ກະຊວງການຕ່າງປະເທດສະຫະລັດ ໄດ້ນຳອອກເຜີຍແຜ່ ລາຍງານປະຈຳປີຂອງຕົນ
ກ່ຽວກັບການຄ້າມະນຸດ ທີ່ມີລາຍຊື່ຂອງ 23 ປະເທດ ທີ່ຂີ້ຮ້າຍທີ່ສຸດໃນເລື່ອງການລ່ວງ
ລະເມີດທີ່ວ່ານີ້ ອັນຮວມມີ ປະເທດຈີນ ທີ່ໄດ້ຫຼຸດລະດັບຕ່ຳລົງມາ ເທົ່າທຽມກັບປະເທດ
ເກົາຫຼີເໜືອ ແລະຊີເຣຍ. Nike Ching ນັກຂ່າວຂອງ VOA ປະຈຳກະຊວງການຕ່າງ
ປະເທດ ມີລາຍງານເລື່ອງນີ້ ຊຶ່ງວັນນະສອນ ຈະສະເໜີລາຍລະອຽດຕໍ່ທ່ານໃນອັນດັບຕໍ່ໄປ.
ຂະບວນການຄ້າມະນຸດ ຖືວ່າ ເປັນລະບົບຂ້າທາດສະໄໝໃໝ່ ເປັນອຸດສາຫະກຳອາດຊະຍາກຳຫຼາຍໆພັນລ້ານໂດລ່າ ທີ່ຕັດເສລີພາບຂອງຜູ້ຄົນປະມານ 20 ລ້ານຄົນ
ໃນທົ່ວໂລກ ອີງຕາມພວກເຈົ້າໜ້າທີ່ຂອງສະຫະລັດ.
ສິ່ງທີ່ເປັນໜ້າສັງເກດ ຢູ່ໃນລາຍງານກ່ຽວກັບການຄ້າມະນຸດລາຍບຸກຄົນໃນປີນີ້
ກໍແມ່ນວ່າ ກະຊວງການຕ່າງປະເທດ ໄດ້ຫຼຸດລະດັບຂອງປະເທດຈີນ ໃຫ້ຕ່ຳລົງສູ່
ລະດັບ ຂອງເກົາຫຼີເໜືອ ແລະຊີເຣຍ.
ທ່ານ Rex Tillerson ລັດຖະມົນຕີກະຊວງການຕ່າງປະເທດ ກ່າວວ່່າ “ປະເທດຈີນ
ໄດ້ຖືກຫຼຸດລະດັບໃຫ້ຕ່ຳລົງ ຢູ່ໃນລາຍງານຂອງປີນີ້ ສ່ວນນຶ່ງ ກໍແມ່ນວ່າຈີນ ບໍ່ໄດ້ເອົາບາດກ້າວຢ່າງຈິງຈັງ ເພື່ອຍຸຕິການຄ້າມະນຸດ ຊຶ່ງຮວມທັງ ການບັງຄັບໃຊ້ພວກຄົນ
ງານຈາກເກົາຫຼີເໜືອ ຢູ່ໃນປະເທດຈີນ.”
ການຕັດສິນໃຈຫຼຸດລະດັບຂອງຈີນລົງ ນີ້ ຈະເຫັນໄດ້ວ່າເປັນການເຕືອນຢ່າງໃຫຍ່ຫຼວງ
ດ້ານປະຫວັດສິດທິມະນຸດຂອງຈີນ ໂດຍລັດຖະບານຂອງທ່ານທຣຳ ຊຶ່ງເປັນການເຄື່ອນ
ໄຫວທີ່ທາງປັກກິ່ງປະນາມ.
ວໍຊີງຕັນ ກ່າວວ່າ ລາຍງານນີ້ ມີຈຸດປະສົງຢາກໃຫ້ມີການປ່ຽນແປງໃຫ້ດີຂຶ້ນກວ່າເກົ່າ.
ໃນວັນອັງຄານວານນີ້ ທີ່ໄດ້ມີການເຜີຍແຜ່ລາຍງານດັ່ງກ່າວ ມີຜູ້ຊາຍ ແລະແມ່ຍິງ 8 ຄົນ
ຈາກທົ່ວໂລກ ໄດ້ຮັບກຽດອັນສູງສົ່ງ ໃນຄວາມພະຍາຍາມຂອງພວກເຂົາເຈົ້າ ທີ່ໄດ້ສ້າງ
ຜົນງານດີເດັ່ນ ໃນການຕໍ່ສູ້ຕ້ານຂະບວນການຂ້າທາດສະໄໝໃໝ່ ໃນທົ່ວໂລກ ຊຶ່ງຮວມມີ
ນາງ Boom Mosby ຈາກປະເທດໄທ.
ນາງ Boom Mosby ເຈົ້າຂອງໂຄງການ HUG ຂອງປະເທດໄທ ກ່າວວ່າ “ພວກເຮົາມາຢູ່ບ່ອນໜີ້ ກໍຍ້ອນຄວາມບາກບັ່ນປະຕິບັດງານຢ່າງແຂງຂັນ ແລະການປະກອບສ່ວນ
ຂອງທີມງານທີ່ເປັນວິລະບຸລຸດຫຼາຍໆທ່ານຮ່ວມກັນ. ໃນທີ່ສຸດ ຕອນທີ່ປະເຊີນໜ້າກັບ
ພວກຜີມານຂະບວນການຄ້າມະນຸດ ພວກເຮົາທັງໝົດ ຕ້ອງປະທະກັບມັນຊຶ່ງໆໜ້າ
ດ້ວຍທາງເລືອກທີ່ວ່າ: ຈະບໍ່ເຮັດຫຍັງເລີຍ ຫຼືບໍ່ ກໍຕ້ອງເຮັດອັນໃດອັນນຶ່ງ.”
ພວກເຈົ້າໜ້າທີ່ສະຫະລັດ ຊຶ່ງຮວມທັງລູກສາວຂອງປະທານາທິບໍດີສະຫະລັດ ທ່ານນາງ
Ivanka ຊຶ່ງໃນວັນອັງຄານວານນີ້ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຮັບຜິດຊອບໃນບັນດາ
ປະເທດອື່ນໆ ບໍ່ໃຫ້ຫຼັບຫູຫຼັບຕາແບບ ບໍ່ຮູ້ບໍ່ເຫັນ ອາດຊະຍາກຳຂະບວນການຄ້າມະນຸດ.
ທ່ານນາງ Ivanka ກ່າວວ່າ: “ລາຍງານປີນີ້ ໄດ້ເນັ້ນເຖິງຄວາມຮັບຜິດຊອບຂອງລັດ
ຖະບານທັງໝົດ ທີ່ຕ້ອງຈັດການ ແລະລົງໂທດພວກທີ່ປະກອບການໃນຂະບວນການຄ້າມະນຸດ. ມັນຍັງເປີດໂອກາດໃຫ້ຫຼາຍໆປະເທດ ໄດ້ເຫັນການຕໍ່ສູ້ວ່າເປັນໄປແນວໃດ
ຕໍ່ຂະບວນການຄ້າມະນຸດ ຂອງພວກອື່ນໆ ແລະໃຫ້ຮັບເອົາຍຸດທະສາດແລະກົນໄກ
ທີ່ມີປະສິດທິຜົນທີ່ສຸດ ໃນຂະນະທີ່ ພະຍາຍາມແກ້ໄຂແລະປັບປຸງບັນຫາຂອງຕົນ
ທີ່ພວມປະເຊີນຢູ່.”
ບັນດາປະເທດທີ່ຢູ່ໃນລາຍຊື່ທີ່ວ່ານີ້ ແມ່ນເປັນປະເທດທີ່ລ່ວງລະເມີດທີ່ຮ້າຍແຮງທີ່ສຸດ
ທີ່ສາມາດນຳມາລົງໂທດ ໂດຍກີດກັນຈາກການປະກອບສ່ວນໃນໂຄງການແລກປ່ຽນຕ່າງໆດ້ານວັດທະນະທຳກັບສະຫະລັດ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ