ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຊະນະ ເນເທີແລນ 2 ປະຕູ ຕໍ່ 0 ໃນການແຂ່ງຂັນ ເຕະບານໂລກເພດຍິງ ຮອບຊີງຊະນະເລີດ


ທີມນັກກິລາເຕະບານຍິງຂອງສະຫະລັດ ພາກັນ ສະຫຼອງ ພ້ອມດ້ວຍຖ້ວຍລາງວັນ ຊະນະເລີດ ຂອງການແຂ່ງຂັນ
ເຕະບານໂລກເພດຍິງ ຫຼື Women's World Cup ຄູ່ ລະ
ຫວ່າງ ສຫລ ສູ້ກັບ ເນເທີແລນ ຢູ່ທີ່ສະໜາມກິລາ ລີອອງ ໃນເຂດ Decines, ນອກນະຄອນ ລີອອງຂອງຝຣັ່ງ, ວັນທີ 7 ກໍລະກົດ 2019. (AP Photo/Alessandra Tarantino)
ທີມນັກກິລາເຕະບານຍິງຂອງສະຫະລັດ ພາກັນ ສະຫຼອງ ພ້ອມດ້ວຍຖ້ວຍລາງວັນ ຊະນະເລີດ ຂອງການແຂ່ງຂັນ ເຕະບານໂລກເພດຍິງ ຫຼື Women's World Cup ຄູ່ ລະ ຫວ່າງ ສຫລ ສູ້ກັບ ເນເທີແລນ ຢູ່ທີ່ສະໜາມກິລາ ລີອອງ ໃນເຂດ Decines, ນອກນະຄອນ ລີອອງຂອງຝຣັ່ງ, ວັນທີ 7 ກໍລະກົດ 2019. (AP Photo/Alessandra Tarantino)

ທີມບານເຕະຍິງຂອງສະຫະລັດ ທີ່ຖືວ່າເປັນທີມເກັ່ງສຸດ ແລະມີຫວັງສູງຈະຊະນະ ກໍໄດ້
ເອົາຊະນະທີມບານເຕະຍິງຂອງເນເທີແລນ 2 ປະຕູ ຕໍ່ 0 ໃນການແຂ່ງຂັນເຕະບານໂລກ
ຫຼື World Cup ຮອບຊີງຊະນະເລີດ ໃນນະຄອນ ລີອອງ ຂອງຝຣັ່ງ ເມື່ອວັນອາທິດ
ວານນີ້ ຈຶ່ງໄດ້ເຮັດໃຫ້ ສະຫະລັດໄດ້ຄອງຕຳແໜ່ງແຊ້ມໂລກ ເປັນຄັ້ງທີ 4 ແລະເປັນທີມ
ຊະນະເລີດ ສອງເທື່ອຕິດຕໍ່ກັນ ເປັນຄັ້ງທຳອິດ.

ທີມບານເຕະຂອງອາເມຣິກາ ໄດ້ເອົາຊະນະທີມຂອງປະເທດຢູໂຣບອື່ນໆອີກ 4 ທີມ
ໂດຍມີ ທີມຂອງ ສະວີເດັນ ສະເປນ ຝຣັ່ງ ແລະ ອັງກິດ ມາແລ້ວ ຈຶ່ງໄດ້ເຂົ້າຮອບສຸດ
ທ້າຍ ແລະກໍໄດ້ຫຼິ້ນແບບທີ່ເໜືອຊັ້ນກວ່າ ໃນວັນອາທິດວານນີ້ ໃນທີ່ສຸດໄດ້ເອົາຊະນະ
ທີມເນເທີແລນ ທີ່ໄດ້ຄອງແຊ້ມຂອງທະວີບຢູໂຣບ.

ດາວຍິງຂອງສະຫະລັດ ນາງເມແກັນ ຣາພີໂນ ໄດ້ຍິງເຂົ້າປະຕູທຳອິດ ໃຫ້ແກ່
ສະຫະລັດ ດ້ວຍການເຕະລູກໂທດ ໃນນາທີ ທີ 61 ແລະເພື່ອນຮ່ວມທີມ ນາງໂຣສ
ລາແວລ ໄດ້ຍິງເຂົ້າເພີ້ມອີກນຶ່ງປະຕູ ໃນນາທີ ທີ 69 ຊຶ່ງເປັນການຮັບປະກັນໄຊຊະນະ
ຂອງທີມ.

ປະຕູທີ່ນາງຣາພີໂນ ໄດ້ຍິງເຂົ້ານັ້ນ ໄດ້ເຮັດໃຫ້ນາງ ຍິງເຂົ້າທັງໝົດ 6 ປະຕູ ໃນການ
ແຂ່ງຂັນ ໂດຍສະເໝີກັນກັບ ຄູ່ຮ່ວມເປັນກັບຕັນທີມ ນາງອາແລັກສ໌ ມໍຣແກັນ ແລະ
ນາງແອເລນ ໄວຕ໌ ຂອງທີມອັງກິດ. ກົດຂອງການຕັດສີນເວລາສະເໝີກັນ ໄດ້ເຮັດໃຫ້
ນາງຣາພີໂນ ໄດ້ຮັບລາງວັນເກີບເຕະບານຄຳ ຫຼື Golden Boot ຊຶ່ງຖືວ່າ ເປັນດາວຍິງ
ສູງສຸດຂອງ World Cup ແລະນາງ ຍັງໄດ້ຮັບລາງວັນໝາກບານຄຳ ຫຼື Golden Ball
ກັບຄືນມາບ້ານນຳດ້ວຍ ໃນຖານະເປັນນັກເຕະດີເລີດ.

ຜູ້ປົກຄອງນະຄອນນິວຢອກ ທ່ານບີລ ເດີ ບລາຊີໂອ ໄດ້ເຊື້ອເຊີນ ທີມແຊ້ມໂລກ ເພື່ອ
ຈັດຂະບວນແຫ່ໄປໃນຕົວເມືອງ ໂດຍຈະມີເຈ້ຍຫຼາກຫຼາຍສີວ່ານລົງມາໃສ່ ໃນວັນພຸດ
ມື້ຮື.

ສ່ວນຈາກວໍໍຊິງຕັນ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກໍໄດ້ຂຽນລົງທວີເຕີ້
ວ່າ “ຂໍສະແດງຄວາມຍິນດີ ຕໍ່ທີມບານເຕະຍິງຂອງສະຫະລັດ ທີ່ໄດ້ຮັບໄຊຊະນະ
World Cup! ດີເລີດແລະເປັນການຫຼິ້ນທີ່ຕື່ນເຕັ້ນຫລາຍ. ອາເມຣິກາ ພາກພູມໃຈ
ກັບພວກເຈົ້າທັງໝົດ!”

ເຖິງຢ່າງໃດກໍດີ ເມື່ອຕົ້ນເດືອນນີ້ ໃນຂະນະມີການແຂ່ງຂັນກັນຢູ່ນັ້ນ ທ່ານທຣຳ ໄດ້
ກ່າວສຽດສີ ນາງຣາພີໂນ ກັບໄປກັບມາ ຫຼັງຈາກທີ່ນາງ ໄດ້ກ່າວປະທ້ວງຕໍ່ການດຳລົງ
ຕຳແໜ່ງຂອງທ່ານທຣຳ ທີ່ວ່າ ບໍ່ມີທາງເລີຍ ທີ່ນາງຈະໄປຢ້ຽມຢາມທຳນຽບຂາວ ເຖິງ
ແມ່ນວ່າ ທ່ານທຣຳ ຈະໄດ້ເຊື້ອເຊີນພວກເຂົາເຈົ້າໄປ ເພື່ອການສະເຫຼີມສະຫຼອງ
ລຸນຫຼັງການແຂ່ງຂັນກໍຕາມ.

ເມື່ອໄດ້ຖືກຖາມໂດຍບັນດານັກຂ່າວ ໃນວັນອາທິດວານນີ້ ວ່າ ທ່ານຈະເຊື້ອເຊີນທີມ
ບານເຕະຍິງ ຫຼືບໍ່ ທ່ານທຣຳ ໄດ້ເວົ້າວ່າ “ພວກເຮົາຈະເບິ່ງໄປກ່ອນ ແນ່ນອນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG