ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຊ ຍຸດຕິທຳ ສະຫະລັດ ປະກາດວ່າ ກົດໝາຍ LGBT ຂອງລັດ North Carolina ບໍ່ຖືກຕ້ອງ


ພວກຄັດຄ້ານຕໍ່ ກົດໝາຍ ເລກທີ 2 ຂອງສະພາຕ່ຳ ພາກັນປະທ້ວງ ຢູ່ຟາກທາງ ຈາກສະພາຂອງລັດ North Carolina ຢູ່ໃນນະຄອນ Raleigh, ວັນທີ 11 ເມສາ 2016.
ພວກຄັດຄ້ານຕໍ່ ກົດໝາຍ ເລກທີ 2 ຂອງສະພາຕ່ຳ ພາກັນປະທ້ວງ ຢູ່ຟາກທາງ ຈາກສະພາຂອງລັດ North Carolina ຢູ່ໃນນະຄອນ Raleigh, ວັນທີ 11 ເມສາ 2016.

ກະຊວງຍຸດຕິທຳ ສະຫະລັດ ກ່າວວ່າ ກົດໝາຍທີ່ມີບັນຫາຖົກຖຽງກັນ ຢູ່ໃນລັດ North Carolina ທີ່ຈຳກັດການປົກປ້ອງທາງດ້ານກົດໝາຍ ຕໍ່ພວກຮັກຮ່ວມເພດຍິງ, ພວກ ກະເທີຍ ພວກຮັກທັງສອງເພດ ແລະ ພວກປ່ຽນເພດ ຫຼື LGBT ນັ້ນ ລະເມີດຕໍ່ກົດໝາຍ ສິດທິຂອງພົນລະ​ເມືອງ​ລັດຖະບານ​ກາງ ແລະບໍ່ຄວນບັງຄັບໃຊ້.

ໃນບົດຂຽນແຈ້ງການ ຕໍ່ຜູ້ປົກຄອງລັດ ທ່ານ Pat McCrory ຊຶ່ງທາງການສະຫະລັດ ໄດ້ສັ່ງໃຫ້ ທາງການຂອງລັດ North Carolina ຢືນຢັນວ່າ ກົດໝາຍໃໝ່ດັ່ງກ່າວ ຈະບໍ່ຖືຶກບັງຄັບໃຊ້ ຫຼືບໍ່ດັ່ງນັ້ນ ຈະສ່ຽງຕໍ່ການຖືກຟ້ອງຮ້ອງ ໂດຍລັດຖະບານກາງ.

ຖ້າລັດ North Carolina ບໍ່ປະຕິບັດຕາມ ທ່າທີຂອງລັດຖະບານ ສະຫະລັດ ຕົນອາດ ເຮັດໃຫ້ ການໄດ້ຮັບເງິນສະໜັບສະໜູນ ຫຼາຍຮ້ອຍລ້ານໂດລາ ຕໍ່ພວກໂຮງຮຽນ ແລະ ພວກມະຫາວິທະຍາໄລ ຂອງຕົນ ຢ່າງປົກກະຕິ ມີຄວາມສ່ຽງ.

ກົດໝາຍຂອງລັດ North Carolina ຈຳກັດການປົກປ້ອງດ້ານກົດໝາຍ ຕໍ່ພວກສະມາ ຊິກ ຂອງປະຊາຄົມ ກຸ່ມ LGBT ທີ່ກ່າວມານັ້ນ ແລະ ບັງຄັບ​ໃຫ້ພວກປ່ຽນເພດ ໃຫ້ໃຊ້ ພຽງຫ້ອງນ້ຳ ໃນສະຖານທີ່ ສາທາລະນະ ທີ່ກົງກັບເພດຂອງຕົນ ທີ່ລະບຸໄວ້ ໃນໃບແຈ້ງ ເກີດ ຂອງພວກເຂົາເຈົ້າ ເທົ່ານັ້ນ.

ພວກຄົນປ່ຽນເພດ ແມ່ນຄຸ້ນເຄີຍກັບການອະທິບາຍຂອງພວກຄົນ ຜູ້ທີ່ລະບຸຕົນເອງ ຄືກັບ ຫຼື ສະແດງອອກທາງເພດ ທີ່ລະບຸຕົນແຕກຕ່າງຈາກທີ່ເປັນ ໃນເວລາກຳເນີດ ນັ້ນ ຍົກຕົວ ຢ່າງ ບຸກຄົນທີ່ເກີດມາເປັນເພດຊາຍ ຜູ້ທີ່ເລືອກຢາກມີຊີວິດເປັນຜູ້ຍິງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG