ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ກ່າວ​ປ້ອງ​ກັນ ການ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ຂະ​ນະ​ທີ່​ຄວາມ​ໂກດ​ແຄ້ນ​ ຂອງ​ຊາວ​ອີ​ຣັກ ເພີ້ມທະ​ວີ​ຂຶ້ນ


​ສະ​ມາ​ຊິກ​ຂອງ​ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເຮືອນ ໄປ​ເຕົ້າ​ໂຮມ​ກັນ ຢູ່​ບ່ອນ​ທີ່​ລົດ​ຖືກ​ໄຟ​ໄໝ້ ໃນ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ​ສະ​ຫະ​ລັດ ທີ່​ກ້ຳ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ຫຼວງ​ແບັກ​ແດດ ເມື່ອ​ວັນ​ທີ 7 ກຸມ​ພາ 2024.
​ສະ​ມາ​ຊິກ​ຂອງ​ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເຮືອນ ໄປ​ເຕົ້າ​ໂຮມ​ກັນ ຢູ່​ບ່ອນ​ທີ່​ລົດ​ຖືກ​ໄຟ​ໄໝ້ ໃນ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ​ສະ​ຫະ​ລັດ ທີ່​ກ້ຳ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ຫຼວງ​ແບັກ​ແດດ ເມື່ອ​ວັນ​ທີ 7 ກຸມ​ພາ 2024.

ສະ​ຫະ​ລັດ ບໍ່​ໄດ້​ສະ​ແດງ​ຮ່ອງ​ຮອຍ​ໃດໆ​ໃຫ້​ເຫັນ ​ກ່ຽວ​ກັບ​ການ​ຜ່ອນ​ເບົາ​ລົງ ຫຼັງ​ຈາກການ​ໂຈມ​ຕີ​ທາ​ງອ​າ​ກາດ​ຕໍ່​ອີ​ຣັກ ທີ່​ແນ​ເປົ້າ​ໃສ່ ​ຜູ້​ບັນ​ຊາ​ການ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ໃນ​ເຂດ​ໃຈ​ກາງ ​ນະ​ຄອນ​ຫຼວງ​ແບັກ​ແດດ ທີ່​ໄດ້​ພາ​ໃຫ້​ເກີດ​ຄວາມ​ບໍ່​ພໍ​ໃຈ​ຄືນ​ໃໝ່ ແລະ​ການ​ຮຽກ​ຮ້ອງ ​ໃຫ້​ຖອນ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ອອກ​ໄປ​ຈາກ​ປະ​ເທດ​ດັ່ງ​ກ່າວ.

ແຕ່​ເຈົ້າ​ໜ້າ​ທີ່​ຢູ່​ວໍ​ຊິງ​ຕັນ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ກ່າວ​ປ້ອງ​ກັນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ໄດ້​ມີ​ຂຶ້ນ​ໃນ​ວັນ​ອັງ​ຄານ​ແລ້ວ ແລະ​ເຕືອນ​ວ່າ ສະ​ຫະ​ລັດ​ຈະ​ບໍ່​ມີ​ຄວາມ​ລັງ​ເລ​ໃຈ​ໃດໆ​ທີ່​ຈະ​ດຳ​ເນີນ​ການເພີ້ມ​ຕື່ມ​ ຖ້າ​ກຳ​ລັງ​ຂອງ​ຕົນ​ຫາກ​ຖືກ​ໂຈມ​ຕີ​ອີກ.

“ພວກ​ເຮົາ​ໃຫ້​ການ​ເຄົາ​ລົບ​ໂດຍ​ເຕັມ​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ອີ​ຣັກ” ໂຄ​ສົກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທ່ານ​ຈອນ ເຄີ​ບີກ່າວ​ຕໍ່​ພວກ​ນັກ​ຂ່າວ. “ແຕ່​ຈົ່ງ​ເບິ່ງ ຖ້າ​ຫາກ​ບໍ່​ມີ​ການ​ໂຈມ​ຕີ​ ​ຕໍ່​ທະ​ຫານ​ຂອງ​ພວກ​ເຮົາ ທີ່​ໄດ້​ຖືກ​ຮັບ​ເຊີນ​ໃຫ້​ໄປ​ທີ່ນັ້ນ ໂດຍ​ລັດ​ຖະ​ບານ​ອີ​ຣັກ ມັນ​ກໍ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ໂຈມ​ຕີ​ຕອບ​ໂຕ້​ຄືນ.”

ເຈົ້າ​ໜ້າທີ່​ທະ​ຫານ​ຂອງ​ສະ​ຫະ​ລັດ​ຫຼາຍໆ​ທ່ານ ກໍ​ໄດ້​ສົ່ງ​ສານ​ທີ່​ຄ້າຍ​ຄື​ກັນ​ນີ້ ຈາກ​ທຳ​ນຽບ​ຫ້າ​ແຈ.

“ຖ້າ​ເຈົ້າ​ຫາກ​ໂຈມ​ຕີ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພວກ​ເຮົາ ພວກ​ເຮົາ​ຮູ້​ວ່າ​ເຈົ້າ​ແມ່ນ​ໃຜ​’ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ນາຍ​ພົນ​ແດ​ນຽ​ລ ໂຮ​ແກນ​ສັນ ຜູ້​ບັນ​ຊາ​ການ​ກຳ​ລັງ​ຮັກ​ສາ​ດິນ​ແດນ​ຂອງ​ສະ​ຫະ​ລັດ​ໄດ້​ກ່າວກ່ຽວ​ກັບ​ການ​ຕອບ​ໂຕ້​ຂອງ​ສະ​ຫະ​ລັດ ຕໍ່​ການ​ໂຈມ​ຕີ​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ​ໃນ​ປະ​ເທດ​ຈໍ​ແດັນ ທີ່​ໄດ້​ສັງ​ຫານກຳ​ລັງ​ຮັກ​ສາ​ດິນ​ແດນ​ອາ​ເມ​ຣິ​ກັນ 3 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 40 ຄົນ.

“ມັນ​ຈະ​ມີ​ບິ​ລ​ທີ່​ຈະ​ຕ້ອງ​ໄດ້​ຈ່າຍ​ຫຼາຍ​ຂຶ້ນກວ່າ​ສິ່ງ​ອື່ນ​ໃດທີ່​ປະ​ໄວ້​ສຳ​ລັບ​ພວກ​ເຮົາ” ທ່ານ​ໄດ້​ກ່າວ​ເພີ້ມ.

ສະ​ຫະ​ລັດ ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ທະ​ຫານ​ບ້ານ ​ທີ່​ອີ​ຣ່ານ​ໜຸນ​ຫຼັງ ຊຶ່ງ​ປະ​ຕິ​ບັດ​ງານ​ພາຍ​ໃຕ້ຮົ່ມ​ທຸງ​ຂອງກຸ່ມ​ຕໍ່​ຕ້ານອິ​ສ​ລາມ​ໃນ​ອີ​ຣັກ ໃນ​ການ​ໂຈມ​ຕີ​ຮ້າຍ​ແຮງ​ຕໍ່​ຄ້າຍ ທາວ​ເວີ 22 ໃນ​ປະ​ເທດ​ຈໍ​ແດັນ ພ້ອມ​ທັງ​ການ​ໂຈມ​ຕີ​ອື່ນໆ​ອີກ 168 ເທື່ອ ຕໍ່​ກຳ​ລັງ​ສະ​ຫະ​ລັດ ໃນ​ອີ​ຣັກ ແລະ​ຊີ​ເຣຍ ທີ່​ຢ້ອ​ນ​ຄືນ​ໄປ​ເມື່ອ​ກາງ​ເດືອນ​ຕຸ​ລາ​ຜ່ານ​ມາ.

ສະ​ຫະ​ລັດ​ໄດ້​ຈັບ​ຕາ​ເບິ່ງ ໂດຍ​ສະ​ເພາະ​ ​ກຸ່ມ​ກາ​ຕາ​ອີບ ເຮັ​ສ​ໂບ​ລ​ລາ ຊຶ່ງ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຫ້າ​ແຈ​ບາງ​ຄົນ​ເວົ້າ​ວ່າ ການ​ໂຈມ​ຕີ​ຢູ່​ຈໍ​ແດັນ “ມີ​ເຄື່ອງ​ໝາຍ” ຂອງ​ກຸ່ມ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ ​ທີ່​ສຳ​ຄັນ​ດັ່ງ​ກ່າວ​ຂອງ​ອີຣ່ານ.

ການ​ໂຈມ​ຕີ​ໃນ​ວັນ​ອັງ​ຄານ​ແລ້ວແມ່ນ​ແນ​ເປົ້າ​ໝາຍ​ໃສ່​ຜູ້​ບັນ​ຊາ​ການ​ອະ​ວຸ​ໂສ​ຂອງ​ກຸ່ມ​ກາ​ຕາ​ອີບ ເຮັ​ສ​ໂບ​ລ​ລາ ທ້າວ​ວີ​ແຊມ ໂມ​ຮຳ​ໝັດ ອາ​ລ-ຊາ​ເອ​ດີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG