັບ ການສັງຫານຜູ້ຄົນ ຂອງກຸ່ມລັດອິສລາມ:

Are Mass Killings by IS Group Genocide?
please wait

No media source currently available

0:00 0:02:49 0:00

XS
SM
MD
LG