ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ເດີນ​ທາງ​ໄປ ອັ​ຟ​ກາ​ນິ​ສ​ຖານ ເພື່ອ​ປະ​ເມີນ​ສົງ​ຄາມ ດ້ວຍ​ຕົນ​ເອງ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ມາກ ເອັ​ສ​ເປີ, ກາງ, ໄດ້​ຮັບ​ການ​ຕ້ອນ​ຮັບ​ໂດ​ຍ​ເຈົ້າ​ໜ້າ​ທີ່ກອງ​ທັບ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 20 ຕຸ​ລາ, 2019.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ມາກ ເອັ​ສ​ເປີ, ກາງ, ໄດ້​ຮັບ​ການ​ຕ້ອນ​ຮັບ​ໂດ​ຍ​ເຈົ້າ​ໜ້າ​ທີ່ກອງ​ທັບ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 20 ຕຸ​ລາ, 2019.

ລັດ​ຖະ​ມົນ​ຕີ ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ມາກ ເອັ​ສ​ເປີ ໄດ້​ພະ​ຍາ​ຍາມ​ທີ່​ຈະທຳ​ການ​ປະ​ເມີນ​ຜົນ​ໂດຍ​ກົງ ກ່ຽວ​ກັບ ບົດ​ບາດ​ຂອງກອງ​ທັບ ສະ​ຫະ​ລັດ ໃນ​ສົງ​ຄາມ​ທີ່​ຍາວ​ນານ​ທີ່​ສຸດ​ຂອງ ອາ​ເມ​ຣິ​ກາ ໃນ​ວັນ​ອາ​ທິດ​ວານນີ້, ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ທຳ​ການຢ້ຽມ​ຢາມ ອັ​ຟ​ກາ​ນິ​ສ​ຖານ ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ໃນ​ຖາ​ນະ​ເປັນ​ຫົວ​ໜ້າ​ຂອງ​ທຳ​ນຽບ​ຫ້າ​ແຈ. ການ​ເຈ​ລະ​ຈາ​ທີ່​ໄດ້​ຢຸດ​ຊະ​ງັກ​ໄປ ກັບ​ກຸ່ມ​ຕາ​ລີ​ບານ ແລະ ການ​ໂຈມ​ຕີ​ຢ່າງບໍ່​ລົດ​ລະ​ໂດຍ​ກຸ່ມ​ກະ​ບົດ ແລະ ພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ໄດ້​ເຮັດ​ກ​ານ​ສັນ​ຍາ​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ ທີ່​ຈະ​ຖອນ​ກຳ​ລັງ​ ອາ​ເມ​ຣິ​ກັນ ຫຼາຍກວ່າ 5,000 ຄົນ​ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ​ມີ​ຄວາມ​ສັບ​ສົນ​.

ທ່ານ ເອັ​ສ​ເປີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ທີ່​ເດີນ​ທາງ​ໄປ​ກັບ​ທ່ານ​ວ່າ ທ່ານ​ເຊື່ອ​ວ່າ ສະ​ຫະ​ລັດ ສາ​ມາດຫຼຸດ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ລົງ​ໃນ​ ອັ​ຟ​ກາ​ນິ​ສ​ຖານ​ ເຖິງ 8,600 ຄົນ ໂດຍບໍ່​ສ້າງ​ຄວາມ​ເສຍ​ຫາຍ​ໃນ​ການ​ຕໍ່​ສູ້​ກັບ​ກຸ່ມ ອາ​ລ-ໄກ​ດາ ແລະ ກຸ່ມ​ລັດ​ອິ​ສ​ລາມ. ແຕ່​ທ່ານ​ໄດ້​ກ່າວ​ວ່າ ການ​ຖອນ​ກຳ​ລັງ​ທຸກ​ຄັ້ງ ຈະ​ເກີດ​ຂຶ້ນ​ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ກັບ​ກຸ່ມ​ຕາ​ລີ​ບານ.

ສະ​ຫະ​ລັດ ມີ​ກຳ​ລັງ​ ອາ​ເມ​ຣິ​ກັນ ປະ​ມານ 14,000 ຄົນ​ໃນ ອັ​ຟ​ກາ​ນິ​ສ​ຖານ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ພັນ​ທະ​ມິດ​ນຳ​ໜ້າ​ໂດຍ ອາ​ເມ​ຣິ​ກາ. ກອງ​ກຳ​ລັງ ສະ​ຫະ​ລັດ ໄດ້​ຝຶກ​ຊ້ອມ ແລະ ໃຫ້​ຄຳ​ແນະ​ນຳ​ແກ່ກອງ​ກຳ​ລັງ ອັ​ຟ​ກາ​ນິ​ສ​ຖານ ແລະ ໄດ້​ດຳ​ເນີນ​ການ​ປະ​ຕິ​ບັດ​ການ​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ​ກັບ​ພວກ​ຫົວ​ຮຸນ​ແຮງ. ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທຣຳ ໄດ້​ສັ່ງ​ໃຫ້​ຖອນ​ກອງ​ກຳ​ລັງພ້ອມ​ກັບ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ທີ່​ຈະ​ຈົ່ງ​ກອງ​ກຳ​ລັງ ອາ​ເມ​ຣິ​ກັນ ປະ​ມານ 8,600 ຄົນ​ໄວ້​ໃນ​ປະ​ເທດ​ດັ່ງ​ກ່າວ.

ທູດ​ພິ​ເສດ ສະ​ຫະ​ລັດ ທ່ານ ຊາ​ລ​ເມ ຄາ​ລິ​ລ​ຊາດ ໄດ້​ເຮັດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ເບື້ອງ​ຕົ້ນ​ກັບ​ກຸ່ມ​ຕາ​ລີ​ບານ, ແຕ່​ຄວາມ​ຮຸນ​ແຮງ​ທີ່​ເພີ່ມ​ຂຶ້ນ​ຂອງ​ກຸ່ມ​ ຕາ​ລີ​ບານ ແລະ ການ​ເສຍ​ຊີ​ວິດຂອງ​ທະ​ຫານ ອາ​ເມ​ຣິ​ກາ ໃນ​ເດືອນ​ແລ້ວນີ້​ໄດ້​ເຮັດ​ໃຫ້​ທ່ານ ທ​ຣຳ ຍົກ​ເລີກ​ການ​ປະ​ຊຸມ​ລັບ​ຢູ່ Camp David, ເຊິ່​ງ​ແມ່ນ​ສະ​ຖານ​ທີ່​ພັກ​ຜ່ອນ​ສ່ວນ​ຕົວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ, ບ່ອນ​ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ. ທ່ານ​ໄດ້​ປະ​ກາດ​ສິ້ນ​ສຸດ​ຂໍ້​ຕົກ​ລົງ​ຊົ່ວ​ຄາວ​ນັ້ນ.

ທ່ານ ເອັ​ສ​ເປີ ໄດ້​ກ່າວ​ວ່າ “ເປົ້າ​ໝາຍ​ແມ່ນ​ຍັງ​ຢາກ​ໃຫ້​ໄດ້​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ໃນ​ຈຸດ​ໃດ​ຈຸດ​ນຶ່ງ, ນັ້ນ​ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ຕໍ່​ໜ້າ.” ທ່ານ​ໄດ້​ຢ້ຽມ​ຢາມ ອັ​ຟ​ກາ​ນິ​ສ​ຖານ ໃນ​ວຽກ​ງານ​ກ່ອນ​ໜ້ານີ້​ດັ່ງ​ກັບ ເລ​ຂາ​ທິ​ການ​ທະ​ຫານ​ບົກ ສະ​ຫະ​ລັດ.

ທ່ານ​ບໍ່​ໄດ້​ເວົ້າ​ວ່າ ທ່ານ​ເຊື່ອ​ວ່າ​ມັນ​ຈະ​ດົນ​ປານ​ໃດ ກ່ອນ​ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່​ຈະ​ຖືກ​ບັນ​ລຸ.

ນຶ່ງ​ເດືອນຫຼັງ​ຈາກ​ຂໍ້​ຕົກ​ລົງ​ໄດ້​ພັງ​ລົງ, ທ່ານ ຄາ​ລິ​ລ​ຊາດ ໄດ້​ພົບ​ປະ​ກັບ​ກຸ່ມ​ຕາ​ລີ​ບານ​ໃນ​ຕົ້ນ​ເດືອນ​ຕຸ​ລາ​ ທີ່ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ, ປະ​ເທດ ປາ​ກິ​ສ​ຖານ, ແຕ່ບໍ່​ແນ່​ໃຈ​ວ່າ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ແນວ​ໃດ​ແດ່.

ການ​ຢ້ຽມ​ຢາມ​ນະ​ຄອນຫຼວງ ກາ​ບູ​ລ ຂອງ​ທ່ານ ເອັ​ສ​ເປີ ໄດ້​ມີ​ຂຶ້ນ​ ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ລັດ​ຖະ​ບານ ອັ​ຟ​ກາ​ນິ​ສ​ຖານ ໄດ້​ເລື່ອນ​ການ​ປະ​ກາດ​ຜົນ​ຄະ​ແນນ​ເບື້ອງ​ຕົນ​ຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ເດືອນ​ແລ້ວນີ້. ທ່ານ ເອັ​ສ​ເປີ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ ອາ​ສ​ຣາ​ຟ ກາ​ນີ ແລະ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຄົນ​ອື່ນໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG