ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ເດີນທາງໄປນະຄອນຫຼວງ ບຣັສໂຊລສ໌ ເພື່ອເຈລະຈາ​ ກັບອົງການ NATO


ລັດຖະມົນຕີປ້ອງກັນປະເທດ ທ່ານ ລອຍດ໌ ອອສຕິນ ໃຫ້ຄຳເຫັນໃນລະຫວ່າງກອງປະຊຸມລາຍງານຕໍ່ສື່ມວນຊົນ,​ ທຳນຽບຫ້າແຈ, 28 ມັງກອນ, 2022.
ລັດຖະມົນຕີປ້ອງກັນປະເທດ ທ່ານ ລອຍດ໌ ອອສຕິນ ໃຫ້ຄຳເຫັນໃນລະຫວ່າງກອງປະຊຸມລາຍງານຕໍ່ສື່ມວນຊົນ,​ ທຳນຽບຫ້າແຈ, 28 ມັງກອນ, 2022.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ໄດ້ເດີນທາງຮອດນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ ສຳລັບການເຈລະຈາກັບການນຳຂອງອົງການ NATO ແລະ ບັນ ດາລັດຖະມົນຕີປ້ອງກັນທີ່ເປັນພັນທະມິດ, ໃນຂະນະທີ່ກອງທະຫານ ຣັດເຊຍ ຫຼາຍສິບພັນຄົນ ໄດ້ປິດລ້ອມ ຢູເຄຣນ ຈາກພາກເໜືອ, ໃຕ້ ແລະ ຕາເວັນອອກ.

ໃນລະຫວ່າງການເຕົ້າໂຮມກັນໃນວັນພຸດມື້ນີ້ ແລະ ວັນພະຫັດມື້ອື່ນ, ທ່ານ ອອສຕິນ ແລະ ຄູ່ຮ່ວມຕຳແໜ່ງຂອງທ່ານຈະປຶກສາຫາລື ວິທີທີ່ຈະຍັບຢັ້ງ ຣັດເຊຍ ຈາກການບຸກລຸກ ຢູເຄຣນ ໃນຂະນະທີ່ສະໜັບສະໜູນການປ້ອງກັນຕ່າງໆຢູ່ເຂດຊາຍແດນກໍ້າຕາເວັນອອກຂອງພັນທະມິດດັ່ງກ່າວ.

ທ່ານ ແບຣດລີ ໂບແມນ, ຜູ້ອຳນວຍການອາວຸໂສຂອງສູນກາງກອງທັບ ແລະ ອຳນາດການເມືອງຢູ່ມູນນິທິສຳລັບການປ້ອງກັນປະຊາທິປະໄຕໄດ້ກ່າວວ່າ “ນີ້ແມ່ນຊ່ວງເວລາທີ່ແນ່ນອນທີ່ສຸດສຳລັບອົງການ NATO, ຄວາມສຳຄັນຍິ່ງທີ່ພວກເຮົາອາດບໍ່ໄດ້ເຫັນຢ່າງແທ້ຈິງນັບຕັ້ງແຕ່ອົງການ NATO ໄດ້ຖືກສ້າງຂຶ້ນໃນປີ 1949. ນີ້ແມ່ນບ່ອນທີ່ການນຳພາຂອງ ອາເມຣິກັນ ໃນອົງການ NATO ແມ່ນມີຄວາມສຳຄັນ.”

ອີງຕາມເຈົ້າໜ້າທີ່ປ້ອງກັນປະເທດອະວຸໂສ​ ກ່າວ​ວ່າ “ຂໍ້ຄວາມທີ່ສຳຄັນ” ຈາກອົງການ NATO ແລະ ສະຫະລັດ ຈະເປັນການປົກປ້ອງລະບຽບ ທີ່ອີງໃສ່ກົດເກນສາກົນ ໂດຍການດຶງດູດຄວາມສົນ ໃຈໃສ່ “ການພະຍາຍາມທີ່ຊົ່ວຮ້າຍເພື່ອທຳລາຍລະບຽບກົດໝາຍ” ແລະ “ສະໜັບສະໜູນອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລັດຕ່າງໆ.”

ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ເວົ້າຕື່ມວ່າ “ພວກເຮົາບໍ່ສາມາດອະນຸຍາດໃຫ້ສັດຕູພະ ຍາຍາມແຕ້ມເຂດຊາຍແດນໃໝ່ ດ້ວຍການໃຊ້ກຳລັງໂດຍປະສະຈາກການປະເຊີນກັບຜົນຕາມມາທີ່ຮ້າຍແຮງ.”

ທ່ານ ອອສຕິນ ຫຼັງຈາກນັ້ນຈະເດີນທາງໄປປະເທດ ໂປແລນ ແລະ ລິທົວເນຍ ທີ່ເປັນສະມາຊິກຂອງອົງການ NATO, ປະເທດເພື່ອນບ້ານ ຣັດເຊຍ ທີ່ໄດ້ຕິດຕາມການພັດທະນາຕ່າງໆຢູ່ອ້ອມ ຢູເຄຣນ ດ້ວຍຄວາມເປັນຫ່ວງຍິ່ງຂຶ້ນ.

ໃນເວລາທີ່ຢ້ຽມຢາມປະເທດ ໂປແລນ ໃນວັນສຸກນີ້, ທ່ານ ອອສຕິນ ຈະພົບປະກັບປະທານາທິບໍດີ ອານເດຣສ ດູດາ ກ່ອນໄປຢ້ຽມຢາມກອງທະຫານ ສະຫະລັດ. ສະຫະລັດ ຈະມີກອງທະຫານປະ ມານ 9,000 ຄົນໃນ ໂປແລນ ໃນໄວໆນີ້ ຫຼັງຈາກປະທານາທິບໍດີ ໂຈ ໄບເດັນ ໃນຕົ້ນເດືອນນີ້ໄດ້ສັ່ງໃຫ້ສົ່ງກອງທະຫານເພີ່ມເຕີມ 5,000 ຄົນໄປທີ່ນັ້ນ, ໂດຍອ້າງເຖິງຄວາມເປັນຫ່ວງດ້ານຄວາມປອດໄພ ຍ້ອນການເຄື່ອນໄຫວເມື່ອບໍ່ດົນມານີ້ຂອງ ຣັດເຊຍ.

ໃນ ລິທົວເນຍ, ທ່ານ ອອສຕິນ ຈະພົບປະກັບປະທານາທິບໍດີ ກີຕານາສ ນາວເຊດາ ແລະ ຈັດກອງປະຊຸມກັບລັດຖະມົນຕີປ້ອງກັນປະເທດຂອງປະເທດດັ່ງກ່າວພ້ອມກັບລັດຖະມົນຕີຈາກປະເທດ ເອສໂຕເນຍ ແລະ ລັດເວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG