ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຈັດ ຈີນ ເຂົ້າໃນລາຍຊື່ ປະເທດຄ້າ ມະນຸດ ທີ່ີຮ້າຍແຮງ ທີ່ສຸດໃນໂລກ


ຜ້ຍົກຍ້າຍຖິ່ນຖານຄົນມຸສລິມ ໂຣຮິງຢາ ຈາກ ມຽນມາ ນັ່ງຢູ່ພື້ນເຮືອຂອງພວກເຂົາເຈົ້າ ໃນເວລາທີ່ ກຳລັງລໍຖ້າຮັບການຊ່ວຍເຫຼືອໂດຍຊາວປະມົງ ເກາະ ອາເຊ ຢູ່ທະເລນອກຊາຍຝັ່ງກໍ້າຕາເວັນອອກຂອງເກາະ ອາເຊຍ, ອິນໂດເນເຊຍ.
ຜ້ຍົກຍ້າຍຖິ່ນຖານຄົນມຸສລິມ ໂຣຮິງຢາ ຈາກ ມຽນມາ ນັ່ງຢູ່ພື້ນເຮືອຂອງພວກເຂົາເຈົ້າ ໃນເວລາທີ່ ກຳລັງລໍຖ້າຮັບການຊ່ວຍເຫຼືອໂດຍຊາວປະມົງ ເກາະ ອາເຊ ຢູ່ທະເລນອກຊາຍຝັ່ງກໍ້າຕາເວັນອອກຂອງເກາະ ອາເຊຍ, ອິນໂດເນເຊຍ.

ໃນວັນອັງຄານວານນີ້ ສະຫະລັດ ໄດ້ປະກາດວ່າ ຈີນ ແມ່ນໜຶ່ງໃນພວກທີ່ມີການກະທຳ
ຜິດຮ້າຍແຮງທີ່ສຸດໃນໂລກ ກ່ຽວກັບ ການຄ້າມະນຸດ ແລະການບັງຄັບໃຊ້ແຮງງານ,
ໂດຍຈັດ​ໃຫ້​ຈີນ ຢູ່ຄຽງຂ້າງປະເທດທີ່ ສະຫະລັດ ໄດ້ຕ້ອງ​ຕິມາດົນນານເຊັ່ນ ອີຣ່ານ,
ເກົາຫຼີເໜືອ ແລະ ຊີເຣຍ.

ລາຍງານປະຈຳປີຂອງກະຊວງການຕ່າງປະເທດ ສະຫະລັດ ໄດ້ຫຼຸດລະດັບຂອງ ຈີນ ລົງຕໍ່າທີ່ສຸດຢູ່ກຸ່ມ​ທີ 3, ໂດຍກ່າວວ່າ ພວກເຂົາເຈົ້າບໍ່ໄດ້ບັນລຸ “ມາດຕະຖານຕໍ່າສຸດ ສຳລັບການລົບລ້າງ ກ່ຽວກັບ ການຄ້າມະນຸດ ແລະບໍ່ໄດ້ມີຄວາມພະຍາຍາມຢ່າງ
ເຕັມທີ່ເພື່ອປະຕິບັດຕາມນັ້ນ.”

ສະຫະລັດ ໄດ້ຍົກຍ້ອງ ປັກກິ່ງ ໃນການ “ດຳເນີນການບາງຢ່າງ” ເພື່ອແກ້ໄຂບັນຫາຄ້າ
ມະນຸດ. ແຕ່ພວກເຂົາເຈົ້າໄດ້ກ່າວວ່າ ພວກເຈົ້າໜ້າທີ່ທ້ອງຖິ່ນໃນແຂວງ ຊິນຈຽງ “ໄດ້
ບີບບັງຄັບຜູ້ຊາຍ ແລະ ແມ່ຍິງຊົນເຜົ່າ ວີເກີ ໃຫ້ເຂົ້າຮ່ວມໃນຂະບວນການບັງຄັບ
ໃຊ້ແຮງງານ,”
ໃນຂະນະທີ່ອຳນາດການປົກຄອງໄດ້ສົ່ງຄົນ ເກົາຫຼີເໜືອ ກັບຄືນປະເທດ
ດ້ວຍການບັງຄັບ ໂດຍບໍ່ມີການກວດກາສຳລັບຄວາມເປັນໄປໄດ້ຂອງການຄ້າມະນຸດ, ຫຼຸດຜ່ອນຄວາມພະຍາຍາມໃນການບັງຄັບໃຊ້ກົດໝາຍ ເພື່ອປາບປາມການຄ້າມະນຸດ
ແລະ ໄດ້ເຮັດໃຫ້ຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍຄົນ ຈີນ ຖືກບັງຄັບໃຊ້ແຮງງານຢູ່ໂຮງ
ເຕົາດິນເຜົາ, ບໍ່ຖ່ານຫີນ ແລະ ໂຮງຈັກໂຮງງານແຫ່ງຕ່າງໆ ໂດຍບໍ່ມີການເອົາໃຈໃສ່
ເປັນຢ່າງດີຂອງລັດຖະບານ.

ລາຍງານໄດ້ກ່າວວ່າ ແມ່ຍິງ ແລະ ເດັກຍິງ ຈີນ ໄດ້ຖືກບັງຄັງໃຫ້ຄ້າປະ​ເວ​ນີຢູ່ພາຍໃນ
ຈີນ.

ລາຍງານໄດ້ສະຫຼຸບວ່າ “ພວກຄ້າມະນຸດປົກກະຕິ ຈະຮັບເອົາພວກເຂົາເຈົ້າມາຈາກ
ເຂດຊົນນະບົດ ແລະ ເອົາເຂົ້າໄປໃນເມືອງ, ດ້ວຍການຫຼອກລວງສະເໜີວຽກເຮັດ
ແລະ ບັງຄັບໃຫ້ພວກເຂົາເຈົ້າຈ່າຍຄ່າເດີນທາງທີ່ມີລາຄາແພງຫຼາຍ, ຍຶດເອົາໜັງສື
ເດີນທາງ, ກັກຕົວຜູ້ຖືກເຄາະຮ້າຍ ຫຼື ຂົ່ມຂູ່ທຳຮ້າຍຮ່າງກາຍ ແລະ ທາງການເງິນ
ຜູ້ປະສົບເຄາະຮ້າຍ ເພື່ອບັງຄັບໃຫ້ພວກເຂົາເຈົ້າເຂົ້າຮ່ວມໃນການປະ​ເວ​ນີ.”

ການລະບຸ​ຊື່ ຈີນ ເປັນຜູ້ກະທຳຜິດໃນການຄ້າມະນຸດອາດຈະກໍ່​ໃຫ້​ເກີດ ຄວາມເຄັ່ງຕຶງ​
ເພີ່ມ​ຂຶ້ນ ລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ ຍໃນເວລາທີ່ປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ໄດ້ພະຍາຍາມທີ່ຈະຂໍຄວາມຊ່ວຍເຫຼືອຈາກປະທານປະເທດ ຈີນ ທ່ານ ສີ
ຈິ່ນຜິງ ເພື່ອຍັບຢັ້ງການພັດທະນາອາວຸດນິວເຄລຍຂອງ ເກົາຫຼີເໜືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG