ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ເປັນຫ່ວງ ເຫດການ ໃນແຂວງ Xinjiang ຂອງຈີນ


ແຜນທີ່ແຂວງ Xinjiang ທີ່​ບໍ່​ສະຫງົບ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງຈີນ
ແຜນທີ່ແຂວງ Xinjiang ທີ່​ບໍ່​ສະຫງົບ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງຈີນ
ສະຫະລັດ​ກໍາລັງຮຽກຮ້ອງ​ໃຫ້​ທໍາ​ການ​ສືບສວນ​ສອ​ບສວນ​ຢ່າງ​ລະອຽດ​ຖີ່​ຖ້ວນ​ແລະໂປ່​ງ​ໃສກ່ຽວ​ກັບ​ເຫດການ​ປະ​ເຊີນ​ໜ້າ​ກັນ​ໃນ​ແຂວງ Xinjiang ທີ່​ບໍ່​ສະຫງົບ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນທີ່ເປັນ​ເຫດໃຫ້​ມີຜູ້​ເສຍ​ຊີວິດ​ໄປ 21 ຄົນ​ນັ້ນ.

ທ່ານ Patrick Ventrell ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ເວົ້າ​ວ່າ ສະຫະລັດ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ຕໍ່​ເຫດການ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ເມື່ອ​ວັນ ອັງຄານ​ຜ່ານ​ມາ​ນີ້ ຊຶ່ງ​ປັກ​ກິ່ງ​ໄດ້ກ່າວ​ປະນາມ​ຢ່າງ​ໄວວາວ່າ​ເປັນ​ການ​ໂຈມ​ຕີຂອງ​ພວກ​ກໍ່​ການ​ຮ້າຍ.
ສຽງ

​ໂຄສົກ Ventrell ​ເວົ້າວ່າ: " ພວກ​ເຮົາ​ເສຍ​ໃຈຫຼາຍຕໍ່​ພຶດຕິ​ກໍາ​ກໍ່​ຄວາມຮຸນ​ແຮງ​ທີ່​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ ​ແລະ​ພວກ​ເຮົາ​ຈະ​ສືບ​ຕໍ່ ຊຸກຍູ້​ໃຫ້​ເຈົ້າ ໜ້າ​ທີ່​ຈີນ​ ຈົ່ງ​ເອົາ​ບາດກ້າວ​ເພື່ອ​ລົດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ ​ ​ແລະ​ຊຸກຍູ້​ສົ່ງ​ເສີມໃຫ້​ມີ​ສະຖຽນ​ລະ​ພາບ​ໃນ​ໄລຍະ​ຍາວ​ຢູ່​ໃນ​ແຂວງ Xinjiang ນັ້ນ."

​ເຫດການ​ປະ​ທະ​ກັນ​ເລີ່​ມຕົ້ນ​ຂຶ້ນ ​ເວລາ​ພວກເຈົ້າໜ້າ​ທີ່​ສັງຄົມ​ສົງ​ເຄາະ​ໃນ​ທ້ອງ​ຖິ່ນ​ບັງ​ເອີນພົບ​ເຫັນ ໃນ​ສີ່​ງທີ່​ສື່​ມວນ​ຊົນ​ລັດ​ອະທິບາຍ​ວ່າ ​ເປັນ​ພວກ​ທີ່​ຕ້ອງສົງໄສແລະມີ​ມີດ​ເປັນ​ອາວຸດ ທີ່ເຮືອນ​ຫຼັງນຶ່ງ​ໃນເຂດ​ເມືອງ Kashgar ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ຕໍາຫຼວດ​ແລະ​ເຈົ້າໜ້າ​ທີ່​ສິບ​ຫ້າ​ຄົນ​ຖືກ​ຂ້າ​ຕາຍ​ຢູ່​ໃນເຫດການ​ຄວາມ​ຮຸນ​ແຮງ ທີ່​ເກີດ​ຂຶ້ນ​ຕິດຕາມມາ ພ້ອມ​ດ້ວຍ​ສະມາຊິກ​ຂອງ​ແກັ່ງຫົກ​ຄົນ ​ຖືກ​ຍິງ​ຕາຍ ​ແລະອີກ​ແປດ​ຄົນ​ຖືກ​ຈັບ​ໄດ້. ​ເຈົ້າໜ້າ​ທີ່​ແຂວງ​ ບອ​ກວີ​ໂອ​ເອວ່າ ​ເຫດຮ້າຍ​ດັ່ງກ່າວ​ແມ່ນເປັນການ​ກະທໍາ ຂອງ​ພວກ​ກໍ່​ການ​ຮ້າຍ​ທີ່ໄດ້​ວາງແຜນ​ໄວ້​ລ່່ວງ​ໜ້າ​ແລ້ວ.

ໜັງສືພິມ Global Times ຂອງ​ພັກ​ຄອມ​ມີ​ວນິສຈີນ​ສະບັບ​ທີ່​ອອກໃນ​ວັນ​ພະຫັດ​ມື້ນີ້ ໄດ້ອ້າງ​ຄຳ​ເວົ້າຂອງເຈົ້າໜ້າ​ທີ່​ອີ​ກຄົນ​ນຶ່ງທີ່​ກ່າວ​ວ່າ ກຸ່ມ​ດັ່ງກ່າວ ​ໄດ້​ວາງ​ແຜນ​ທໍາ​ການ​ໂຈມ​ຕີ ​ທີ່​ສະ​ລັບ​ຊັບຊ້ອນ ແລະ​ພົວພັນ​ກັບ​ພວກທີ່​ນັບ ຖືສາສະໜາຫົວ​ຮຸນ​ແຮງ​ຈັດຊຶ່ງ​ເປັນ​ການ​ກ່າວຫາ​ທີ່​ມີ​ມັກ​ການ​ນຳ​ໃຊ້ຕໍ່​ພວກ ​ທີ່ຢູ່​ໃນ​ປະຊາ​ຄົມ​ຊາວ​ມຸສລິ​ມ​ເຜົ່າວິ​ເກີ ຊຶ່ງ​ເປັນຊົນ​ກຸ່ມ​ໃຫຍ່​ ໃນ​ແຂວງ Xingjiang
XS
SM
MD
LG